ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງໂກນ ຂຶ້ນສູ່ລະດັບສູງໃໝ່

22:47 | 30/09/2024

ຍສໝ - ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຊ່ວຍເຫຼືອຍ ແລະສະໜັບສະໜູນກັນ ກໍ່ຄືນ້ຳໃຈຕິດພັນກັນຢ່າງສະໜິດແໜ້ນມາແຕ່ດົນນານລະຫວ່າງປະຊາຊົນສອງປະເທດ, ການພົວພັນຫວຽດນາມ-ມົງໂກນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງດີງາມ

ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່ ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່
ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່

ວັນທີ 30 ກັນຍາ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເລີ່ມຢ້ຽມຢາມລັດຖະກິດ ມົງໂກນ ຕາມຄຳເຊີນຂອງທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ. ການຢ້ຽມຢາມຄັ້ງນີ້ກົງກັບໂອກາດຫວຽດນາມ ແລະມົງໂກນ ຈັດຕັ້ງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະມີຄວາມໝາຍສຳຄັນຕໍ່ກັບການພົວພັນສອງປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງ.

ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ມົງໂກນ ຂຶ້ນສູ່ລະດັບສູງໃໝ່
ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ແລະມົງໂກນ ສ້າງຕັ້ງການພົວພັນທາງການທູດໃນວັນທີ 17 ພະຈິກ 1954. ເດືອນກໍລະກົດ 1955, ປະທານ ໂຮ່ຈີມິນ ນຳໜ້າຄະນະຜູ້ແທນພັກ, ລັດຖະບານ ຫວຽດນາມ ຢ້ຽມຢາມມົງໂກນ ຄັ້ງທຳອິດ. ຕໍ່ມາ, ເດືອນກັນຍາ 1959, ທ່ານ ເລຂາທິການສູນກາງພັກປະຊາຊົນປະຕິວັດມົງໂກນ ຜູ້ທີໜຶ່ງ, ປະທານສະພາລັດຖະມົນຕີ Yu. Tsedenbal ນໍາໜ້າຄະນະຜູ້ແທນພັກ, ລັດຖະບານມົງໂກນ ຢ້ຽມຢາມຫວຽດນາມ.

ນັບແຕ່ນັ້ນມາປະຈຸບັນ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຊ່ວຍເຫຼືອຍ ແລະສະໜັບສະໜູນກັນ ກໍ່ຄືນ້ຳໃຈຕິດພັນກັນຢ່າງສະໜິດແໜ້ນມາແຕ່ດົນນານລະຫວ່າງປະຊາຊົນສອງປະເທດ, ການພົວພັນຫວຽດນາມ-ມົງໂກນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນຊຸມປີມໍ່ໆມານີ້. ການນຳມົງໂກນ ຫຼາຍເທື່ອຢັ້ງຢືນວ່າ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ພົ້ນເດັ່ນແມ່ນການຢ້ຽມຢາມ ມົງໂກນ ຂອງທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ເດືອນຕຸລາ 2023) ແລະການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ (ເດືອນພະຈິກ 2023). ສອງຝ່າຍຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງເປັນປະຈຳ, ໃນນັ້ນມີກົນໄກເຈລະຈາດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະມົງໂກນ ໄດ້ລົງນາມໃນເອກະສານຮ່ວມມືສະບັບຕ່າງໆທີ່ມີຄວາມສຳຄັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ພົ້ນເດັ່ນແມ່ນສັນຍາການຄ້າ ຄັ້ງທຳອິດ ປີ 1957, ຂໍ້ຕົກລົງຮ່ວມມືດ້ານ ການຄ້າ ປີ 1999. ເດືອນກໍລະກົດ 2024, ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດບັນລຸ 65,5 ລ້ານໂດລາສະຫະລັດ. ສອງຝ່າຍຮັກສາກົນໄກຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຄ້າ, ເສດຖະກິດ ແລະວິທະຍາສາດເຕັກນິກ, ກອງປະຊຸມຄັ້ງມໍ່ໆມານີ້ໄດ້ຈັດຕັ້ງໃນປີ 2022 ຢູ່ ມົງໂກນ.

ນອກຈາກນັ້ນ, ບັນດາຂົງເຂດຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນຫວຽດນາມ - ມົງໂກນ ລ້ວນແຕ່ມີບາດກ້າວເດີນ, ພົ້ນເດັ່ນແມ່ນເລື່ອງສອງປະເທດເຊັນສັນຍາຍົກເວັ້ນວິຊາໃຫ້ແກ່ພົນລະເມືອງແຕ່ລະປະ ເທດ (ເດືອນພະຈິກ 2023), ຜ່ານນັ້ນປະກອບສ່ວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ສອງຝ່າຍກໍ່ສະໜັບສະໜູນກັນ ແລະຮັກສາການສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີພາກພື້ນ ແລະສາກົນ, ຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ເວທີປາໄສພາກພື້ນອາຊຽນ (ARF), ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM)...

ບັນດາບາດກ້າວພັດທະນາໃນການພົວພັນອັນດີງາມຫວຽດນາມ - ມົງໂກນ ຍັງໄດ້ສະແດງຜ່ານເອກະສານຮ່ວມມືຫຼາຍສະບັບທີ່ໄດ້ລົງນາມລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີມົງໂກນ ເດືອນພະຈິກ 2023.

ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແມ່ນການຢ້ຽມຢາມທາງລັດຖະກິດ ມົງໂກນ ຄັ້ງທຳອິດຂອງປະທານປະເທດຫວຽດນາມ ພາຍຫຼັງ 16 ປີ (ຫຼ້າສຸດແມ່ນການຢ້ຽມຢາມມົງໂກນ ຂອງທ່ານ ຫງວຽນມິງຈຽດ ປະທານປະເທດຫວຽດນາມ ໃນປີ 2008), ເພື່ອແນໃສ່ຢັ້ງຢືນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍທິດຫຼາຍຝ່າຍ ແລະແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນມິດຕະພາບກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີມົງໂກນ; ປາດຖະໜາຢາກຊຸກຍູ້ການພົວພັນກັບ ມົງໂກນ ໄປເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບສະພາບການໃໝ່.

ປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມລັດຖະກິດ ມົງໂກນ ຂອງທ່ານ ໂຕເລີມ ປະທານປະເທດຫວຽດນາມ ຈະປະສົບຜົນສຳເລັດທຸກດ້ານ, ບັນລຸໄດ້ບັນດາເປົ້າໝາຍວາງອອກ, ປະກອບສ່ວນຢັ້ງຢືນ ແລະຍູ້ແຮງການພົວພັນມິດຕະພາບທີ່ເປັນມູນ ເຊື້ອ, ການຮ່ວມມືລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ຜ່ານການພົບປະ, ແລກປ່ຽນຕ່າງໆລະຫວ່າງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບການນຳຂັ້ນສູງ ມົງໂກນ ໃນການຢ້ຽມຢາມກໍ່ວາງອອກບັນດາການກຳນົດທິດລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ມົງໂກນ ໃນທຸກຂົງເຂດບຸລິມະສິດ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່. ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.

ຍສໝ - ຫວ່າງ​ແລ້ວນີ້, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ໂດຍ​ກໍາມະການສູນ​ກາງ​ພັກ, ເລ​ຂາ​ທິ​ການ, ເຈົ້າ​ແຂວງສາລະ​ວັນ (ລາວ), ສະຫາຍ ໂພ​ໄຊ ໄຊ​ຍະ​ສອນ ນຳ​ໜ້າ​ໃນການ​ໄປມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ເທື່ອທຽນເຫ້ວ​. ທັງສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ຕົກລົງຮ່ວມ​ມື​ໄລຍະ 2022 – 2026. ​ໃນ​ນັ້ນ, ຢືນຢັນ​ວ່າ ສອງຝ່າຍ​ຈະ​ສືບ​ຕໍ່​ນຳ​ສາຍພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່ ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ (18/07 /1977 – 18/07/2022), ຕອນບ່າຍວັນທີ 14/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະມິດຕະພາບຊາວໜຸ່ມ ...

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.