ເດັກນ້ອຍ 1/6 ໃນໂລກ ພວມດຳລົງຊີວິດຢູ່ເຂດເກີດການປະທະກັນ

03:13 | 31/12/2024

ຍສໝ - ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ບົດລາຍງານຂອງ UNICEF ທີ່ປະກາດເມື່ອບໍ່ດົນມານີ້, ມີເດັກນ້ອຍປະມານ 473 ລ້ານຄົນ - ເທົ່າກັບ ⅙ຂອງຈຳນວນເດັກນ້ອຍທົ່ວໂລກພວມດຳລົງຊີວິດຢູ່ບັນດາເຂດເກີດການປະທະກັນ.

WVI ໜູນ​ຊ່ວຍຕາແສງ​ພູດ​ອຍ​ ກວາງ​ຈີ້ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ອະນຸບານ ​ແລະປົກປ້ອງ​ເດັກນ້ອຍ
ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ
ເດັກນ້ອຍ 1/6 ໃນໂລກ ພວມດຳລົງຊີວິດຢູ່ເຂດເກີດການປະທະກັນ
ເດັກນ້ອຍ 1/6 ໃນໂລກ ພວມດຳລົງຊີວິດຢູ່ເຂດເກີດການປະທະກັນ

ຂ່າວລະບຸວ່າ: ອັດຕາສ່ວນເດັກນ້ອຍດຳລົງຊີວິດຢູ່ເຂດເກີດການປະທະກັນໄດ້ເພີ່ມຂຶ້ນທົບສອງເທົ່າ, ຈາກ 10% ໃນ​ທົດສະວັດ 1990 ຂຶ້ນເຖິງເກືອບ 19% ໃນປັດຈຸບັນ. ໃນທ້າຍປີຜ່ານມາ, ມີເດັກນ້ອຍ 47.​2 ລ້ານຄົນ ຕ້ອງປະລະເຮືອນຊານຍ້ອນການປະທະກັນ ແລະ ການໃຊ້ຄວາມຮຸນແຮງ. ທ່າອ່ຽງນີ້ ຄາດວ່າສືບຕໍ່ເພີ່ມຂຶ້ນໃນປີນີ້ເມື່ອບັນດາການປະທະກັນພວມເພີ່ມຂຶ້ນຢູ່ ໄຮຕີ ແລະ ລີບັງ, ມຽນມາ, ປາແລັດສະຕິນ ແລະ ຊູດັງ.ພິເສດ ຢູ່ ເຂດກາຊາ, ການປະທະກັນພວມເກີດຂຶ້ນຢ່າງຮ້າຍແຮງ. ທ່ານ ໂຣສາເລຍ ບໍຣເລນຜູ້ຊ່ຽວຊານດ້ານສື່ມວນຊົນຂອງ UNICEF ໃຫ້ຮູ້ວ່າ: ເດັກນ້ອຍ ຢູ່ ເຂດກາຊາພວມຮັບມືກັບສະພາບອາກາດໜາວ, ພະຍາດ ແລະ ຖືກຜົນສະທ້ອນຢ່າງແຮງດ້ານຈິດຕະສາດ. ມີເດັກນ້ອຍຢ່າງໜ້ອຍສຸດແມ່ນ 17,​492 ຄົນ ເສຍຊີວິດໃນເກືອບ 15 ເດືອນທີ່ເກີດການປະທະກັນ. ຕາມສະຖິຕິຂອງ UNICEF ແລ້ວ, ມີແມ່ຍິງແລະ ເດັກນ້ອຍປະມານ 96% ຢູ່ເຂດກາຊາ ບໍ່ສາມາດຕອບສະໜອງຄວາມຕ້ອງການດ້ານທາດບຳລຸງໂດຍພື້ນຖານ.

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024

ຍສໝ​ - ກອງ​ປະ​ຊຸມ​ ໄດ້​ດຳ​ເນີນໃນ​ວັນ​ທີ 16 ກໍລະກົດ, ຢູ່​ຮ່າ​ໂນ້ຍ ໂດຍ​ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ເປັນ​ປະ​ທານ ພ້ອມກັນກັບອົງການຜູ້ປະ​ຈຳ​ທັງ​ໝົດທີ່​ເຂົ້າ​ຮ່ວມ.

ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ

ຍສໝ - ທຶນການສຶກສາ 50 ທຶນ​ ໄດ້​ມອບ​ໃຫ້​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັກຮຽນ​ດຸ​ໝັ່ນ, ຮຽນ​ເກັ່ງ​ຢູ່​ໂຮງຮຽນ​ສອງ​ພາສາ​ ລາວ-ຫວຽດນາມ ຫງວຽນ​ຢູ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກນ້ອຍ​ສາກົນ.

ມີງດຶກ

ເຫດການ