ວັນບຸນໄຫວ້ພະຈັນທີ່ອົບອຸ່ນໃຫ້ແກ່ເດັກນ້ອຍຢູ່ລາວ

06:57 | 17/09/2024

ຍສ​ໝ - ຕອນ​ຄ່ຳ​ວັນ​ທີ 15 ກັນຍາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ສົມທົບ​ກັບ​ວັດ ບາງລອງ ຈັດ​ຕັ້ງ​ວັນບຸນໄຫວ້ພະຈັນໃຫ້​ເດັກນ້ອຍທີ່ເປັນ​ລູກ​ຫຼານ​ຊາວ​ຫວຽດນາມ ພວມອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່​ລາວ.

ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ
ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ
ວັນບຸນໄຫວ້ພະຈັນທີ່ອົບອຸ່ນໃຫ້ແກ່ເດັກນ້ອຍຢູ່ລາວ

ການ​ສະ​ແດງ​ສິລະປະ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ຄ່ຳຄືນ “ມ່ວນຊື່ນບຸນເດືອນເພັງ”. ພາບ: TTXVN

“ມ່ວນຊື່ນບຸນເດືອນເພັງ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີ, ບຸນໄຫວ້ພະຈັນປີນີ້ ໄດ້ມາເຖິງເດັກນ້ອຍຢູ່ນະຄອນຫຼວງວຽງຈັນ ໂດຍໄວ, ເພາະວ່ານີ້ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳທີ່ລື້ງເຄີຍ ຍາມໃດເດັກນ້ອຍຊາວຫວຽດນາມ ແລະ ລາວ ຢູ່ນະຄອນຫຼວງ​ວຽງ​ຈັນ ກໍ່ປາດສະໜາໃນປີເທົ່ານັ້ນ ຫາກຍັງ​ເປັນ​ຂົວ​ຕໍ່​ເຜີຍ​ແຜ່​ວັດທະນະທຳ ​ຫວຽດນາມ ​ໃຫ້​ໃກ້ຊິດ​ກັບ​ປະຊາຊົນປະ​ເທດ​ລ້ານ​ຊ້າງກວ່າອີກ.

ໃນແສງ​ໄຟ​ທີ່ລະຍິບລະຍັບ, ການ​ສະ​ແດງໄດ້ຮັບການກະກຽມຢ່າງລະອຽດລະອຽດ, ເຕັມໄປດ້ວຍຄວາມຟົດຟື້ນໂດຍ​ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາລາວ-ຫວຽດ​ນາມ ຫວຽນຢູ ສະແດງພ້ອມກັບການ​ສ້າງລາຍການທີ່​ຍອດຍິ່ງ ແລະ ມ່ວນ​ຊື່ນ​ຂອງ​ເອື້ອຍ ຮັ່ງ ແລະ ອາວ ກ໊ວຍ ເຊິ່ງໄດ້ພາເດັກນ້ອຍມີຄວາມມ່ວນຊື່ນໃນຫຼາກຫຼາຍແບບ.

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, “ມ່ວນຊື່ນບຸນເດືອນເພັງ” ບໍ່​ພຽງ​ແຕ່​ສ້າງ​ບ່ອນ​ຫຼິ້ນ​ທີ່ປອດໃສ, ເປັນປະ​ໂຫຍດ​, ຊ່ວຍ​ໃຫ້​ເດັກນ້ອຍ​ມີວັນ​ບຸນໄຫວ້ພະຈັນທີ່ມີ​ຄວາມ​ໝາຍ ເພື່ອ​ຮ່ຳຮຽນໃຫ້ດີ​ກວ່າ​ອີກເທົ່ານັ້ນ, ຫາກຍັງໃຫ້ເດັກນ້ອຍ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຮີດຄອງປະເພນີ ແລະ ຫຼັກສິນທຳອັນດີງາມຂອງປະເທດຊາດ ຫວຽດນາມ ຕື່ມ​ອີກ, ເຂົ້າໃຈຕື່ມ​ອີກກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ເຊື່ອມ​ຕໍ່​ຄວາມຮັກແພງຂອງ​ລຸ້ນ​ລູກລຸ້ນ​ຫຼານ ​ຫວຽດນາມ - ລາວ.

ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ

ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ

ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງເລຂາທິການໃຫຍ່, ປະທານປະເທດລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງເລຂາທິການໃຫຍ່, ປະທານປະເທດລາວ

ຍສໝ - ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.