ຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຫຼາຍ​ຝ່າຍ

16:26 | 29/02/2024

ຍສໝ - ທີ່​ການ​ເຈລະຈາ Raisina, ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ “​ແກ້​ໄຂ​ບັນຫາ​ພັດທະນາ: ​ເພີ່ມ​ທະວີ​ຄວາມ​ຢືດຄອງ​ຢູ່​ອິນ​ໂດ​ເນ​ເຊຍ - ປາຊີ​ຟິກ”.

ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ
VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທີ່​ການ​ເຈລະຈາ Raisina, ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ “​ແກ້​ໄຂ​ບັນຫາ​ພັດທະນາ: ​ເພີ່ມ​ທະວີ​ຄວາມ​ຢືດຄອງ​ຢູ່​ອິນ​ໂດ​ເນ​ເຊຍ - ປາຊີ​ຟິກ”.

ໃນລະຫວ່າງວັນທີ 22 – 23 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງຫວຽດ ໄດ້ເຂົ້າຮ່ວມການສົນທະນາ Raisina ຄັ້ງທີ 9 ທີ່ດຳເນີນຢູ່ New Delhi, ອິນເດຍ. ດ້ວຍຫົວຂໍ້ “ການປະທະກັນ, ການແກ້ງແຍ້ງ, ການຮ່ວມມື ແລະ ສ້າງສັນ”. ເຂົ້າຮ່ວມກອງປະຊຸມປີນີ້ມີຜູ້ແທນ 2.500 ທ່ານ, ເຊິ່ງລວມມີບັນດາການນຳ, ເຈົ້າໜ້າທີ່ຂັ້ນສູງ, ນັກຄົ້ນຄວ້າ ແລະ ນັກຮຽນຮູ້ທີ່ມາຈາກ 100 ກວ່າປະເທດ.

ຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຫຼາຍ​ຝ່າຍ
ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ

ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ໃຫ້ຂໍ້ສັງເກດວ່າ ບັນດາສິ່ງທ້າທາຍໃນການພັດທະນາແບບຍືນຍົງ ແລະ ການຮັກສາສັນຕິພາບ, ສະຖຽນລະພາບທີ່ຍາວນານຢູ່ພາກພື້ນ ໄດ້ສົ່ງສານໃໝ່ໃຫ້ແກ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ບໍ່ພຽງແຕ່ແມ່ນພາກພື້ນແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ບັນດາປະເທດໄດ້ພ້ອມກັນມານະພະຍາຍາມໃນການຮ່ວມມືຫຼາຍຝ່າຍເພື່ອສັນຕິພາບ, ສະຖຽນລະພາບ ແລະ ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍລວມ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແລະ ອາຊຽນ ໃຫ້ຄຳໝັ້ນສັນຍາພ້ອມກັນສ້າງສານດັ່ງກ່າວ, ຜ່ານການສ້າງຕາໜ່າງປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮອບດ້ານ, ພ້ອມທັງຍົກສູງບົດບາດສຳຄັນຂອງການຮ່ວມມືຫຼາຍຝ່າຍ, ການສົນທະນາທີ່ມີລັກສະນະສ້າງສັນ ແລະ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ທຸກໆຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.