ວິສາຫະກິດແຂວງຮ່າຕິ້ງ ໜູນຊ່ວຍລາວ ຮັບປະກັນຊີວິດສັງຄົມ

00:00 | 17/08/2024

ໄລຍະນັ້ນ, ບໍລິສັດ ຫວຽດ-ລາວ ຈຳກັດ (ວິລາໂກ) ຫາກໍ່ເຄື່ອນໄຫວໄດ້ 5 ປີເທົ່ານັ້ນ, ເຖິງວ່າຍັງປະສົບກັບຍສໝ - ຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວິສາຫະກິດໄດ້ຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນວຽກງານຮັບປະກັນຊີວິດສັງຄົມ. ປີໃດ, ວິລາໂກ ກໍ່ໜູນຊ່ວຍໂຮງຮຽນໃນການຊື້ອຸປະກອນການສອນເພີ່ມເຕີມ. ໃນປີ 2024, ວິສາຫະກິດສືບຕໍ່ສະໜັບສະໜູນໂຮງຮຽນດ້ວຍຈຳນວນເງິນ 250 ລ້ານດົ່ງເພື່ອບຸລະນະສ້ອມແປງ ແລະລົງທຶນປະກອບອຸປະກອນ.

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ
Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ. ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ຕັ້ງຢູ່ແຂວງຄຳມ່ວນ (ລາວ), ບໍລິສັດ ຫວຽດ-ລາວ ຈຳກັດ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງສ້າງຂີດໝາຍຫຼາຍຢ່າງໃນການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນອີກດ້ວຍ.

ໂຮງຮຽນອະນຸບານຄໍເຊ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ ໃນເມື່ອກ່ອນເປັນເຮືອນໄມ້ແບບປະຖົມປະຖານ, ອຸປະກອນການຮຽນຂາດເຂີນ. ປີ 2009, ບໍລິສັດ ຫວຽດ-ລາວ ຈຳກັດ (ຂຶ້ນກັບບໍລິສັດໃຫຍ່ຂຸດຄົ້ນບໍ່ແຮ່ ແລະການຄ້າຮ່າຕິ້ງ) ໄດ້ໜູນຊ່ວຍ 700 ລ້ານກີບ (ເທົ່າກັບເກືອບ 1,5 ຕື້ດົ່ງໃນເວລານັ້ນ) ເພື່ອສ້າງໂຮງຮຽນຫຼັງໃໝ່ ແລະປະກອບອຸປະກອນການຮຽນການສອນຕື່ມອີກຫຼາຍຢ່າງ.

ວິສາຫະກິດແຂວງຮ່າຕິ້ງ ໜູນຊ່ວຍລາວ ຮັບປະກັນຊີວິດສັງຄົມ

ຂີດໝາຍການເຄື່ອນໄຫວຮັບປະກັນຊີວິດສັງຄົມຂອງວິສາຫະກິດຮ່າຕິ້ງ ຢູ່ລາວ.ພາບ: trungtamcongtacxahoi.hatinh.vn

ໄລຍະນັ້ນ, ບໍລິສັດ ຫວຽດ-ລາວ ຈຳກັດ (ວິລາໂກ) ຫາກໍ່ເຄື່ອນໄຫວໄດ້ 5 ປີເທົ່ານັ້ນ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ວິສາຫະກິດໄດ້ຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນວຽກງານຮັບປະກັນຊີວິດສັງຄົມ. ປີໃດ, ວິລາໂກ ກໍ່ໜູນຊ່ວຍໂຮງຮຽນໃນການຊື້ອຸປະກອນການສອນເພີ່ມເຕີມ. ໃນປີ 2024, ວິສາຫະກິດສືບຕໍ່ສະໜັບສະໜູນໂຮງຮຽນດ້ວຍຈຳນວນເງິນ 250 ລ້ານດົ່ງເພື່ອບຸລະນະສ້ອມແປງ ແລະລົງທຶນປະກອບອຸປະກອນ.

ຄູສອນ ຮັດໄຊ ສີວິໄລ ອຳນວຍການໂຮງຮຽນອະນຸບານຄໍເຊ ແບ່ງປັນວ່າ: “ໃນເມື່ອກ່ອນ, ໂຮງຮຽນພຽງແຕ່ແມ່ນຫ້ອງຮຽນທີ່ປະຖົມປະຖານ, ບໍ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສິດສອນໃຫ້ນັກຮຽນໄດ້, ຍາມລະດູຝົນ ພວກຂ້າພະເຈົ້າເປັນຫ່ວງວ່າເດັກນ້ອຍຈະປຽກຊຸ່ມ. ນັບແຕ່ວິລາໂກ ໜູນຊ່ວຍກໍ່ສ້າງໂຮງຮຽນ, ຄູສອນ, ນັກຮຽນໄດ້ມີໂຮງຮຽນຖາວອນ, ກວ້າງຂວາງສວຍງາມ, ມີເງື່ອນໄຂສິດສອນດີກວ່າ. ທຸກໆປີ, ບໍລິສັດຍັງໜູນຊ່ວຍປະກອບອຸປະກອນທີ່ຈໍາເປັນເພີ່ມເຕີມໃຫ້ໂຮງຮຽນ. ພວກຂ້າພະເຈົ້າ ຂອບອົກຂອບໃຈວິສາຫະກິດທີ່ໄດ້ສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນທີ່ດີ, ປະກອບສ່ວນພັດທະນາວຽກງານການສຶກສາຢູ່ທ້ອງຖິ່ນ”.

ກິດຈະກໍາໄຟຟ້າແມ່ນໜຶ່ງໃນບັນດາຂີດໝາຍຂອງວິລາໂກ ໃນການເຄື່ອນໄຫວຮັບປະກັນຊີວິດສັງຄົມ ແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນເມືອງເຊບັ້ງໄຟ. ປີ 2023, ເພື່ອສ້າງເງື່ອນໄຂໃນການຈະລາຈອນໄປມາຢ່າງສະດວກສະບາຍໃຫ້ປະຊາຊົນບ້ານບຶງຫົວນາ ແລະບ້ານໃກ້ຄຽງ, ບໍລິສັດໄດ້ລົງທຶນກໍ່ສ້າງລະບົບໄຟຟ້າແສງຕາເວັນເຍືອງທາງໃນໄລຍະທາງ 3 ກິໂລແມັດ, ດ້ວຍທຶນທັງໝົດ 300 ລ້ານດົ່ງ.

ຫວ່າງແລ້ວນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງບໍລິສັດ, ວິລາໂກ ກໍ່ໄດ້ອຸປະຖຳກໍ່ສ້າງປະຕູໂຂງ ແລະເສັ້ນທາງຍາວເກືອບ 2 ກິໂລແມັດ ຢູ່ບ້ານບຶງຫົວນາ ດ້ວຍມູນຄ່າທັງໝົດກວ່າ 600 ລ້ານດົ່ງ, ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການໄປມາ ແລະການດຳລົງຊີວິດໃຫ້ສະດວກກວ່າ.

ວິສາຫະກິດແຂວງຮ່າຕິ້ງ ໜູນຊ່ວຍລາວ ຮັບປະກັນຊີວິດສັງຄົມ
ຂີດໝາຍການເຄື່ອນໄຫວຮັບປະກັນຊີວິດສັງຄົມຂອງວິສາຫະກິດຮ່າຕິ້ງ ຢູ່ລາວ.ພາບ: trungtamcongtacxahoi.hatinh.vn

ວິລາໂກ ແມ່ນວິສາຫະກິດເຄື່ອນໄຫວຂຸດຄົ້ນ ແລະປຸງແຕ່ງແຮ່ທາດຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ - ເຂດທີ່ຫ່າງໄກສອກຫຼີກ ແລະຍັງປະສົບກັບຄວາມຫຍຸ້ງຍາກຂອງປະເທດເພື່ອນລາວ. ໃນໄລຍະຜ່ານມາ, ວິສາຫະກິດ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນຕັ້ງບໍລິສັດ. ແຕ່ປີ 2014 ມາຮອດປະຈຸບັນ, ວິລາໂກ ໄດ້ໜູນຊ່ວຍນັບສິບຕື້ດົ່ງເພື່ອກໍ່ສ້າງບັນດາກິດຈະກໍາສະຫວັດດີການ ແລະໜູນຊ່ວຍການເຄື່ອນໄຫວຮັບປະກັນຊີວິດສັງຄົມໃນບໍລິເວນເມືອງເຊບັ້ງໄຟ.

ໃນນັ້ນ, ມີການໜູນຊ່ວຍກໍ່ສ້າງເສັ້ນທາງໃຫ້ບັນດາໝູ່ບ້ານຄໍເຊ, ບຶງຫົວນາ, ຕຶງ ແລະບ້ານຊ້າງ ດ້ວຍຈຳນວນເງິນກວ່າ 800 ລ້ານດົ່ງ; ໜູນຊ່ວຍບ້ານບຶງຫົວນາ ກໍ່ສ້າງໂຮງຮຽນປະຖົມ ດ້ວຍມູນຄ່າ 500 ລ້ານດົ່ງ; ໜູນຊ່ວຍຄອມພິວເຕີ, ເຄື່ອງມື, ອຸປະກອນການຮຽນໃຫ້ໂຮງຮຽນມັດທະຍົມຕອນປາຍຂອງເມືອງເຊບັ້ງໄຟ ດ້ວຍມູນຄ່າກວ່າ 300 ລ້ານດົ່ງ... ທາງບໍລິສັດກໍ່ໄດ້ໜູນຊ່ວຍຈຳນວນເງິນນັບຕື້ດົ່ງໃຫ້ການເຄື່ອນໄຫວຕ່າງໆ, ຄື: ກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດບ້ານ; ໜູນຊ່ວຍກອງທຶນສົ່ງເສີມການສຶກສາຂອງແຂວງຄໍາມ່ວນ; ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມຂອງເມືອງເຊບັ້ງໄຟ; ໜູນຊ່ວຍການປ້ອງກັນ, ຕ້ານພະຍາດໂຄວິດ-19…

ທ່ານ ຫງວຽນແມ້ງຮຸ່ງ, ຜູ້ອຳນວຍການວິລາໂກ ໃຫ້ຮູ້ວ່າ: “ແຕ່ລະປີ, ວິລາໂກ ໄດ້ຫັກກໍາໄລພາຍຫຼັງເສຍພາສີອາກອນ 5% ເພື່ອປະຕິບັດວຽກງານຮັບປະກັນຊີວິດສັງຄົມ. ວິລາໂກ ຍາມໃດກໍ່ຖືການເຄື່ອນໄຫວຮັບປະກັນຊີວິດສັງຄົມບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງບໍລິສັດເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈຂອງພວກຂ້າພະເຈົ້າ ໃນພາລະກິດພັດທະນາແບບຍືນຍົງຂອງຊຸມຊົນ, ບ່ອນຕັ້ງບໍລິສັດ. ປະຈຸບັນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພວກຂ້າພະເຈົ້າ ຫວັງວ່າຈະສາມາດປະກອບສ່ວນຫຼາຍກວ່າ, ໜູນຊ່ວຍພໍ່ແມ່ປະຊາຊົນໃຫ້ມີຊີວິດການເປັນຢູ່ດີກວ່າ ເກົ່າ”.

ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ແບ່ງປັນວ່າ: “ການເຄື່ອນໄຫວແທດຈິງ ແລະມີຄວາມໝາຍຂອງວິລາໂກ ໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບຂອງວິສາຫະກິດ, ປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ ແລະປະກອບສ່ວນເຂົ້າໃນການພັດທະນາຂອງເມືອງເຊບັ້ງໄຟ ເວົ້າສະເພາະ, ແຂວງຄໍາມ່ວນ ເວົ້າລວມ. ບໍລິສັດ ກໍ່ຊ່ວຍສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວ ຈຳນວນຫຼາຍມີລາຍຮັບເປັນປົກກະຕິ. ພວກຂ້າພະເຈົ້າ ຮັບຮູ້ ແລະຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງວິລາໂກ ແລະຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ບໍລິສັດເຄື່ອນໄຫວຢ່າງມີປະສິດທິຜົນ, ຍົກສູງຖານະບົດບາດ, ເຄື່ອງໝາຍການຄ້າຂອງວິລາໂກ”.

ແສງເດືອນ

ເຫດການ
302 Found

Found

The document has moved here.