ໄລ່ຮອດເວລາ 17 ໂມງຂອງວັນທີ 14 ກັນຍາ, ຍ້ອນຜົນສະທ້ອນຈາກພາຍຸ Yagi, ມີ 20 ແຂວງ, ນະຄອນຖືກຜົນກະທົບຈາກພາຍຸ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ພິເສດ, ມີ 352 ຄົນເສຍຊີວິດ ແລະ ຫາຍສາບສູນ. ປັດຈຸບັນ, ກຳລັງຂອງກອງທັບໄດ້ນຳສົ່ງປະຊາຊົນ 374.000 ຄົນໄປຍັງເຂດປອດໄພ. ກຳລັງກອງທັບໄດ້ລະດົມພະນັກງານ, ນັກຮົບກ່ວາ 187.000 ຄົນ ພ້ອມກັບພາຫະນະຫຼາຍຢ່າງເພື່ອເຂົ້າຮ່ວມວຽກງານປ້ອງກັນຕ້ານ, ແກ້ໄຂຜົນຕາມມາໂດຍພາຍຸກໍ່ຂຶ້ນ. ກະຊວງປ້ອງກັນປະເທດກໍ່ໄດ້ໜູນຊ່ວຍເຂົ້າສານກ່ວາ 100 ໂຕນ, ອາຫານແຫ້ງ 33 ໂຕນໃຫ້ແກ່ປະຊາຊົນບັນດາແຂວງ.
![]() |
ປະທານຄະນະກຳມະນສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ຮັບເງິນບໍລິຈາກຈາກກະຊວງຄົມມະນາຄົມແລະຂົນສົ່ງ (ພາບ: ກວາງວິງ) |
ໂດຍຕອບສະໜອງຄວາມຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ມີຫຼາຍອົງການ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ປະກອບເງິນຜ່ານຄະນະຂົນຂວາຍການກູ້ຊ່ວຍຈຳນວນເງິນກ່ວາ 1000 ຕື້ ດົ່ງ (ກ່ວາ 400 ລ້ານ USD). ວັນທີ 14 ກັນຍາ, ສະຖານທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອັງກິດຈະປະກອບເງິນກ່ວາ 1 ລ້ານ GBP ເພື່ອຊ່ວຍຫວຽດນາມແກ້ໄຂຜົນຕາມມາຈາກພາຍຸ Yagi.
![]() | Lanny Phetnion: ຄົນຕ່າງປະເທດຄົນທຳອິດທີ່ໄດ້ຮັບນາມມະຍົດທູດພາສາຫວຽດນາມ ຢູ່ຕ່າງປະເທດ ຍສໝ - ທ່ານນາງ Lanny Phetnion, ອາຈານພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ຮັບນາມມະຍົດເປັນທູດພາສາຫວຽດນາມ ຢູ່ຕ່າງປະເທດໃນປີ 2024. ນີ້ແມ່ນຄົນຕ່າງປະເທດຄົນທຳອິດທີ່ໄດ້ຮັບນາມມະຍົດເປັນທູດພາສາຫວຽດນາມ ຢູ່ຕ່າງປະເທດ ດ້ວຍພາລະກິດໂຄສະນາວັດທະນາ, ສົ່ງແຮງບັນດານໃຈ, ສ້າງກຳລັງຜັກດັນໃນການສິດສອນ, ຮຽນຮູ້ ແລະ ນຳໃຊ້ພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາເພື່ອນມິດສາກົນ. |
![]() | ເພີ່ມຫຼາຍບ້ວງຊ່ວຍເຫຼືອຈາກສາກົນ ຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸ Yagi ຍສໝ - ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 35 ໂຕນ ເພື່ອໜູນຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍທີ່ຕາມມາຈາກພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi. |
ມີງດຶກ