![]() | ກຽນຢາງ - ຈຸດໝາຍປາຍທາງແຫ່ງດຽວຂອງຫວຽດນາມ ນອນໃນ top ເປັນມິດທີ່ສຸດໃນໂລກ |
![]() | ຮ່າໂນ້ຍ, ຫາຍຟ່ອງ ແບ່ງປັນປະສົບການໃນດ້ານການທູດປະຊາຊົນ |
![]() |
ລາງວັນ Traverler’s Choice Awards Best of the Best Destinations ປີ 2025 ຂອງພື້ນຖານການທ່ອງທ່ຽວອອນໄລນ໌ແຖວໜ້າຂອງໂລກ Tripadvisor ໄດ້ເຊີດຊູໃຫ້ນະຄອນຫຼວງ ຮ່າໂນ້ຍ ຢູ່ໃນ 3 ປະເພດເນື້ອນໃນແຖວໜ້າຂອງໂລກ.
ຕາມນັ້ນແລ້ວ, ຮ່າໂນ້ຍ ໄດ້ຮັບການເຊີດຊູໃນບັນດາປະເພດເນື້ອໃນຄື: Top 25 ຈຸດໝາຍປາຍທາງວັດທະນະທຳແຖວໜ້າຂອງໂລກ (ຈັດຢູ່ອັນດັບທີ 2), Top 25 ຈຸດໝາຍປາຍທາງແຖວໜ້າຂອງໂລກ (ຈັດຢູ່ອັນດັບທີ 7) ແລະ ປະເພດເນື້ອໃນພິເສດ Top 25 ຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນທຸກຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ Tripadvisor ຄົບຮອບ 25 ປີ (ຈັດຢູ່ອັນດັບທີ 14).
ຮ່າໂນ້ຍ ໄດ້ຮັບການຕີລາຄາວ່າເປັນນະຄອນຫຼວງພິເສດຍ້ອນການປະສົມກົມກຽວລະຫວ່າງຄວາມງາມແບບເກົ່າແກ່ ແລະ ລົມຫາຍໃຈທີ່ທັນສະໄໝ, ຍືນຍົງຕະຫຼອດພ້ອມກັບການເວລາ, ອະນຸລັກຮັກສາຄວາມຄວາມງາມສະໄໝກ່ອນຂອງເຂດຄຸ້ມເກົ່າແກ່ຢ່າງຄົບຖ້ວນ; ບ່ອນທີ່ມີຮ່ອງຮອຍປະຫວັດສາດ ແລະ ໂຄງການສະຖາປັດຕະຍະກໍາ, ພ້ອມກັນນັ້ນ ກໍ່ຕ້ອນຮັບການພັດທະນາຢ່າງບໍ່ຢຸດຢັ້ງຂອງນະຄອນທີ່ເຕັມໄປດ້ວຍຄວາມຂະຫຍັນຂັນເຄື່ອນ, ຄວາມທັນສະໄຫມ.
ບັນດານັກຊ່ຽວຊານຈາກ Tripadvisor ຕີລາຄາວ່າ: “ຜ່ານໄລຍະການຂຶ້ນລົງຂອງການເວລາ, ໄດ້ນຳມາເຊິ່ງຊື່ເອີ້ນທີ່ແຕກຕ່າງກັນ, ນະຄອນຫຼວງພັນປີແຫ່ງອະລິຍະທຳຂອງຫວຽດນາມ ບໍ່ເຄີຍລືມປະຫວັດສາດອັນສະຫງ່າລາສີຂອງຕົນ. ບັນດາສະຖານທີ່ເຊັ່ນ ສຸສານປະທານ ໂຮ່ຈີມິນ ຫຼື ຄຸກ ຮວ່າລໍ ໄດ້ເປັນຫຼັກຖານທີ່ຈະແຈ້ງໃຫ້ສິ່ງນັ້ນ”.
![]() | ອົງການໄອຍະການ ຮ່າໂນ້ຍ - ວຽງຈັນ ແລກປ່ຽນບົດຮຽນປະສົບການ ຍສໝ - ວັນທີ 3 ຕຸລາ, ທ່ານນາງ ຫງວຽນທິຕວຽນ ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໄດ້ຕ້ອນຮັບຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ (ສປປ ລາວ) ໂດຍທ່ານ ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຄຳສຸກ ແສງມີໄຊ ເປັນຫົວໜ້າຄະນະ ໄປຢ້ຽມຂ່ຳນັບ. |
ແທັງຮັ່ງ