ເລື່ອງລາວກ່ຽວກັບການເປັນອາສາສະໝັກ 15 ວັນຢູ່ລາວ

14:12 | 12/07/2024

ຍສໝ - ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຢູ່​ລາວ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ພາລະກິດ​ເຊື່ອມ​ຕໍ່, ກໍ່ສ້າງ ​ແລະ ​ເພີ່ມ​ພູນຄູນສ້າງນໍ້າໃຈ​ມິດຕະພາບ ຫວຽດນາມ - ລາວ. ປີ 2024 ກໍ່​ແມ່ນ​ປີ​ຄົບຮອບ 20 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຂອງ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ຢູ່ ສປປ ລາວ (2004-2024).

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ
ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ

ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຢູ່​ລາວ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ພາລະກິດ​ເຊື່ອມ​ຕໍ່, ກໍ່ສ້າງ ​ແລະ ​ເພີ່ມ​ພູນຄູນສ້າງນໍ້າໃຈ​ມິດຕະພາບ ຫວຽດນາມ - ລາວ. ປີ 2024 ກໍ່​ແມ່ນ​ປີ​ຄົບຮອບ 20 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຂອງ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ຢູ່ ສປປ ລາວ (2004-2024).

ເພື່ອນໃໝ່, ບົດຮຽນໃໝ່

ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ປະຈຳ ສປປ ລາວ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 15 ມິຖຸນາ​ ຢູ່​ທີ່​ສະໂມສອນເຍົາວະຊົນ​ນະຄອນ. ທິມອາສາສະໝັກ ໄດ້ເຄື່ອນໄຫວເປັນເວລາ 15 ວັນ ຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ, ສປປ ລາວ. ພາຍຫຼັງ 18 ຊົ່ວໂມງຂອງການເດີນທາງ, ຄະນະທັງໝົດໄດ້ມາມີໜ້າຢູ່ດ່ານຊາຍແດນສາກົນເບີອີ່ (ກອນຕູ່ມ) ແລະ ໄດ້ປະກອບເອກະສານເຂົ້າເມືອງ, ເຂົ້າປະເທດເພື່ອນບ້ານຢ່າງເປັນທາງການ.

ໃນ​ແຕ່ລະ​ມື້​ຢູ່​ທີ່​ນີ້, ຄະນະ​ໄດ້​ດຳ​ເນີນ​ຫຼາຍ​ກິດຈະກຳ​ຄື: ກວດ​ພະຍາດ, ​ແຈກ​ຢາຍ​ຢາ​ໃຫ້​ປະຊາຊົນ​ໂດຍ​ບໍ່​ເສຍ​ຄ່າ; ຈັດ​ຕັ້ງ​ສະ​ໜາມ​ຫຼິ້ນ ແລະ ​ມອບ​ຂອງ​ຂວັນ​ໃຫ້​ເດັກ​ນ້ອຍຢູ່​ທ້ອງ​ຖິ່ນ; ຈັດຕັ້ງການແຕ້ມລະບາຍສີ ແລະ ກໍ່ສ້າງເດີ່ນຫຼິ້ນ; ຝຶກ​ອົບຮົມ​ທັກສະວິຊາ​ຊີບ​ການ​ເລີ່ມປະກອບ​ອາຊີບ ​ແລະ ກະສິກຳ​ໃຫ້​ແກ່​ຊາວ​ໜຸ່ມ ​ແລະ ປະຊາຊົນ​ທ້ອງ​ຖິ່ນ...

ເປັນໜ້າສົນໃຈ, ບັນດາ​ນັກຮົບຂອງທິມອາສາ​ສະໝັກ​ປະຕິບັດ 3 ​ໂຄງການ​ແຕ້ມ​ຮູບລະບາຍສີ. ​ໃນ​ນັ້ນ, ມີ​ງານ​ແຕ້ມ​ຮູບ 2 ໂຄງການ​​ສົມທົບ​ກັບ​ສະໜາມ​ຫຼິ້ນ​ໃນ​ຮົ່ມ ​ແລະ 1 ໂຄງການ​ແຕ້ມ​ຮູບ​ຢູ່ກາງແຈ້ງ. ​ໂດຍເປັນ​ຜູ້​ຮັບຜິດຊອບ​ໂຄງການແຕ້ມລະບາຍສີ, ນາງ ​ເຈີ່ນ​ທິ​ຮ່ວາ​ຮະ (ນັກສຶກສາ​ປີ 3, ມະຫາວິທະຍາ​ໄລ​ວິຈິດ​ສິນ​ ນະຄອນ​ໂຮ່ຈິ​ມິນ) ​ໄດ້ມີຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ເຖິງ​ຮູບ​ແຕ້ມ​ທີ່​ທັງ​ທີມ​ປະຕິບັດ​ຢູ່​ໂຮງຮຽນ​ປະຖົມ ຫຼັກທີ 43, ​ເມືອງ​ປະທຸມ​ພອນ, ​ແຂວງ​ຈຳປາ​ສັກ. ຮວ່າ​ຮະ ​ໃຫ້​ຮູ້​ວ່າ ທິມງານ​ແຕ້ມ​ຮູບ​ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຂອງທິມອື່ນໆ, ​ໄດ້​ສຳ​ເລັດ​ໂຄງການ​ພາຍ​ໃນ 1 ວັນ​ເຄິ່ງ, ​ເປັນ​ເວລາ​ໄວ​ເມື່ອ​ທຽບ​ໃສ່ 2 ​ໂຄງການ​ກ່ອນ​ໜ້າ​ນີ້. ເມື່ອຫວນຄືນເບິ່ງໂຄງການທີ່ສຳເລັດແລ້ວ, ຮວ່າຮະ ສຸດທີ່ມີຄວາມດີໃຈຫຼາຍທີ່ໄດ້ປະກອບສ່ວນເຂົ້າໃນບັນຍາກາດການຮຽນ, ການຫຼິ້ນໃຫ້ເດັກນ້ອຍຢູ່ຮາກຖານ. ​ການໄປຄັ້ງນີ້​ຍັງ​ໄດ້​ຊ່ວຍ​ໃຫ້​ຮ່ວາ​ຮະ ມີ​ເພື່ອນ​ມິດ​ໃໝ່ ​ແລະ ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ.

ຖືກ​ແຕ່ງຕັ້ງ​ສົ່ງ​ໄປ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທີ 2, ທ່ານ ເຈີ່ນ​ມິງ​ດາດ, ນັກ​ສຶກສາ​ປີ 2, ມະຫາວິທະຍາໄລ ສັບພະວິຊາ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ) ​ໄດ້​ທໍາຄວາມລື້ງເຄີຍຢ່າງໄວວາ ​ໃນການໄປ​ປະ​ເທດ​ລ້ານ​ຊ້າງນີ້. ​ໃນ​ແຕ່ລະ​ມື້​ທີ່​ເຄື່ອນ​ໄຫວພົບປະ​ສື່ສານ​ກັບ​ເດັກນ້ອຍ ມິງ​ດາດ ​ໄດ້​ຮຽນ​ບັນດາ​ປະໂຫຍກໃນການ​ສື່ສານ​ງ່າຍໆ​ຄື ວິທີ​ເອີ້ນ​ເດັກນ້ອຍ​ມາ​ຫຼິ້ນນຳກັນ, ກິນ​ເຂົ້າໜົມ​... ຍ້ອນ​ພາສາ​ທີ່​ແຕກ​ຕ່າງ​ກັນ, ເມື່ອ​ຢາກ​ໃຫ້​ເດັກນ້ອຍໄດ້​ຫຼິ້ນ, ມິງ​ດາດ​ ຈະ​ເຮັດໃຫ້ເດັກນ້ອຍເບິ່ງ ​ແລະ ​ປະ​ຕິ​ບັດ​ຕາມ. ມິງດາດ ​ໃຫ້​ຮູ້​ວ່າ ຄວາມ​ຊົງ​ຈຳດີ​ທີ່​ສຸດ​ແມ່ນ​ເມື່ອ​ໄປ​ເຮັດ​ວຽກ​ຢູ່​ໂຮງຮຽນ​ມິດຕະພາບ ​ຫວຽດນາມ - ລາວ, ​ແຂວງ​ຈຳປາ​ສັກ. ເດັກນ້ອຍຢູ່ໂຮງຮຽນໄດ້ຮ້ອງເພງເຊັ່ນ: ຄືມີລຸງໂຮ່ໃນວັນແຫ່ງໄຊຊະນະ.

“ຂ້າພະ​ເຈົ້າ​ຮູ້ສຶກ​ຕື່ນ​ເຕັ້ນ​ເມື່ອ​ໄດ້​ຍິນ​ພວກ​ເດັກນ້ອຍ​ຮ້ອງ​ເພງ ​ແລະ ຮູ້ສຶກ​ເຖິງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຄວາມ​ຮັກ​ແພງ​ຂອງ​ຊາວ​ລາວ ​ທີ່​ມີ​ຕໍ່​ລຸງ​ໂຮ່”.

ເຫດການສຳຄັນທີ່ບໍ່ອາດລືມໄດ້ຂອງຊີວິດນັກສຶກສາ

ການ​ເຂົ້າ​ຮ່ວມ​ທິມອາສາ​ສະໝັກ​ລະດູ​ຮ້ອນ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​ ຍັງມີ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ​ໂຮ່ຈິ​ມິນ ຈຳນວນ 8 ຄົນ. ທິມປະຕິບັດ​ວຽກ​ງານ​ການ​ສອນ​ຜ່ານ​ການ​ເຄື່ອນ​ໄຫວ​ສິດສອນ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ຈຳປາ​ສັກ ​ແລະ ຝຶກ​ອົບຮົມ​ຄູ​ສອນ​ຢູ່​ໂຮງຮຽນ​ມິດຕະພາບ​ ຫວຽດນາມ - ລາວ, ​ແຂວງ​ຈຳປາ​ສັກ. ບັນດາການເຄື່ອນໄຫວຢູ່ໂຮງຮຽນມິດຕະພາບ ຫວຽດນາມ - ລາວ ແມ່ນດຳເນີນໄປເພື່ອແນໃສ່ບັນດາຄູອາຈານ ແລະ ນັກຮຽນຊັ້ນ ປໍ 1-5 ທີ່ເປັນລູກຫຼານຊາວຫວຽດນາມ ອາໄສຢູ່ນະຄອນປາກເຊ, ແຂວງຈໍາປາສັກ.

Đội hình trường Đại học Sư phạm TPHCM hướng dẫn các em học sinh vẽ trang trí áo dài  ຄະນະ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ນິລະນາມ​ນະຄອນ​ໂຮ່ຈິ​ມິນ ​ແນະນຳ​ໃຫ້​ນັກ​ສຶກສາ​ແຕ້ມ​ຮູບປະດັບເສື້ອຍາວ

ທິມນັກ​ສຶກສາ​ມະຫາວິທະຍາ​ໄລສ້າງຄູ ​ນະຄອນ​ໂຮ່ຈິ​ມິນ ​ແນະນຳ​ໃຫ້​ນັກ​ສຶກສາ​ແຕ້ມ​ຮູບລະບາຍສີຊຸດເສື້ອຍາວ.

ນາງ ຫງວຽນ​ທິ​ຈຸກ​ລ່າມ (ນັກ​ສຶກ​ສາ​ປີ 4, ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງຄູ ນະ​ຄອນ​ໂຮ່​ຈິ​ມິນ) ໃຫ້​ຮູ້​ວ່າ ​ພາ​ສາ​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ໃຫຍ່​ທີ່​ສຸດ. ສິ່ງນີ້ເຮັດໃຫ້ທີິມງານບໍ່ສາມາດຖ່າຍທອດໄດ້ຢ່າງເຕັມສ່ວນ. ຢ່າງໃດກໍຕາມ, ຈຸກລ່າມ ແລະສ ະມາຊິກທີມຂອງລາວ ກໍ່ພະຍາຍາມສຸດຄວາມສາມາດຂອງເຂົາເຈົ້າ. ການ​ໄດ້​ຍິນ​ພາສາ​ຫວຽດນາມ​ ຢູ່​ປະ​ເທດ​ອື່ນ ​ແລະ ​ເຫັນ​ວ່າ​ຄູ​ອາ​ຈານ​ຢູ່​ທີ່​ນີ້​ຍັງ​ຮັກສາ ​ແລະ ​ເຜີຍ​ແຜ່​ພາສາ​ຫວຽດນາມ​ ໃຫ້​ແກ່​ລູກ​ຫຼານ​ຄົນ​ລຸ້ນຫຼັງນັ້ນ ກໍ່​ເປັນ​ທີ່​ຊື່ນ​ຊົມ​ທີ່​ສຸດ​ສຳລັບ​ອາສາ​ສະໝັກ​ທຸກ​ຄົນແລ້ວ.

ນອກ​ນັ້ນ, ​ທິມງານຍັງມີລາຍການ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ ຫວຽດນາມ ຜ່ານ​ບັນດາ​ຊຸດອາພອນ​, ງານ​ບຸນ​ປະເພນີໄປສູ່​ນັກຮຽນ ​ແລະ ປະຊາຊົນ​ລາວ. ໂດຍເປັນຄົນທີ່​ຢືນ​ຢູ່​ເທິງໜ້າກະດານສອນແນະ​ນຳ​ບັນ​ດາ​ນັກ​ຮຽນ, ຈຸກລ່າມ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ແພງ​ທີ່ຫຼວງຫຼາຍ​ຈາກ​ບັນດານ້ອງໆ. ​ໃນ​ນັ້ນ, ຈຸກລ່າມ ​ໄດ້​ຮັບ​ຮູບ​ພາບ​ຈາກເດັກຍິງ​ຊື່ວ່າ ລິ່ງດານ.

ຈຸກລ່າມ ​ໃຫ້​ຮູ້​ວ່າ: “ລິ່ງດານ ​ແມ່ນ​ເດັກນ້ອຍ​ທີ່​ເວົ້າ​ພາສາ​ຫວຽດນາມ ​ໄດ້​ດີ. ຍ້ອນມີຄວາມຮັກ, ນາງໄດ້ແຕ້ມຮູບຂ້າພະເຈົ້າໃນຂະນະທີ່ຂ້າພະເຈົ້າກໍາລັງສອນ". ນາງ​ກ່າວ​ວ່າ: “​ເມື່ອ​ເບິ່ງ​ຄືນ​ໃນ 15 ວັນ​ທີ່​ຜ່ານ​ມາ, ທຸກໆ​ຄັ້ງ​ທີ່​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່ນັກຮຽນ​ລາວ ​ແລະ ຊາວລາວ ເຊື້ອສາຍຫວຽດນາມ, ຍາມ​ໃດ​ກໍ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ​ຕໍ່​ພາລະກິດ​ນຳ​ພາສາ​ຫວຽດນາມ ​ແລະ ວັດທະນະທຳ ຫວຽດນາມ ຫຍັບມາ​ໃກ້​ນັກຮຽນ​ໃນ​ປະ​ເທດ​ນີ້ຫຼາຍກວ່າອີກ".

ໃນ​​ມື້​ສຸດ​ທ້າຍ​ຂອງ​ການ​ເດີນທາງ, ບັນດານັກຮົບ​ອາສາ​ສະໝັກ​ໄດ້​ມີ​ການ​ພົບ​ປະ​ກັບ​ກົງ​ສຸນ​ໃຫຍ່ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ ລາວ. ນີ້​ແມ່ນ​ຄວາມ​ພາກພູມ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກຮົບ​ໃນທິມງານ.

ກັບຄືນເມືອນະຄອນ ໂຮ່ຈີມິນ ພາຍຫຼັງ 15 ວັນປະຕິບັດວຽກງານ, ປະສົບການຢູ່ປະເທດເພື່ອນແມ່ນຄວາມຊົງຈຳທີ່ໜ້າຈົດຈຳຂອງບັນດານັກຮົບ. ສຳລັບ ກວິ່ງຍື່ (ນັກສຶກສາປີ 3, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ) ແລ້ວ, ການເດີນທາງໄດ້ນໍາມາເຊິ່ງບັນດາບົດຮຽນ ແລະ ປະສົບການຕົວຈິງໃນວຽກງານສື່ສານ. ກວິ່ງຍື່ ກໍ່ຍັງ​ໄດ້​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ທັກສະການ​ສື່​ສານ​, ການ​ດໍາ​ລົງ​ຊີ​ວິດ ແລະ ມີຄວາມເຄົາລົບຕໍ່ຄວາມເອົາໃຈໃສ່ຈາກສະມາຊິກພາຍໃນທິມທີ່ມີຕໍ່ກັນ, ອາດເວົ້້າໄດ້ວ່າ 15 ວັນທີ່ອາສາສະໝັກ ຢູ່ລາວ ແມ່ນໜື່ງໃນບັນດາຂີດໝາຍທີ່ມີຄວາມໝາຍເປັນພິເສດ ໂດຍສະເພາະແມ່ນໃນຊີວິດນັກຮຽນຂອງບັນດານັກຮົບທ່ີ່ເຂົ້າຮ່ວມອາສາສະໝັກ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.