ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ

00:00 | 25/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 12 ກໍລະກົດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ບັນດາການ​ພົບ​​ກັບ ​​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ອິນ​ເດຍ Subrahmanyam Jaishankar ​ແລະ ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ ອົດ​ສະ​ຕາ​ລີ ທ່ານ Penny Wong ໃນໂອກາດບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມ AMM-56 ຢູ່ ຈາກາຕາ, ປະເທດອິນໂດເນເຊຍ.

ທີ່​ການ​ພົບ​​ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ອິນ​ເດຍ, ທ່ານ​ລັດ​ຖະ​ມົນ​ຕີ ຫວຽດນາມ ບຸ່ຍ​ແທງ​ເຊີນ ໄດ້​ຊົມ​ເຊີຍ​ລັດ​ຖະ​ບານ ອິນ​ເດຍ ເເລະ ທ່ານ​ລັດ​ຖະ​ມົນ​ຕີ S. Jaishankar ໂດຍ​ສ່ວນ​ຕົວກ່ຽວ​ກັບບັນດາ​ຜົນງານ​ການ​ຕ່າງປະ​ເທດ​ທີ່​ບັນລຸ​ໄດ້​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ອິນ​ເດຍ ​ທີ່​ມີ​ຕໍ່​ ASEAN ​ໃນ​ການ​ຮັກສາ​ຄວາມ​ສາມັກຄີ ​ແລະ ບົດບາດ​ເປັນ​ກາງ.

ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ເເລະ ທ່ານລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ ອົດ​ສະ​ຕາ​ລີ Penny Wong ທີ່ການພົບ​ສອງ​ຝ່າຍ​ ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ASEAN ຄັ້ງ​ທີ 56.

ລັດຖະມົນຕີ 2 ທ່ານ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ເຂັ້ມແຂງ​​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ພິ​ເສດ​ແມ່ນກ່ຽວ​ກັບເສດຖະກິດ ​ແລະ ການ​ຄ້າ. 2 ຝ່າຍ​ໄດ້ເປັນເອກະສັນກັນຈະສົມທົບກັນ​ຈັດ​ຕັ້ງປະຕິບັດບັນດາ​ກິດຈະກຳແລກປ່ຽນ​ຄະນະ​ຂັ້ນ​ສູງ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຄື: ຄະນະ​ກຳມະການ​ປະສົມ ຫວຽດນາມ - ອິນ​ເດຍ ​ຢ່າງ​ມີ​ປະສິດທິ​ຜົນ .

ທີ່ການແລກປ່ຽນການ​ຮ່ວມ​ມື​ໃນ​ຂົງ​ເຂດລະອຽດ, ສອງ​ລັດ​ຖະ​ມົນ​ຕີສອງທ່ານ ​ມີ​ຄວາມ​ພໍ​ໃຈ​ຕໍ່​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ເຊື່ອມ​ຕໍ່. ​ເພື່ອ​ແນ​ໃສ່​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າໃຫ້ຫຼາຍກວ່າອີກ, ລັດຖະມົນຕີສອງທ່ານ​ໄດ້ເປັນເອກະສັນກັນຈະ​​ສົມທົບ​ກັບ​ບັນດາ​ປະ​ເທດ ASEAN ກວດກາ​ຄືນ​ສັນຍາ​ການ​ຄ້າ​ສິນຄ້າ​ ASEAN (AITIGA).

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ​ໄດ້​ສະ​ເໜີ​ໃຫ້ 2 ປະ​ເທດ​ພິຈາລະນາ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ເສດຖະກິດ - ການ​ຄ້າ 2 ຝ່າຍ; ສະ​ເໜີ​ອິນ​ເດຍ ສົ່ງເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ໃຫຍ່​ເພີ່ມ​ທະ​ວີ​ການ​ລົງ​ທຶນ, ເປີດກວ້າງ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເຊັ່ນ ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ, ນ້ຳມັນ, ພະລັງງານທົດແທນ.

ກໍ່ໃນວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ​ ກໍ່ໄດ້​ມີ​ການ​ພົບ​​ກັບ ​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ ນາງ Penny Wong. ​ທ່ານລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ ໄດ້ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈຕໍ່ ຫວຽດ​ນາມ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ເຄົາລົບນັບຖືທຸກສິດ ເເລະ ທ່ານນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ ກໍ່​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຢ້ຽມຢາມ​ຄັ້ງ​ນີ້. 2 ຝ່າຍເປັນເອກະສັນກັນ​ຈະກະກຽມວຽກງານແລກປ່ຽນບັນດາ​ຄະນະ​ຂັ້ນສູງທີ່​ຈະ​ມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນໃຫ້ເປັນຢ່າງດີ.

ຫວຽດນາມ - ອິນເດຍ ຈະຊຸກຍູ້ການເຈລະຈາສັນຍາເສດຖະກິດ - ການຄ້າ 2 ຝ່າຍ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ເເລະ ທ່ານລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ອິນ​ເດຍ Subrahmanyam Jaishankar ທີ່ການພົບ​ສອງ​ຝ່າຍ​ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ASEAN ຄັ້ງ​ທີ 56.

ລັດຖະມົນຕີ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈກັບຄວາມຄືຍໜ້າທີ່ຕັ້ງໜ້າ​ໃນ​ການ​ພົວພັນ​ສອງ​ປະ​ເທດ.

ຕາງໜ້າ​ໃຫ້​ລັດຖະບານ​ຫວຽດນາມ, ທ່ານ​ລັດຖະມົນຕີ ​ບຸ່ຍ​ແທງ​ເຊີນໄດ້​ຂອບ​ໃຈ​ລັດຖະບານ ອົດ​ສະ​ຕາ​ລີ ທີ່ໄດ້​ເພີ່ມ​ທະວີ​ການໜູນ​ຊ່ວຍ​​ພັດທະນາ (ODA) ​ໃຫ້​ຫວຽດນາມ ຂຶ້ນ​ເຖິງ 95,1 ລ້ານ USD ​ໃນ​ປີການເງິນ 2023-2024.

ທ່ານ​ລັດຖະມົນຕີ ນາງ Penny Wong ​ໄດ້ເປັນເອກະສັນກັນ​​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື, ​ໃນ​ນັ້ນ ​ມີ​ຍົກສູງ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​​ການ​ຕ່າງປະ​ເທດຂອງຫວຽດນາມ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.