ເພີ່ມທະວີການຮ່ວມມືມິດຕະພາບ ສອງພັກກອມມູນິດ ຫວຽດນາມ - ສະຫະພັນ ລັດເຊຍ

19:05 | 11/06/2019

ຍສໝ - ວັນທີ 10 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ປະເທດ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ ທີ່ Saint Petersburg, ທ່ານ ຫງວ໋ຽນ ວັນ ບີ່ງ, ກຳມະການສູນກາງພັກ, ຫົວໜ້າກຳມະການເສດຖະກິດສູນກາງ, ໄດ້ມີການເຮັດວຽກ ກັບ ຄະນະຜູ້ແທນພັກກອມມູນິດ ສະຫະພັນລັດເຊຍ.

ເພີ່ມທະວີການຮ່ວມມືມິດຕະພາບ  ສອງພັກກອມມູນິດ ຫວຽດນາມ - ສະຫະພັນ ລັດເຊຍ

ພັກກອມມູນິດ ຫວຽດນາມ ມີການປະຊຸມ ພັກສະຫະພັນ ລັດເຊຍ. (ພາບ: VOV)

ທີ່​ການ​ເຮັດ​ວຽກ, ທ່ານ ຫງວ໋ຽ​ນ ​ວັນ ​ບີ່ງ, ກຳມະການ​ສູນ​ກາງ​ພັກ ​ໄດ້​ສະ​ແດງ​ຄວາ​ມ​ຍີນ​ດີ ແລະ ຊົມເຊີຍ ລັດ​ເຊຍ ​ໃນ​ການ​ຈັດ​ບັນ​ດາ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ Saint Petersburg ຂໍໃຫ້​ປະ​ສົບ​ຜົນ​ສ​ຳ​ເລັດເປັນຢ່າງດີ; ພ້ອ​ມ​ທັງ​ຢັ້ງ​ຢືນ​ວ່າ: ຫວຽດ​ນາມ​ຍາມ​ໃດ​ກໍ່​ພ້ອມ​ເຂົ້າຮ່ວມ ເວ​ທີ​ປາ​ໄສ​ອັນຍິ່ງ​ໃຫຍ່ທັງສອງ​ຂອງ​ລັ​ດ​ເຊຍ ຄື: ກອງປະຊຸມ ​ເສດ​​ຖະ​ກິດ Saint Petersburg ແລະ ກອງປະຊຸມ ​ທິດ​ຕາ​ເວັນ​ອອກ. ທ່ານ ຫງວ໋ຽ​ນ​ ວັນ ​ບີ່ງ ​ເຊື່ອ​ໝັ້​ນ​ວ່າ: ການ​ພົວ​ພັນຂອງ​ສອງ​ປະ​ເທດ ກໍ່​ຄື ​​ສອງ​ພັກ​ກອມ​ມູ​ນິດ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຫຼາຍ​ກ່​ວາເກົ່າ, ອວຍ​ພອນໃຫ້ ​ພັກ​ກອ​ມ​ມູ​ນິດ ສະ​ຫະ​ພັນລັດ​ເຊຍ ນັບ​ມື້​ນັບ​ມີ​ບົດບາດ​ສູງ​ຂື້ນຕື່ມ ​ໃນດ້ານ​ການ​ເມືອງ​ຂອງ​ລັດ​ເຊຍ.

ເພີ່ມທະວີການຮ່ວມມືມິດຕະພາບ  ສອງພັກກອມມູນິດ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານ ຫງວຽ​ນ​ວັນ​ບີ່ງ ແລະ ປະທານພັກຄອມມິວນິດສະຫະພັນ ລັດເຊຍ, ທ່ານ Gennady Ziuganov. (ພາບ: VOV)

​ໃນ​ວັນ​ດຽວ​ກັນ, ທ່ານ ຫງວ໋ຽ​ນ ​ວັນ ​ບີ່ງ ໄດ້​ມີ​ການ​ພົບ​ປະ​ກັບ​ຕາງ​ໜ້​າ​ສະ​ມ​າ​ຄົມນັກທຸລະ​ກິດຫວຽດ​ນາມ ແລ​ະ ລົງ​ຢ້​ຽ​ມ​ຢ​າມ​ ສູນ Incentra ຮ່າ​ໂນ້ຍ - ມົດ​ສະ​ກູ, ເຮັດ​ວຽກ ກັບ ບໍ​ລິ​ສັດ​ທ່າກ​ຳ​ປັ່ນ AZOV, ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ​ຢູ່​ ສະ​ຖານ​ທູດຫວຽດ​ນາມ ປະ​ຈ​ຳ ສະ​ຫະ​ພັນລັດ​ເຊຍ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.