ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ ທາວ ທີ່ອຽນ​ບ໋າຍ ​ເກີນ​ຂີດສະຖິຕິໃນປະ​ຫວັດ​ສາດ​ເມື່ອ​ປີ 1968 ເກືອບ 1 ແມັດ

23:05 | 11/09/2024

ຍສໝ - ເວລາ 05:00 ໂມງຂອງວັນທີ 10 ກັນຍາ, ນໍ້າຖ້ວມນ້ຳແກ່ງຢູ່ແມ່ນ້ຳ ທາວ ຢູ່ ອຽນ​ບ໋າຍ ມີຄວາມສູງ 35,22 ແມັດ, ສູງກວ່າລະດັບນ້ຳຖ້ວມໃນປະຫວັດສາດປີ 1968 (34,42 ແມັດ) 0,8 ແມັດ. ຄາດ​​ວ່າ​, ປະຈຸປັນ ລະດັບ​ນ້ຳ​​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ ແລະ ​ຮັກສາລະດັບສູງ​ກວ່າ​ລະ​ດັບ​ນ້ຳ​ຖ້ວມໃນ​​ປະ​ຫວັດ​ສາດ.

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ
ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ຕອນ​ເຊົ້າ​ວັນ​ທີ 10 ກັນຍາ​ນີ້, ສູນ​ພະຍາກອນ​ອຸຕຸນິຍົມ ​ແລະ ​ອຸທົກກະສາດ​ແຫ່ງ​ຊາດ ​ໄດ້​ສືບ​ຕໍ່​ອອກ​ຂ່າວ​ເຕືອນ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ແບບຢູ່ແມ່ນ້ຳ ທາວ ແລະ​ ຂ່າວ​ໄພ​ນ້ຳ​ຖ້ວມກະທັນຫັນ​ຢູ່​ແມ່​ນ້ຳ​ ເກົ່າ, ແມ່​ນ້ຳ​ ໂລ, ​ແມ່​ນ້ຳ ເທືອງ ​ແລະ ​ແມ່​ນ້ຳ ລຸກນາມ.

ຕາມ​ນັ້ນ​ແລ້ວ, ​ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ​ ທາວ ​ຢູ່ ລາວ​ກາຍ​ ພວມຫຼຸດ​ລົງ​ຢ່າງ​ຊັກ​ຊ້າ, ຢູ່ ບາວ​ຮ່າ (ລາວ​ກາຍ) ແລະ ອຽນ​ບ໋າຍ ພວມ​ເພີ່ມ​ຂຶ້ນ; ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ ໂລ, ​ແມ່​ນ້ຳ​ ເກົາ (ໄທ​ງວຽນ, ບັກ​ນິງ) ແລະ ແມ່​ນ້ຳ ເທືອງ (ບັກຢາງ) ພວມ​ເພີ່ມ​ຂຶ້ນ; ແມ່ນ້ຳ ລຸກນາມ (ບັກຢາງ) ພວມຫຼຸດລົງຢ່າງຊ້າໆ.

ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ ທາວ ທີ່ອຽນ​ບ໋າຍ ​ເກີນ​ຂີດສະຖິຕິໃນປະ​ຫວັດ​ສາດ​ເມື່ອ​ປີ 1968 ເກືອບ 1 ແມັດ

ນະຄອນໄທງວຽນ ​ຈົມຢູ່ໃຕ້ນ້ໍາຖ້ວມ. (ພາບ: VOV)

ເວລາ 5 ໂມງເຊົ້ານີ້, ລະດັບນ້ຳໃນແມ່ນ້ຳ ທາວ ຢູ່ ລາວກາຍ ແມ່ນ 86,18 ແມັດ, ສູງກ່ວາການເຕືອນໄພລະດັບ 3 ແມ່ນ 2,68 ແມັດ. ຢູ່ ບາວຮ່າ, ລະດັບນໍ້າແມ່ນ 61,81 ແມັດ, ສູງກ່ວາລະດັບນ້ຳຖ້ວມປະຫວັດສາດໃນປີ 2008 (60,93 ແມັດ) ແມ່ນ 0,88 ແມັດ. ໃນ​ແມ່​ນ້ຳ​ ເກົ່າ ຢູ່ ດາບເກົາ, ລະດັບນ້ຳຂຶ້ນແມ່ນ 6,06m, ຕ່ຳກ່ວາການເຕືອນໄພລະດັບ 3 ແມ່ນ 0,24 ແມັດ.

ແມ່​ນ້ຳ ເທືອງ (ບັກ​ຢາງ), ​ໃນ​ເວລາ 4 ​ໂມງ​ເຊົ້າ​ວັນທີ 10, ລະດັບ​ນ້ຳ​ແມ່ນ 6,53 ເເມັດ, ສູງກ່ວາການເຕືອນໄພລະດັບ 3 ແມ່ນ 0,23 ແມັດ. ລະດັບນໍ້າຢູ່ແມ່ນໍ້າ ລຸກນາມ ແມ່ນ 6,61 ແມັດ, ສູງກ່ວາການເຕືອນໄພລະດັບ 3 ແມ່ນ 0,31 ແມັດ. ແມ່ນໍ້າ ໂລ ຢູ່ ຕວຽນກວາງ ແມ່ນ 25,64 ແມັດ, ຕ່ຳກ່ວາການເຕືອນໄພລະດັບ 3 ແມ່ນ 0,36 ແມັດ.

ອົງການອຸຕຸນິຍົມ ຄາດຄະເນວ່າ ໃນອີກ 12 ຊົ່ວໂມງ, ລະດັບ​ນ້ຳ​​ຢູ່​ແມ່​ນ້ຳ​ ທາວ ສືບຕໍ່ຫຼຸດລົງ; ຢູ່ ບ່າ​ວຮ່າ, ອຽນ​ບ໋າ ສືບ​ຕໍ່​ເພີ່ມຂຶ້ນ ຮັກສາ​ລະດັບ​ສູງ​ກວ່າ​ລະດັບ​ນ້ຳ​ຖ້ວມ​ໃນປະຫວັດສາດ. ລະດັບນ້ຳ​ຢູ່​ແມ່ນ້ຳ ​ໂລ, ​ແມ່​ນ້ຳ ເກົາ, ​ແມ່​ນ້ຳ ເທືອງ ສືບ​ຕໍ່​ເພີ່ມ​ຂຶ້ນ. ແມ່ນ້ຳ ລຸກນາມ ຄ່ອຍໆຫຼຸດ​ລົງ​ຢ່າງ​ຊັກ​ຊ້າ.

ໃນລະຫວ່າງ 12-24 ຊົ່ວໂມງຕໍ່ມາ, ລະດັບນໍ້າຢູ່ແມ່ນໍ້າ ທາວ ຢູ່ ລາວກາຍ ຍັງສືບຕໍ່ຫຼຸດລົງ; ຢູ່ ບາ​ວ​ຮ່າ ມີການ​ຜັນ​ແປງ​ຊ້າ​ລົງ, ຢູ່ ​ອຽນບ໋າຍ ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ຮັກສາລະດັບສູງ​ກວ່າ​ລະດັບ​ນ້ຳ​ຖ້ວມໃນ​ປະຫວັດສາດ. ແມ່ນໍ້າ ລຸກນາມ ສືບຕໍ່ຫຼຸດລົງ.

ອົງການ​ອຸຕຸນິຍົມ​ ​ເຕືອນຄວາມສ່ຽງເກີດໄພ​ນ້ຳ​ຖ້ວມ​ຢູ່​ເຂດ​ບາງທ້ອງຖິ່ນເຂດທີ່ຕ່ຳແຄມແມ່​ນ້ຳ​​ຢູ່​ແຂວງ​ ລ້າງ​ເຊີນ, ກາວ​ບັ່ງ, ລາວ​ກາຍ, ອຽນ​ບ໋າຍ, ຟູ​ເຖາະ, ບັກ​ຢາງ, ບັກ​ກ້ານ, ໄທ​ງວຽນ, ຮວ່າ​ບິ່ງ; ນໍ້າເຊາະ ແລະ ດິນເຈື່ອນຢູ່ເນີນພູສູງຊັນ ຢູ່ເຂດພູດອຍພາກເໜືອ. ລະອຽດ:

ອຽນ​ບ໋າຍ: ອຽນ​ບ໋າຍ, ເຈີນອຽນ, ວັນອຽນ, ວັນເຈີນ, ລຸກອຽນ, ອຽນບິ່ງ, ຈ້າມເຕົ໋າ.

ບັກຢາງ: ນະຄອນບັກຢາງ, ຮຽບຮວ່າ, ຫວຽດອຽນ, ລຸກງ້ານ, ລ້າງຢາງ, ລຸກນາມ

ໄທງວຽນ: ນະຄອນໄທງວຽນ, ນະຄອນແມ່ນ້ຳ ກົງ, ຟູເລືອງ, ດົງຮີ, ຟູບິ່ງ, ຕາແສງ ໂຝອຽນ.

ບັກນິງ: ນະຄອນບັກນິງ, ອຽນຟອງ.

ຟູ​ເຖາະ: ເຕີນເຊີນ, ແທງເຊີນ, ຕາມນົງ, ອຽນເລີບ, ຮ້າຮວາ, ແທງບາ, ເກີມເຄ, ເລີມທາວ.

ຕວຽນກວາງ: ຮ່າມອຽນ, ຈ່ຽມຮວ໋າ, ນະຄອນ ຕວຽນກວາງ

ໂຮ່ໂນ້ຍ: ດອນກາງ, ແຄມແມ່ນ້ຳ ຮົ່ງ ຂຶ້ນກັບບັນດາເມືອງ ໄຕໂຮ່, ລອງບ່ຽນ, ຮວ່ານກ໋ຽມ, ຢາເລີມ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ

ຍສໝ​ - ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ​ນັກ​ສຶກ​ສາ​ລາວ ​ທີ່​ຮ່ຳ​ຮຽນ​ຂະແໜງການສະເພາະ​ດ້ານສື່​ມວນ​ຊົນ​ຢູ່ ​ຫວຽດ​ນາມ​ ຫຼາຍ​ຄົນ ກັບ​ນັກ​ຂ່າວວາ​ລະ​ສານຍຸກສະໄໝເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 99 ປີ​ແຫ່ງ​ວັນສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ (21 ມີຖຸນາ 1925-21 ມີຖຸນາ 2024).

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ຍສໝ - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ສົມທົບກັບ​ສະຖານ​ກົງສຸນ​ໃຫຍ່ ອິນເດຍ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວັນ Yoga ສາກົນ ຄັ້ງທີ 10 ປີ 2024.

ມີງດຶກ

ເຫດການ
302 Found

Found

The document has moved here.