ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

16:20 | 23/11/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ, ອົງການ​ສະຫະ​ປະຊາ​ຊາດ​ ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບສິດທິໃຫ້ແກ່​ແມ່ຍິງ (UN WOMEN) ໄດ້​ຈັດ​ພິ​ທີ​ປຸກລະດົມ​ເດືອນ​ການກະທຳ​ແຫ່ງ​ຊາດ​ເພື່ອ​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ​ ປີ 2022.

ການເສັງສຳລັບນັກຂ່າວ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ການເສັງສຳລັບນັກຂ່າວ “ການນຳສະເໜີຂ່າວ ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”
ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

ພິທີ​ປຸກລະດົມ ທີ່ມີ​ຫົວ​ຂໍ້ “ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ເພີ່ມທະວີ​​ພະລັງຄວາມສາມາດ ​ແລະ ສ້າງ​ໂອກາດ​ໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ ​ແນໃສ່ປະຕິບັດຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ລົບ​ລ້າງການໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ຍິງ​ຊາຍ”. ເຫດການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 650 ຄົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ, ທ່ານ​ນາງ ຫງວຽນ​ທິ​ຮ່າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​ ຫວຽດ​ນາມ ຖື​ວ່າ ນີ້​ແມ່ນ​ປີ​ທີ 7 ທີ່​ຫວຽດ​ນາມ ປະ​ຕິ​ບັດ ​ເດືອນ​ການກະທຳແຫ່ງຊາດເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ
ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

ການ​ເລືອກ​ເຟັ້ນ​ຫົວ​ຂໍ້​ທີ່​ໄດ້​ກ່າວ​ມາ​ໃນ​ເດືອນການກະທຳ​ປີ​ນີ້​ ໄດ້​ຢືນຢັນ​ບຸລິມະສິດ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສິດ​ສະ​ເໝີ​ພາບ​ຂອງ​ທຸກ​ຄົນ, ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ຢ່າງ​ແທ້ຈິງ.

ທ່ານນາງ ຫງວຽນທິຮ່າ ສະເໜີໃຫ້ບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນສຸມໃສ່ວຽກງານສື່ສານ ເພື່ອຍົກສູງຄວາມຮັບຮູ້ຂອງບັນດາສຳນັກງານ, ອົງການຈັດຕັ້ງ, ປະຊາຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ; ເປັນເຈົ້າການ​ໃຫ້​ຄຳ​ໝັ້ນ​ສັນຍາ​ ​ແລະ ມີ​ການ​ກະທຳ​ທີ່​ະອຽດ ​ແລະ ​ແທດ​ຈິງ ​ເພື່ອ​ສ້າງ​ສັງຄົມ​ທີ່​ສະ​ເໝີ​ພາບ, ບໍ່​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການກໍ່ທຳຮ້າຍ​ແມ່ຍິງ ​ແລະ ​ເດັກນ້ອຍ.

ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ
ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

ທ່ານນາງ Elisa Fernandez Saenz, ຫົວໜ້າຜູ້ຕາງໜ້າ UN WOMEN ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ເຫດການນີ້ແມ່ນເພື່ອຢັ້ງຢືນຄືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ລົບລ້າງທຸກຮູບການຈຳແນກການປະພຶດ ແລະ ຄວາມຮຸນແຮງບົນພື້ນຖານຍິງ - ຊາຍຂອງຫວຽດນາມ.

ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

“ການ​ເຄື່ອນ​ໄຫວ​ໃນ​ເດືອນ​ການກະທຳ​ແຫ່ງ​ຊາດ ​ຄວນ​ຊຸກ​ຍູ້​ການ​ປ່ຽນ​ແປງ​ບັນ​ດາ​ມາດ​ຕະ​ຖານ​ສັງ​ຄົມ. ພວກ​ເຮົາ​ຕ້ອງ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​ຂອງ​ການ​ເຄົາ​ລົບ​ ແລະ​ ຄວາມສະ​ເຫມີ​ພາບ​ຂອງ​ທຸກ​ເພດ​ໃນ​ທຸກ​ສະ​ພາບ​ການ​: ຢູ່​ໃນຄອບຄົວ​, ໂຮງ​ຮຽນ​, ​ບ່ອນ​ເຮັດ​ວຽກ​, ໃນ​ທີ່​ສາ​ທາ​ລະ​ນະ​, ​ກະ​ທັ້ງ​ໃນເຄືຍຂ່າຍອິນເຕີເນັດ​”, ທ່ານນາງ Elisa Fernandez Saenz ເນັ້ນ​ຫນັກ​.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ດັ້ງ​ມິ​ງທົງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະເພື່ອຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ແຂວງ ບ່າ​ເຣ້ຍ - ຫວູງເຕົ່າ ຮຽກຮ້ອງ​ໃຫ້ມີການໃຫ້ຄຳໝັ້ນສັນຍາ ແລະ ເຂົ້າຮ່ວມຈາກບັນດາ​ອົງການ​, ໝູ່ຄະນະ, ອຳນາດ​ການ​ປົກຄອງທຸກ​ຂັ້ນ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ຜູ້​ອຸປະຖຳ, ອົງການ​ສາກົນ, ອົງການສື່ມວນຊົນ, ປະຊາ​ຄົມ​​ຢູ່​ໃນບໍລິເວນແຂວງ ສືບ​ຕໍ່​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ ​ແລະ ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງບົນພຶ້ນຖານ​ດ້ານ​ເພດໃຫ້ຫຼາຍກວ່າອີກ. ພິ​ເສດ, ທຸກ​ຄົນ​ຕ້ອງ​ປະກອບສ່ວນ​ສຽວເວົ້າລວມຢ່າງ​ຕັ້ງໜ້າຕໍ່​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກ​ຍິງ, ປະກອບສ່ວນ​ກໍ່ສ້າງ​ສັງຄົມ​ທີ່​ມີ​ຄວາມສີວິໄລ, ກ້າວໜ້າ, ​ສະເໝີພາບ ​ແລະ ພັດທະນາຢ່າງຍືນ​ຍົງ.

ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

ຢູ່​ນອກ​ພິທີ​ປຸກລະດົມ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ ຄື: ນັກຮຽນ 100 ຄົນ​ຂອງ​ໂຮງຮຽນມັດທະຍົມຕອນຕົ້ນ ຫວູງເຕົ່າ ​ໄດ້​ເຕັ້ນ Flashmob ດ້ວຍ​ຫົວ​ຂໍ້​ວ່າ “ຢ່າ​ໃຊ້​ຄວາມ​ຮຸນ​ແຮງ”; ແຫ່ຂະບວນໂຄສະນາເພື່ອຕອບສະໜອງເດືອນການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ຖະໜົນກວາງຈູງ, ເຈື່ອງກົງດິ່ງ, ເລຮົ່ງຟອງ ແລະ ຖະໜົນບາກູ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.