ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

14:47 | 10/07/2024

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ທີ່ໄດ້ຍົກອອກໃນກອງ​ປະຊຸມແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ວຽກງານການຮັບເອົາ ແລະ ນຳ​ໃຊ້​ບ້ວງຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່​ແຂວງ ກວາງ​ຫງາຍ ໂດຍພະແນກພົວພັນຕ່າງປະເທດຂອງແຂວງ ຈັດ​ຕັ້ງ​​ໃນ​ຕົ້ນ​ເດືອນກໍລະກົດ 2024.

ຫວຽດນາມ ມອບກິດຈະກຳຊົນລະປະທານ​ໃຫ້​ແຂວງ​ ໄຊ​ສົມບູນ ຂອງລາວ
ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

ບົດ​ລາຍ​ງານ​ທີ່​ນຳ​ສະ​ເໜີ​ທີ່​ກອງ​ປະຊຸມໄດ້ຍົກວ່າ: ປະຈຸ​ບັນ, ​ແຂວງ​ ກວາງຫງາຍ ມີອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ 27 ແຫ່ງ ທີ່ມີໃບ​ທະບຽນການ​ເຄື່ອນ​ໄຫວ, ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ 12 ແຫ່ງ ທີ່ມີໃບ​ທະບຽນການ​ເຄື່ອນ​ໄຫວ ແຕ່ບໍ່​ທັນ​​ເຄື່ອນ​ໄຫວ ແລະ ອົງການບຸກຄົນອື່ນໆ 3 ແຫ່ງ. ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຜູ້ອຸປະຖຳຕ່າງປະເທດ ໃນຂະບວນການເຄື່ອນໄຫວຢູ່ ກວາງຫງາຍ ໄດ້ຈັດຕັ້ງປະຕິບັດຖືກກັບເນື້ອໃນຂອງບັນດາລາຍການ, ໂຄງການທີ່ໄດ້ຈົດທະບຽນ ແລະ ບັນດາຂໍ້ກຳນົດຂອງກົດໝາຍ ຫວຽດນາມ.

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

ຫົວໜ້າພະແນກພົວພັນຕ່າງປະເທດ ແຈ້ງຂໍ້ມູນກ່ຽວກັບວຽກງານການຮັບເອົາ, ຄຸ້ມຄອງ ແລະ ນຳ​ໃຊ້​ບ້ວງຊ່ວຍເຫຼືອຂອງອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ພະແນກພົວພັນຕ່າງປະເທດ ​ໄດ້​ສົມທົບ​ກັບບັນດາອົງການທີ່ມີໜ້າທີ່ໆກ່ຽວຂ້ອງ ເພື່ອ​ຊີ້​ນຳ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່​ທ້ອງ​ຖິ່ນ; ປະສານ​ສົມທົບ​ກັນເພື່ອ​ກຳ​ແໜ້ນ, ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການເຄື່ອນໄຫວ​ຂອງບັນດາອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ຮັບປະກັນ​ຄວາມປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ພາກ​ພື້ນ, ບໍລິເວນ ເພື່ອຜັນຂະຫຍາຍປະຕິບັດບັນດາໂຄງການຂອງອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

​ໃນ​ປີ 2023, ​ແຂວງ ​ໄດ້​ຮັບ​​ 25 ບ້ວງ​ເງິນ​ຊ່ວຍ​ເຫຼືອ, ລວມມີ 16 ​ລາຍການ/​ໂຄງການ ​ແລະ 09 ໂຄງການທີ່ບໍ່ແມ່ນໂຄງການ ຂອງອົງການຈັດຕັ້ງ, ວິສາຫະກິດຕ່າງປະເທດ 03 ແຫ່ງ, ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ 14 ແຫ່ງ ອຸຖະກຳໂດຍຜ່ານ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນດ້ວຍ​ຍອດ​ມູນ​ຄ່າ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ເກືອບ 24,5 ຕື້​ດົ່ງ.

​ໃນ 6 ເດືອນ​ຕົ້ນ​ປີ 2024, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຫງາຍ ໄດ້​ອະນຸມັດການຮັບ​ຮອງ​ເອົາ 12 ບ້ວງ​ຊ່ວຍ​ເຫຼືອ, ລວມມີ 09 ​ລາຍການ/​ໂຄງການ ​ແລະ 03 ໂຄງການທີ່ບໍ່ແມ່ນໂຄງການ, ດ້ວຍ​ຍອດ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ເກືອບ 169 ຕື້​ດົ່ງ ຈາກ 08 ອົງ​ການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

ການເຄື່ອນໄຫວຂອງບັນດາລາຍການ, ໂຄງການຕົ້ນຕໍແມ່ນສຸມໃສ່ບາງຂົງເຂດເຊັ່ນ ກະສິກຳ ແລະ ຊົນນະບົດ, ສົມທົບກັບການຫຼຸດຜ່ອນຄວາມທຸກຍາກ; ນ້ຳ​ສະ​ອາດ, ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ສາທາລະນະສຸກ, ໂພຊະນາການ, ວັດ​ທະ​ນະ​ທໍາ, ການ​ສຶກ​ສາ, ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ແກ້​ໄຂ​ບັນ​ຫາ​ສັງ​ຄົມ, ການ​ປົກປ້ອງເດັກ​ນ້ອຍ, ...

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024 ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີຖຸນາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຖານີ​ວິທະຍຸ​ກະຈາຍສຽງ - ໂທລະພາບ ​ແຂວງ ດົ່ງ​ນາຍ ​​ຈັດ​ຕັ້ງ​ພິທີ​ເປີດງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ຄັ້ງ​ທີ 5 ປີ 2024.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ມີງດຶກ

ເຫດການ
302 Found

Found

The document has moved here.