ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ

07:00 | 20/08/2022

ຍສໝ - ຕ້ອນຮັບບຸນປີໃໝ່​ຢູ່​ຫວຽດນາມ, ນັກ​ສຶກສາ​ລາວ ​ຍັງ​ໄດ້​ຮັບ​ອັ່ງເປົ່າ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ. ຍ້ອນມັກຮີດຄອງປະເພນີນີ້, ຫຼາຍໆຄົນ ກໍ່ຕື່ນເຕັ້ນໃຫ້ໝູ່ເພື່ອນຖ່າຍຮູບກັບອັ່ງເປົ່າຊອງແດງ ແລ້ວແຊລົງເຟສບຸກ ໃຫ້ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຢູ່ບ້ານເກີດເມືອງນອນ...

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ

ໄປຮຽນຢູ່ຕ່າງປະເທດທີີ່ໄກບ້ານ, ແຕ່ດ້ວຍຄວາມຮັກແພງ, ການແບ່ງປັນ ແລະ ຄວາມເອົາໃຈໃສ່ຂອງບັນດາອົງການ, ຄະນະ, ຂະແໜງການ, ອຳນາດການປົກຄອງ ທ້ອງຖິ່ນ, ຄູອາຈານ ແລະ ເພື່ອນມິດ, ນັກສຶກສາລາວ ໄດ້ຕ້ອນຮັບບຸນປີໃໝ່ ຂອງຊາດລາວ ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ.

ບຸນປີໃໝ່ທີ່ຄຸ້ນເຄີຍຄືດັ່ງຢູ່ບ້ານເກີດເມືອງນອນ

ເດືອນເມສາທຸກປີ, ປະຊາຊົນລາວພາກັນສະຫຼອງບຸນປີໃໝ່. ​ເນື່ອງ​ໃນ​ໂອກາດ​ນີ້, ຊາວ​ລາວມັກ​ເຕົ້າ​ໂຮມ​ກັນ​ຢູ່​ວັດ​ວາອາ​ຮາມ, ຟັງອາຈານ​ເທສະໜາທາງທຳ, ​ເຂົ້າ​ຮ່ວມ​ບຸນ​ຫົດ​ນ້ຳ, ພິທີບາສີສູ່ຂວັນ ​ເພື່ອ​ພາວະນາໃຫ້​ປີ​ໃໝ່​ເຕັມ​ໄປ​ດ້ວຍ​ ຄວາມ​ຜາ​ສຸກ, ໂຊກລາບ ແລະ ຄວາມໂຊກ​ດີ.

ພ້ອມ​ກັບ​ບັນດາ​ໂຮງຮຽນ ​ແລະ ທ້ອງ​ຖິ່ນ​ຢູ່ ຫວຽດນາມ ທີ່​ມີ​ສະມາ​ຄົມ​ນັກ​ສຶກສາ ລາວ, ບຸນ​ປີໃໝ່ ກໍ່​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມເອົາໃຈໃສ່​​ຂອງ​ບັນດາ​ໂຮງຮຽນ, ຄູ​ອາຈານ, ນັກຮຽນ, ນັກ​ສຶກສາ ຫວຽດນາມ ​ເຖິງ​ເພື່ອນ​ມິດ ລາວ, ​ເປັນ​ຂົວ​ຕໍ່​ປັບປຸງ​ການ​ພົວພັນຖານ​ອ້າຍນ້ອງລະຫວ່າງ ຫວຽດນາມ - ລາວ. ການ​ເຄື່ອນ​ໄຫວສະເຫຼີມ​ສະຫຼອງ​ຫຼາຍ​ຢ່າງ​ຖືກ​ຈັດ​ຂຶ້ນ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ນັບ​ແຕ່​ການສະ​ແດງ​ສິລະ​ປະ, ​ຫົດນ້ຳ, ພິທີບາສີສູ່ຂວັນ, ​ຕະຫຼອດຮອດການ​ແນະນຳ​ວັດທະນະທຳ ​ແລະ ອາຫານ​ລາວ, ເພື່ອ​ຝາກ​ຄວາມ​ຊົງ​ຈຳ​ທີ່​ບໍ່​ສາມາດ​ລືມ​ໄດ້​ໃນ​​ໃຈ​ຂອງ​ບັນດາ​ນັກ​ສຶກສາ​ລາວ​ຢູ່ ຫວຽດນາມ.

ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ
ບຸນປີໃໝ່​ຂອງ​ນັກ​ສຶກ​ສາ​ລາວ​ຢູ່​ຫວຽດ​ນາມ​ໄດ້​ຈັດຕັ້ງຄືດັ່ງຢູ່ບ້ານເກີດເມືອງ ນອນດ້ວຍບັນດາ​ຮີດ​ຄອງ​ປະ​ເພ​ນີ​ເຊັ່ນ​: ພິທີບາສີສຸຂວັນ... (ພາບ: ຫາຍຈ່ຽວ).

​ເນື່ອງ​ໃນ​ໂອກາດ​ບຸນ​ປີໃໝ່ລາວ ປີ 2022 ຜ່ານມາ, ວິທະຍາ​ໄລສ້າງ​ຄູເທື່ອທຽນ - ​ເຫ້ວ ສົມທົບ​ກັບ​ມະຫາວິທະຍາ​ໄລ​ເຫ້ວ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ດ້ວຍ​ບັນດາ​ພິທີຕາມຮີດຄອງປະເພນີຄື: ​ເລີ່​ມຕົ້ນດ້ວຍພິທີຫົດ​ນ້ຳ, ອະທິຖານ​ຂໍ​ຄວາມ​ໂຊກ​ດີ, ບາສີສູ່ຂວັນ, ສິ້ນ​ສຸດ​ລົງ​ດ້ວຍການຟ້ອນລໍາວົງໃນຊຸດອາພອນພື້ນເມືອງຂອງປະເທດລາວ, ຮັບ ປະທານອາຫານລາວ ແລະ ຟັງດົນຕີລາວ.

Phimmachanh Luckyjane, ນັກສຶກສາປີທີສອງ, ມະຫາວິທະຍາໄລເສດຖະສາດ, ມະຫາວິທະຍາໄລເຫ້ວ, ໜຶ່ງໃນ 400 ນັກສຶກສາຕ່າງປະເທດທີ່ເຂົ້າຮ່ວມພິທີດັ່ງກ່າວ ໄດ້ແບ່ງປັນວ່າ: “ເຖິງວ່າຢູ່ໄກບ້ານ, ໄກຈາກປະເທດ, ແຕ່ພວກເຮົາຍັງຮູ້ສຶກໄດ້ບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນຂອງບຸນ​ປີ​ໃໝ່​ປະຈຳ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຫ້ວ​ຄືດັ່ງ​​ຢູ່​ບ້ານເກີດເມືອງນອນ”.

ຕໍ່ກັບ ນາງ Lona Phengthongkham, ນັກສຶກສາລາວຢູ່ມະຫາວິທະຍາໄລ ຫງວຽນເຕິ໋ດແທ່ງ (ນະຄອນ ໂຮ່ຈີມິນ), ການສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ຢູ່ຫວຽດນາມ ຊ່ວຍໃຫ້ນັກສຶກສາລາວ ບັນເທົາຄວາມຄິດຮອດບ້ານ. ນາງ Lona ເລົ່າວ່າ “ຮອດ​ວັນ​ບຸນປີໃໝ່, ນັກ​ສຶກ​ສາ​ສາ​ກົນ​ມີ​ເວ​ລາ 5 ວັນ​ເພື່ອ​ຕ້ອນ​ຮັບບຸນປີໃໝ່, ໄດ້ຫົດນໍ້າ​ນ້ຳ​ຕາມ​ຮີດ​ຄອງ​ປະ​ເພ​ນີ, ປຸງ​ແຕ່ງ​ອາ​ຫານ, ແລ້ວ​ເຊີນ​ຄູ​ອາ​ຈານ ແລະ ເພື່ອນ​ມິດ​ຫວຽດ​ນາມ ມາ​ຮ່ວມ​ບຸນ​ປີໃໝ່​ພ້ອມ​ກັນ. ຄວາມຮູ້ສຶກແມ່ນໃກ້ຊິດຕິດແທດ, ຄືດັ່ງພວມດໍາລົງຊີວິດຢູ່ບ້ານເກີດ ເມືອງນອນ”.

ຄວາມຊົງຈໍາທີ່ບໍ່ອາດລືມໄດ້

​ເຂົ້າຮ່ວມບຸນປີໃໝ່ ​ໂດຍ​ວິທະຍາ​ໄລ​ເຊີນ​ລາ ​ຈັດ​ປີ 2020, ນັກ​ສຶກສາລາວ​ Khanta Khanthavong ​ໃຫ້​ຮູ້​ວ່າ: “ບຸນປີ​ໃໝ່​ລາວ ​ຢູ່​ດິນແດນເຊີນ​ລາ, ​ເຖິງ​ວ່າ​ຢູ່​ຫ່າງ​ໄກບ້ານເກີດເມືອງນອນ, ​ບໍ່​ສາມາດ​ເຕົ້າ​ໂຮມ​ກັບ​ຄອບຄົວ​ໄດ້, ​ແຕ່​ນັກຮຽນ​ລາວ​ຢູ່ ​ເຊີນ​ລາ ​ໄດ້ ແລະ ພວມ​ດຳລົງ​ຊີວິດໃນບັນຍາກາດທີ່​​ເບີກບານ​ມ່ວນ​ຊື່ນ, ອົບອຸ່ນ, ພ້ອມກັບຄວາມເອົາໃຈໃສ່, ລະດົມກໍາລັງໃຈຈາກບັນດາອົງການ, ຫົວໜ່ວຍຂອງແຂວງ ເຊີນລາ, ພ້ອມກັບໂຮງຮຽນ ແລະ ເພື່ອນມິດ. ທຸກຄົນພ້ອມກັນຟ້ອນລໍາລົງ ແລະ ປະຕິບັດພິທີບາສີສູ່ຂວັນ, ຫົດນໍ້າພາວະນາຂໍປີໃໝ່ທີ່ເຕັມໄປດ້ວຍຄວາມຜາສຸກ. ນັ້ນແມ່ນບັນດາຄວາມຊົງຈໍາທີ່ເລິກເຊິ່ງຕໍ່ພວກນ້ອງໃນຕະຫຼອດໄລຍະທີ່ດໍາລົງຊີວິດ ແລະ ຮໍ່າຮຽນຢູ່ ຫວຽດນາມ.”

ນັກສຶກສາລາວ Xamny Thongmay, ຄະນະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ວິທະຍາ​ໄລ​ໄທ​ງວຽນ ​ແບ່ງປັນ​ວ່າ: “ນີ້​ແມ່ນ​ປີ​ທີ 3 ທີ່ງ​ຂ້າພະ​ເຈົ້າ​ໄດ້​ສະ​ເຫຼີ​ມສະຫຼອງ​ບຸນປີໃໝ່ຢູ່​ໂຮງຮຽນ, ​ແຕ່ລະ​ປີ​ແມ່ນ​ຄວາມ​ຊົງ​ຈຳ​ທີ່​ບໍ່ອາດ​ລືມ​ໄດ້. ​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກ​ບ້ານ, ບໍ່ໄດ້​ສຳຜັດ​ກັບ​ບັນຍາກາດ​ບຸນ​ປີໃໝ່ພ້ອມ​ກັບ​ຄອບຄົວ​ຍາດຕິ​ພີ່ນ້ອງກໍ່ຕາມ, ​ແຕ່ພວກນ້ອງມີຄວາມເບີກບານມ່ວນຊື່ນ ເມື່ອ​ໄດ້​ຮັບ​ການ​ດູ​ແລ, ເອົາໃຈໃສ່ ​ແລະ ຄວາມ​ຮັກ​ແພງ​ຈາກ​ຄູ​ອາຈານ, ສະມາຊິກສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແລະ ການ​ນຳ​ແຂວງ ​ໄທງວຽນ. ສຳລັບພວກນ້ອງ, ຫວຽດນາມ ແມ່ນບ້ານເກີດແຫ່ງທີສອງ. ພວກ​ນ້ອງ ຍາມໃດກໍ່​ເຕືອນ​ຕົນ​ເອງ​​ວ່າ ​ ​ຈະມານະ​ພະຍາຍາມ​ຮ່ຳຮຽນ ​ແລະ ຝຶກ​ຝົນຫຼໍ່ຫຼອມ​ຕົນເອງໃຫ້ເປັນຢ່າງ​ດີ ​ເພື່ອ​ບໍ່​ໃຫ້​ທຸກ​ຄົນ​ຜິດຫວັງ”.

​ເຂົ້າ​ຮ່ວມ​ບຸນປີໃໝ່​ຂອງ​ສູນ​ຄຸ້ມ​ຄອງ​ນັກ​ສຶກສາ​ສາກົນ, ຮ່າ​ໂນ້ຍ, ນາງ Viengdala Thongsavath, ນັກ​ສຶກສາ​ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ນາງ​ຮູ້ສຶກໄດ້ເຖິງຄວາມຮັກແພງແຂກຄົນຂອງ​ປະຊາຊົນ​ຢູ່​ນະຄອນຫຼວງ: “ນີ້​ແມ່ນ​ປີ​ທີ 4 ທີ່ຂ້າພະ​ເຈົ້າຕ້ອນຮັບບຸນປີໃໝ່ຂອງ​ຊາດຕົນ​ຢູ່​ຮ່າ​ໂນ້ຍ. ​ເຖິງ​ວ່າ​ຂ້າພະ​ເຈົ້າ​ຕ້ອນຮັບບຸນປີໃໝ່ຢູ່​ຫ່າງ​ຈາກ​ບ້ານ, ​ແຕ່​ຂ້າພະ​ເຈົ້າຮູ້ສຶກອົບອຸ່ນ​ທີ່​ສຸດ ​ຍ້ອນຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ​​ຂອງ​ຊາວ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ​ແລະປະຊາຊົນຫວຽດນາມ ​ເວົ້າ​ລວມ. ນັ້ນແມ່ນ​ຄວາມ​ໂຊກ​ດີ ​ແລະ ຄວາມສຸກ​ທີ່ມີຕໍ່​ພວກ​ນ້ອງ​ນັກຮຽນ​ລາວ ເມື່ອ​ໄດ້​ມາ​ຮ່ຳຮຽນ​ຢູ່​ຫວຽດນາມ, ​ປະ​ເທດ​ທີ່​ມີ​ຄວາມ​ສະຫງົບ​ສຸກ ​ແລະ ຮັກແພງແຂກຄົນ.”

ຕ້ອນຮັບບຸນປີໃໝ່​ຢູ່​ຫວຽດນາມ, ນັກ​ສຶກສາ​ລາວ ​ຍັງ​ໄດ້​ຮັບ​ອັ່ງເປົ່າ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ. ຍ້ອນມັກຮີດຄອງປະເພນີນີ້, ຫຼາຍໆຄົນ ກໍ່ຕື່ນເຕັ້ນໃຫ້ໝູ່ເພື່ອນຖ່າຍຮູບກັບອັ່ງເປົ່າຊອງແດງ ແລ້ວແຊລົງເຟສບຸກ ໃຫ້ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຢູ່ບ້ານເກີດເມືອງນອນ...

ລຽບງ່າຍແຕ່ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ, ບັນດາບຸນປີໃໝ່ຢູ່ຫ່າງ ໄກບ້ານເກີດເມືອງນອນຈະເປັນຄວາມຊົງຈຳທີ່ສວຍງາມຂອງນັກສຶກສາລາວ ທີ່ໄດ້ໄປຮຽນຢູ່ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.