ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ

07:32 | 14/09/2024

ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ໃນຊຸມປີຕໍ່ໄປ.

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ) ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ)

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ລາວ ແຕ່ວັນທີ 10 ຫາວັນທີ 12 ກັນຍາ, ຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຟານແທັງອານ ຮອງຫົວໜ້າຄະນະຈັດຕັ້ງພັກ ໄດ້ມີການເຮັດວຽກສອງຝ່າຍກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ.

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ
ບັນຍາກາດທີ່ການພົບປະ ແລະເຮັດວຽກ. ພາບ: TTXVN

ທີ່ການພົບປະ ແລະເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນວຽກງານບາງດ້ານໃນໄລຍະຜ່ານມາ, ຄື: ໝາກຜົນວຽກງານຈັດຕັ້ງກໍ່ສ້າງພັກ; ໝາກຜົນການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ; ໝາກຜົນບໍາລຸງສ້າງພາສາລາວ ໃຫ້ພະນັກງານການນໍາ, ຄຸ້ມຄອງ; ໝາກຜົນການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ.

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ
ທ່ານ ຟານແທັງອານ ຮອງຫົວໜ້າຄະນະຈັດຕັ້ງພັກ. ພາບ: TTXVN

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ໃນຊຸມປີຕໍ່ໄປ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະຂໍ້ຕົກລົງຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະກົມການເມືອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ.

ທີ່ການພົບປະ, ເຮັດວຽກກັບບັນດາກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະແລກປ່ຽນກ່ຽວກັບແຜນການຮ່ວມມືໃນໄລຍະຈະມາເຖິງ; ເຫັນດີເປັນເອກະພາບໂດຍຖືວ່າໃນໄລຍະຈະມາເຖິງ, ບັນດາກົມຂຶ້ນກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຄວນສືບຕໍ່ສົມທົບກັນ, ແລກປ່ຽນຢ່າງແໜ້ນແຟ້ນ ແລະເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນກ່ຽວກັບວຽກງານວິຊາສະເພາະ, ເພື່ອເປັນເສນາທິການໃຫ້ການນໍາພັກ-ລັດຂອງແຕ່ລະປະເທດໃນຂົງເຂດວຽກງານເຊິ່ງຕົນຮັບຜິດຊອບໃຫ້ມີປະສິດທິຜົນທີ່ສຸດ.

ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ) ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ)

ຍສໝ - ນີ້ແມ່ນປີທີ ສອງ ທີ່ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ ຂອງຫວຽດນາມ ແລະ ແຂວງ ຢຸນນານ ຂອງຈີນ ຈັດຕັ້ງກອງປະຊຸມລະຫວ່າງ ບັນ​ດາເລຂາພັກແຂວງ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ນັບແຕ່ ກອງປະຊຸມ ຄັ້ງທີ 1 ປີ 2021 ມາຮອດປັດຈຸບັນ.

ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ ເພີ່ມທະວີການຮ່ວມມືລະຫວ່າງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ ໂຮນລັງ ແລະ ໂມຊຳບິກ

ຍສໝ - ທ່ານ ຫງວຽນຊວັນຖັ໊ງ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ: ການສຶກສາ ແລະ ບຳລຸງສ້າງ; ຄົ້ນຄວ້າ, ແລກປ່ຽນທາງດ້ານວິຊາການສຶກສາກ່ຽວກັບນະໂຍບາຍສາທາລະນະ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.