ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ”

07:35 | 06/01/2020

ຍສໝ - ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ” ແມ່ນບັນດາບົດເພງທີ່ຍ້ອງຍໍປະເທດຊາດ ທີ່ພວມເຊື່ອມໂຍງຢ່າງເຂັ້ມແຂງ, ຍ້ອງຍໍພັກ, ຍ້ອງຍໍລຸງໂຮ່ທີ່ຍິ່ງໃຫຍ່.

ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ” ໄດ້ຈັດໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃນວັນທີ 04 ມັງກອນ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ດ້ວຍການສະແດງບັນດາບົດເພງມ່ວນກ່ຽວກັບພັກ, ລຸງໂຮ່, ບ້ານເກີດເມືອງນອນ - ປະເທດຊາດ ໂດຍບັນດານັກຮ້ອງທີ່ມີຊື່ສຽງສະແດງ. ນີ້ແມ່ນປີທີ 4 ຢ່າງລຽນຕິດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນຳຈັດລາຍການດັ່ງກ່າວ.

ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ”

ລາຍການສະແດງສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ”. (ພາບ: petrotimes.vn)

ລາຍການ “ທຳນອງເພງປະເທດຊາດ” ປີ 2020 ມຸ່ງໄປເຖິງຫົວຂໍ້ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍປະເທດຊາດປ່ຽນແປງໃໝ່ ເພື່ອແນໃສ່ຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ສຳຄັນຄື: 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (1930 – 2020); 75 ປີແຫ່ງວັນສະຖາປະນາປະເທດສາທາລະນະປະຊາທິປະໄຕຫວຽດນາມ (1945-2020) ປະຈຸບັນແມ່ນປະເທດ ສສ.ຫວຽດນາມ ; 45 ປີແຫ່ງວັນປົດປ່ອຍພາກໃຕ້ໂຮມປະເທດຊາດເປັນເອກະພາບ (1975-2020); 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (1890 – 2020)…

ບັນດາບົດເພງໃນລາຍການດັ່ງກ່າວ ແມ່ນບົດເພງຍ້ອງຍໍ, ສັນລະເສີນປະເທດທີ່ສວຍງາມ, ຍ້ອງຍໍຊົມເຊີຍຄວາມບຸນຄຸນຂອງພັກ ແລະ ລຸງໂຮ່ ທີ່ໄດ້ສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ຮັກແພງ. ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ” ດັ່ງກ່າວ ໄດ້ຮັບຜົນສຳເລັດທີ່ຍິ່ງໃຫຍ່, ເຮັດໃຫ້ຄວາມຮູ້ສຶກ ແລະ ຄວາມປະທັບໃຈແກ່ຜູ້ຊົມ. ນີ້ກໍ່ແມ່ນຂອງຂວັນທີ່ຄະນະຈັດຕັ້ງ, ນັກສິລະປິນສົ່ງເຖິງຜູ້ຊົມເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ ປີ2020.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.