![]() | ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ |
![]() | ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລາວ - ມົງໂກລີ |
ການນຳກະຊວງແຜນການ ແລະ ການລົງທຶນຫວຽດນາມ ມີທ່ານລັດຖະມົນຕີ ເຈີ່ນກ໋ວກເຟືອງ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ບັນດາອົງການ, ຫົວໜ່ວຍພາຍໃນກະຊວງ. ຝ່າຍ ສປປ ລາວ, ມີ ສະຫາຍ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານກຳມາທິການຮ່ວມມື ລາວ-ຫວຽດນາມ ເປັນຫົວໜ້າຄະນະ. ເຂົ້າຮ່ວມມີ ສະຫາຍ ຄຳແພງ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ການນຳແຂວງ ເງ້ອານ ມີສະຫາຍ ບຸ່ຍດິ່ງລອງ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແລະ ການນຳຂອງບັນດາພະແນກ, ສາຂາຈຳນວນໜຶ່ງ.
![]() |
ສະຫາຍ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ກ່າວຄຳປາໄສທີ່ກອງປະຊຸມ |
ທີ່ກອງປະຊຸມ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບບັນດາຂໍ້ມູນສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ ແລະ ຄະນະກຳມະການຮ່ວມມື 2 ປະເທດ; ໃຫ້ປຶກສາຫາລືຢ່າງກົງໄປກົງມາ ແລະ ເປັນເອກະພາບ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ. ຫຼາຍເນື້ອໃນການຮ່ວມມືທີ່ສຳຄັນລະຫວ່າງສອງປະເທດຕ້ອງສືບຕໍ່ໄດ້ຮັບການຊຸກຍູ້ເພື່ອຮັບປະກັນຄວາມກ້າວໜ້າຕາມທິດນຳຂອງການນຳຂັ້ນສູງສອງປະເທດ. ຄໍາເຫັນສະເໜີໃຫ້ຄະນະກຳມະການຮ່ວມມືຂອງສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງກວດກາຄືນບັນດາເນື້ອໃນ, ໂຄງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດທີ່ຍັງຄົງປະສົບກັບບັນຫາ ແລະ ຍັງຄົງຄ້າງຕາມກຳນົດເວລາ ເພື່ອສັງລວມ ແລະ ລາຍງານໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງພິຈາລະນາ ການແກ້ໄຂສຸດທ້າຍໃນອະນາຄົດອັນໃກ້ນີ້.
ກ່າວຄຳປາໄສທີ່ກອງປະຊຸມ, ສະຫາຍ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນໃນນາມຕາງໜ້າໃຫ້ລັດຖະບານ ສປປ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ , ໂດຍຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມ.
ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ປຶກສາຫາລືບາງສະພາບການຂອງໂລກ ແລະ ພາຍໃນປະເທດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ;ປະຕິບັດແຜນການຮ່ວມມືປີ 2024 ແລະ ສັນຍາຮ່ວມມືລະຫວ່າງສອງປະເທດໄລຍະ 2021-2025.
![]() | ສະຖານທູດແຫ່ງ ລາຊະອານາຈັກ ມາຣົກ ເຄົາລົບ ແລະ ຕີລາຄາສູງບັນດາທ່ານໝໍ ຫວຽດນາມ ຍສໝ - ສະຖານທູດແຫ່ງ ລາຊະອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍສະແດງຄວາມຂອບໃຈຢ່າງຈິງໃຈເຖິງໂຮງໝໍມິດຕະພາບ ຫວຽດດຶກ ພາຍຫຼັງທີ່ໄດ້ເບິ່ງແຍງໃຫ້ແກ່ພົນລະເມືອງ ມາຣົກ ສອງຄົນທີ່ປະສົບອຸບັດຕິເຫດເມື່ອບໍ່ດົນມານີ້. |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງໄປລັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມ BRICS ເປີດກ້ວາງ ຍສໝ - ຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ Kazan, ສະຫະພັນລັດເຊຍ ແຕ່ວັນທີ 23 – 24 ຕຸລາ 2024 ຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ... |
ມີງດຶກ