ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ

06:09 | 21/09/2023

ຍສໝ - ໃນວັນທີ 20 ກັນຍາ 2023 ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະ ຊວງການຕ່າງປະເທດ

ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດຫວຽດນາມ ຢູ່ ສປປ.ລາວ ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດຫວຽດນາມ ຢູ່ ສປປ.ລາວ
ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ. ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ.

ໃນວັນທີ 20 ກັນຍາ 2023 ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ໃນໄລຍະກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ພົບປະສອງຝ່າຍກັບຕາງໜ້າຂັ້ນສູງຂອງ ອົງການ ສປຊ ແລະ ປະເທດເພື່ອນມິດ.

ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ
ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ ທ່ານ ບຸຍ ແທງ ເຊິນ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ

ໃນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະກັບ ທ່ານ ນາງ ອາມີນາ ໂມຮາມັດ(Amina J. Mohamed), ຮອງເລຂາທິການໃຫຍ່ ອົງການ ສປຊ ເພື່ອແລກປ່ຽນຄຳຄິດເຫັນ ກ່ຽວກັບ ຂອບການຮ່ວມມືດ້ານການພັດທະນາ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ, ການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ (ປພຍ) ແລະ ບັນດາແຜນງານຂອງສາກົນໃນລະດັບປະເທດ, ການສືບຕໍ່ເສີມຂະຫຍາຍບົດບາດຂອງ ອົງການ ສປຊ ໃນວຽກງານສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນໂລກ, ການປັບປຸງລະບົບການເຮັດວຽກຂອງບັນດາອົງການເຄືອຂ່າຍ ສປຊ ໃນລະດັບປະເທດ ແລະ ການຍົກສູງບົດບາດຂອງຫ້ອງການຜູ້ປະສານງານ ສປຊ ເພື່ອສະໜັບສະໜູນໂຄງການພັດທະນາເສດຖະກິດ-ສັງຄົມ ໃນລະດັບປະເທດ ລວມທັງ ການສືບຕໍ່ລະດົມການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໂດຍສອດຄ່ອງກັບບູລິມະສິດແຫ່ງຊາດ. ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ບູລິມະສິດ ສໍາລັບການຮ່ວມມື ລາວ-ສປຊ ໃນຕໍ່ໜ້າ ໂດຍສະເພາະການການລະດົມທຶນຮອນເພີ່ມເຕີມຈາກສະຖາບັນການເງິນ ສາກົນ ເຂົ້າໃນວຽກງານພັດທະນາໃຫ້ຫລາຍຂຶ້ນ. ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ອົງການ ສປຊ ທີ່ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ໃນຕະຫລອດໄລຍະຫລາຍທົດສະວັດຜ່ານມາ ແລະ ທ່ານ ຮອງເລຂາທິການໃຫຍ່ ກໍໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ອົງການ ສປຊ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາຂອງຕົນ ໂດຍຜ່ານບັນດາອົງການເຄືອຂ່າຍ ສປຊ ທີ່ພວມປະຕິບັດຫນ້າທີ່ຢູ່ໃນລະດັບປະເທດ.

ໃນວັນດຽວກັນນີ້, ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ ທ່ານ ບຸຍ ແທງ ເຊິນ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ, ທ່ານ ປານປຣີ ພະຫິດທານຸກອນ (Parnpree Phahitthanukorn), ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ປີເຕີ ຊິຈາໂຕ (Peter Szijiarto), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຮົງກາລີ ເພື່ອປຶກ ສາຫາລື ກ່ຽວກັບການຮ່ວມມືໃນຂອບສອງຝ່າຍ, ຫລາຍຝ່າຍ ແລະ ແລກປ່ຽນທັດສະນະ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ລວມທັງ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມລົງນາມໃນສົນທິສັນຍາ ວ່າດ້ວຍ ການສະ ຫງວນ ແລະ ການນໍາໃຊ້ຊີວະນາໆພັນແບບຍືນຍົງທາງທະເລ ຢູ່ນອກເຂດອະທິປະໄຕ(BBNJ) ເຊິ່ງເປັນສົນທິສັນຍາຍ່ອຍ ພາຍໃຕ້ຂອບລວມ ຂອງສົນທິສັນຍາ ສປຊ ວ່າດ້ວຍ ກົດໝາຍທະເລ ເຊິ່ງມີເປົ້າຫມາຍເພື່ອສະຫງວນ ແລະ ນໍາໃຊ້ຊີວະນາໆພັນທາງທະເລ ແບບຍືນຍົງ ໂດຍສອດຄ່ອງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ນອກຈາກນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຊິ່ງປະກອບດ້ວຍ ທ່ານ ລັດຖະມົນຕີ ກະ ຊວງສາທາລະນະສຸກ, ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ເຂົ້າຮ່ວມບັນດາກອງປະຊຸມລະດັບສູງ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ຕິດພັນກັບວຽກງານ ແລະ ພາລະບົດບາດຂອງແຕ່ລະພາກສ່ວນ. ໃນນັ້ນ, ລວມມີ ກອງປະ ຊຸມລະດັບສູງ ວ່າດ້ວຍການກະກຽມຕ້ານ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດຮ້າຍແຮງ, ກອງປະຊຸມສຸດຍອດດ້ານສິ່ງແວດລ້ອມ, ພາກປຶກສາຫາລືໃນລະດັບຜູ້ນໍາ ພາຍໃຕ້ກອງປະຊຸມສຸດຍອດ ປພຍ, ກອງປະຊຸມລະດັບລັດຖະມົນຕີ ພາຍໃຕ້ຂອບການຮ່ວມມື ອາຊີ (ACD), ກອງປະຊຸມລະດັບລັດຖະມົນຕີ ວ່າດ້ວຍການສະໜອງທຶນເພື່ອການພັດທະນາ ແລະ ອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.