38 ຜົນງານເຂົ້າຮ່ວມໃນງານວາງສະແດງການສົນທະນາກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e

07:44 | 17/01/2024

ຍສໝ - ຫວ່າງມໍ່ໆນີ້, ງານ​ວາງສະ​ແດງ “ການ​ສົນທະນາ​ກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e” ​ໄດ້ເປີດຢູ່ ວັນໝຽວ - ກວກຕືຢ໋າມ, ຮ່າ​ໂນ້ຍ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັກສຳມະນາກອນກອງທັບປະຊາຊົນລາວ ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັກສຳມະນາກອນກອງທັບປະຊາຊົນລາວ

ງານ​ວາງສະ​ແດງ “ການ​ສົນທະນາ​ກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e” ​ໄດ້ຈັດ​ຕັ້ງ​ໂດຍສູນການເຄື່ອນໄຫວວັດ​ທະ​ນະ​ທຳວິທະຍາສາດ ວັນໝຽວ - ກວກຕືຢ໋າມ ສົມທົບກັບກຸ່ມນັກແຕ້ມໜຸ່ມຂຶ້ນກັບໂຄງ​ການ “ຈາກ​ໃູນເຊື້ອ​ໄປເຖິງມູນເຊື້ອ” ແລະ ຍີ່​ປຸ່ນ Foundation ຈັດຕັ້ງ.

​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້ ມີ​ນັກ​ປະພັນ 34 ຄົນ ​ເຊິ່ງແມ່ນບັນດານັກແຕ້ມໜຸ່ມ ທີ່ເຄີຍ​ ​ແລະ ພວມ​ຮໍ່າຮຽນ​ຢູ່​ພາກ​ວິຊາ​ຈິດຕະກຳຂອງມະຫາວິທະຍາ​ໄລວິຈິດສິນ ຫວຽດນາມ. ດ້ວຍ 38 ຜົນງານທີ່ສ່ອງແສງໃຫ້ເຫັນຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ທັງ​ຄຸ້ນ​ເຄີຍ ແລະ ​ໃໝ່ ໄດ້ສະ​ແດງ​ອອກ​ຜ່ານ​ທັດ​ສະ​ນະ​ຍຸກ​ສະ​ໄໝ.

ງານ​ວາງສະ​ແດງ ​ແມ່ນ​ບັນດາຫົວຄິດປະດິດສ້າງຂອງບັນດານັກແຕ້ມໜຸ່ມບົນແຫຼ່ງຄວາມຮູ້ສຶກໃນການຮຽນຮູ້ຄົ້ນ​ຄ້ວາ ຈາກ​ບັນດາປັດໄຈສິ່ງຍອດຢ້ຽມ​ຂອງພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e, ປະສົມປະສານ​ກັບ​ບັນດາ​ຄຸນຄ່າ​ສິ່ງຍອດຢ້ຽມຂອງວັດຖຸພັນສິລະປະກຳພື້ນ​ເມືອງ​ຂອງ ​ຫວຽດນາມ ​ເຊັ່ນ ໄໝ, ສີຂັດມັນ, ເຈ້ຍສາ, ເຈ້ຍຢ່າງ,...

38 ຜົນງານເຂົ້າຮ່ວມໃນງານວາງສະແດງການສົນທະນາກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e

ງານ​ວາງສະ​ແດງ “ການ​ສົນທະນາ​ກັບພາບໄມ້ຄວັດແກະສະຫຼັກ ຍີ່ປຸ່ນ Ukiyo-e” ແກ່ຍາວຮອດວັນທີ 12 ມີນາ 2024 ທີ່ວັນໝຽວ - ກວກຕືຢ໋າມ, ຮ່າໂນ້ຍ.

ງານ​ວາງສະ​ແດງ​ຫວັງຢາກໂຄສະນາ​ຄວາມ​ງາມ, ຄວາມ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາວັດຖຸພັນສິລະປະກຳພື້ນເມືອງ ຫວຽດນາມ ຕໍ່ບັນດາຜູ້​ທີ່ຮັກ​ສິລະ​ປະ​ພື້ນ​ເມືອງ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ. ພ້ອມກັນນັ້ນ, ຍັງເປັນໂອກາດເພື່ອແນະນຳບັນດາຜະລິດຕະພັນວັດທະນະທໍາທີ່ໄດ້ກັ່ນຕອງຈາກຂະບວນການຄົ້ນພົບບັນດາຄຸນຄ່າສິລະປະພື້ນເມືອງຜ່ານການໂອ້ລົມສົນທະນາວັດທະນະທໍາຂ້າມຊາດ ໃຫ້ແກ່ປະຊາຊົນ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ຂອງຂວັນ​ພິ​ເສດ​ໃນ​ໂອກາດ​ບຸນເຕັດປີມະໂລງ 2024 ທີ່ມອບ​ໃຫ້​ແກ່​ປະຊາຊົນ​ນະຄອນຫຼວງ ​ແລະ ນັກ​ທ່ອງ​ທ່ຽວ, ພ້ອມກັນກໍ່ສ້າງເຂດຮ່ອງຮອຍ ວັນໝຽວ - ກວກຕືຢ໋າມ ໃຫ້​ກາຍ​ເປັນພື້ນທີ່​ປະດິດ​ສ້າງ​ຂອງ​ນະຄອນຫຼວງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.