ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ

08:07 | 13/09/2022

ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ, ບັນລຸປະສິດທິຜົນໃນທຸກຂົງເຂດ.

ໜັງວືພິມ Vientiane Times: ສາຍພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ ໜັງວືພິມ Vientiane Times: ສາຍພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ
ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ
ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ

ທີ່ການພົບປະເຈລະຈາ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຜູ້ປະສານງານນະໂຍບາຍເສດຖະກິດ ສິງກະໂປ Heng Swee Keat ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 15 ກັນຍາ. ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ Heng Swee Keat.

ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ, ບັນລຸປະສິດທິຜົນໃນທຸກຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ເພີ່ມຂຶ້ນ, ການຮ່ວມມືເສດຖະກິດພັດທະນາຢ່າງບຸກທະລຸ. ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ສຸມໃສ່ແລກປ່ຽນທິດທາງຊຸກຍູ້ການຮ່ວມມືເສດຖະກິດຂອງ 2 ປະເທດໃຫ້ຫຼາຍກວ່າ; ເຫັນດີຮ່ວມມືຜັນຂະຫຍາຍບາງຂໍ້ລິເລີມລວມ ສຸມໃສ່ພະລັງງານສະອາດ, ການພັດທະນາແບບຍືນຍົງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ…

2 ຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາຄວາມຂາດສະຖຽນລະພາບໃນທົ່ວໂລກ ພາໄປເຖິງການສະໜອງຖືກຂາດວັກຂາດຕອນ; ເຫັນດີສົມທົບກັນຮັກສາຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງບັນດາປະເທດໃນ ອາຊຽນ.

ວີ​ໂອ​ວີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ