| ມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ມາທ່ຽວຊົມ ແລະ ທົດລອງປະສົບການຢູ່ VITM 2026 | |
| ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026 |
ປະຕິບັດຕາມການຊີ້ນຳຂອງ ຜູ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ, ໂດຍສະເພາະແມ່ນໝາກຜົນຂອງການພົບປະເຈລະຈາ ລະຫວ່າງ ທ່ານລັດຖະມົນຕີສອງກະຊວງ ໃນວັນທີ 20 ມີນາ 2026 ຢູ່ ຮ່າໂນ້ຍ; ໃນລະຫວ່າງວັນທີ 08-10 ເມສາ 2026 ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ, ບັນດາໜ່ວຍງານປະຕິບັດງານ ຂຶ້ນກັບຄະນະກຳມະການປະສານງານການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ດຳເນີນກອງປະຊຸມລະດັບວິຊາການ ເພື່ອແນໃສ່ເປັນເອກະພາບຕໍ່ແຜນການຜັນຂະຫຍາຍລະອຽດ ບັນດາການເຄື່ອນໄຫວຮ່ວມມືໃນປີ 2026, ປະກອບສ່ວນຊຸກຍູ້ມູນຄ່າການຄ້າສອງຝ່າຍ ໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ແລະ 10 ຕື້ໂດລາສະຫະລັດ ໃນປີ 2030.
![]() |
| ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ລົງນາມບົດບັນທຶກກອງປະຊຸມ ແລະ ເຫັນດີເປັນເອກະພາບຜ່ານແຜນການເຄື່ອນໄຫວປີ 2026 ຂອງຄະນະກຳມະການປະສານງານການຮ່ວມມື. |
ກ່ອນການດຳເນີນບັນດາວາລະປະຊຸມດ້ານວິຊາການ, ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຕໍ່ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ກ່ຽວກັບຈຸດປະສົງ, ເນື້ອໃນ ແລະ ແຜນການເຮັດວຽກຂອງກອງປະຊຸມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສອງຝ່າຍທີ່ໄດ້ເປັນເຈົ້າການຜັນຂະຫຍາຍບັນດາການຊີ້ນຳລະດັບສູງ ຜ່ານກົນໄກໜ່ວຍງານປະຕິບັດງານ, ພ້ອມທັງສະເໜີໃຫ້ບັນດາກົມກອງຂອງສອງຝ່າຍ ຈົ່ງເພີ່ມທະວີການປະສານງານ, ສຸມໃສ່ບັນດາເນື້ອໃນການຮ່ວມມືທີ່ແທດຕົວຈິງ, ມີຄວາມສາມາດຜັນຂະຫຍາຍໄດ້ທັນທີ, ຜ່ານນັ້ນກໍ່ເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.
ນີ້ແມ່ນກອງປະຊຸມລະດັບວິຊາການຄັ້ງທຳອິດ ຂອງຄະນະກຳມະການປະສານງານການຮ່ວມມື ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມີນາ 2026, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ 05 ໜ່ວຍງານປະຕິບັດງານ ແລະ ບັນດາອົງການ, ວິສາຫະກິດທີ່ກ່ຽວຂ້ອງຂອງສອງປະເທດ.
ຕະຫຼອດໄລຍະ 03 ວັນແຫ່ງການເຮັດວຽກ, ບັນດາໜ່ວຍງານປະຕິບັດງານ ໄດ້ເຮັດວຽກຢ່າງຕັ້ງໜ້າ, ຮີບຮ້ອນ ແລະ ມີປະສິດທິຜົນ, ໂດຍສຸມໃສ່ແລກປ່ຽນຢ່າງເລິກເຊິ່ງ ແລະ ແທດຕົວຈິງ ກ່ຽວກັບເນື້ອໃນການຮ່ວມມືໃນຂົງເຂດຕ່າງໆ ຄື: ພະລັງງານໄຟຟ້າ; ນ້ຳມັນເຊື້ອໄຟ ແລະ ພື້ນຖານໂຄງລ່າງພະລັງງານ; ອຸດສາຫະກຳ, ເຂດອຸດສາຫະກຳ ແລະ ການຂຸດຄົ້ນບໍ່ແຮ່; ການສົ່ງເສີມການຄ້າ ແລະ ການເຊື່ອມຕໍ່ຕະຫຼາດ; ແລະ ການປະສານງານລວມ. ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລື ແມ່ນໄປຕາມທິດທາງການແກ້ໄຂບັນຫາທີ່ລະອຽດ, ແກ້ໄຂຄວາມຫຍຸ້ງຍາກໃນຂະບວນການຜັນຂະຫຍາຍ, ພ້ອມທັງກຳນົດຢ່າງຈະແຈ້ງບັນດາໜ້າທີ່ ແລະ ຂັ້ນຕອນການຜັນຂະຫຍາຍໃນຕໍ່ໜ້າ.
![]() |
| ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ລົງນາມບົດບັນທຶກກອງປະຊຸມ ແລະ ເຫັນດີເປັນເອກະພາບຜ່ານແຜນການເຄື່ອນໄຫວປີ 2026 ຂອງຄະນະກຳມະການປະສານງານການຮ່ວມມື. |
ວັນທີ 10 ເມສາ 2026, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມ ແລະ ເຫັນດີເປັນເອກະພາບຜ່ານແຜນການເຄື່ອນໄຫວປີ 2026 ຂອງຄະນະກຳມະການປະສານງານການຮ່ວມມື, ໃນນັ້ນໄດ້ກຳນົດລາຍການໜ້າທີ່ລະອຽດຕາມແຕ່ລະຂົງເຂດ, ຕິດພັນກັບການແບ່ງປັນຄວາມຮັບຜິດຊອບຢ່າງຈະແຈ້ງໃຫ້ແກ່ອົງການຈຸດສຸມ, ກົນໄກການປະສານງານ, ກຳນົດເວລາການຈັດຕັ້ງປະຕິບັດ ແລະ ຜະລິດຕະພັນຄາດໝາຍທີ່ກ່ຽວຂ້ອງ.
ບົນພື້ນຖານໝາກຜົນຂອງການແລກປ່ຽນດ້ານວິຊາການ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາກຸ່ມໜ້າທີ່ຈຸດສຸມ ເພື່ອແນໃສ່ຊຸກຍູ້ການເຕີບໂຕຂອງການຄ້າສອງຝ່າຍ, ໂດຍສຸມໃສ່ບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ ຄື: ພະລັງງານ, ອຸດສາຫະກຳປຸງແຕ່ງ, ການຄ້າຊາຍແດນ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ.
ໃນຂົງເຂດພະລັງງານໄຟຟ້າ, ສອງຝ່າຍສືບຕໍ່ປະສານງານກວດກາຄືນບັນດາໂຄງການໄຟຟ້າຂອງລາວ ທີ່ມີແຜນຈະສົ່ງອອກໄປຍັງ ຫວຽດນາມ, ພ້ອມທັງຄົ້ນຄວ້າ, ຕີລາຄາບັນດາແຜນການເຊື່ອມຕໍ່ຕາໜ່າງໄຟຟ້າ, ລວມທັງແຜນການເຊື່ອມຕໍ່ 500kV, ຮັບປະກັນໃຫ້ສອດຄ່ອງກັບແຜນຜັງການພັດທະນາພະລັງງານໄຟຟ້າຂອງສອງປະເທດ; ພ້ອມທັງປະສານງານກັບບັນດາກົມກອງທີ່ກ່ຽວຂ້ອງ ເຊັ່ນ EVN, EDL ເພື່ອຕີລາຄາຄວາມເປັນໄປໄດ້ ແລະ ລາຍງານຕໍ່ຂັ້ນເທິງທີ່ມີສິດອຳນາດ.
ໃນຂົງເຂດນ້ຳມັນເຊື້ອໄຟ ແລະ ພື້ນຖານໂຄງລ່າງພະລັງງານ, ສອງຝ່າຍເຫັນດີຜັນຂະຫຍາຍບັນດາເນື້ອໃນ ຄື: ຄົ້ນຄວ້າສ້າງແຜນຜັງລວມຂອງລະບົບສາງສຳຮອງ ແລະ ການສະໜອງນ້ຳມັນເຊື້ອໄຟຢູ່ລາວ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດສອງປະເທດໃນການສະໜອງນ້ຳມັນເຊື້ອໄຟ; ຄົ້ນຄວ້າບັນດາໂຄງການພື້ນຖານໂຄງລ່າງພະລັງງານ ແລະ ແຜນການພັດທະນາລະບົບການກະຈາຍສິນຄ້າທີ່ເໝາະສົມ.
ໃນຂົງເຂດອຸດສາຫະກຳ ແລະ ການຂຸດຄົ້ນບໍ່ແຮ່, ສອງຝ່າຍເຫັນດີຜັນຂະຫຍາຍບັນດາການເຄື່ອນໄຫວສຳຫຼວດ, ຄົ້ນຄວ້າສ້າງເຂດອຸດສາຫະກຳປຸງແຕ່ງແຮ່ທາດຢູ່ລາວ ຕິດພັນກັບການຂຸດຄົ້ນ ແລະ ພັດທະນາຕ່ອງໂສ້ມູນຄ່າ; ພ້ອມທັງກວດກາຄືນບັນດາໂຄງການທີ່ມີຢູ່ແລ້ວ ແລະ ຊຸກຍູ້ການເຊື່ອມໂຍງອຸດສາຫະກຳລະຫວ່າງສອງປະເທດ.
ໃນຂົງເຂດການສົ່ງເສີມການຄ້າ ແລະ ການເຊື່ອມຕໍ່ຕະຫຼາດ, ສອງຝ່າຍເຫັນດີຕໍ່ແຜນການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າໃນປີ 2026, ລວມມີງານວາງສະແດງສິນຄ້າ, ການເຊື່ອມຕໍ່ວິສາຫະກິດ; ຊຸກຍູ້ການຄ້າຊາຍແດນ, ການຄ້າເອເລັກໂຕຣນິກຂ້າມຊາຍແດນ; ຄົ້ນຄວ້າສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງ ຫວຽດນາມ ປະຈຳລາວ; ພ້ອມທັງເພີ່ມທະວີການເຊື່ອມຕໍ່ໂລຈິສຕິກ ແລະ ພື້ນຖານໂຄງລ່າງການຄ້າ.
ຄຽງຂ້າງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ກົນໄກການປະສານງານ ແລະ ການບໍລິຫານງານໃນລະດັບວິຊາການ, ລວມທັງການກຳນົດຢ່າງຈະແຈ້ງກ່ຽວກັບຜູ້ປະສານງານຂອງແຕ່ລະໜ່ວຍງານປະຕິບັດງານ, ຮັກສາການແລກປ່ຽນຢ່າງເປັນປົກກະຕິ ແລະ ຈັດຕັ້ງບັນດາກອງປະຊຸມຕາມກຳນົດເວລາ, ຜ່ານນັ້ນກໍ່ຮັບປະກັນໃຫ້ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ກົມກຽວ ແລະ ມີປະສິດທິຜົນ.
ກອງປະຊຸມໄດ້ປະກອບສ່ວນຫັນບັນດາການຊີ້ນຳລະດັບສູງມາເປັນໜ້າທີ່ການຜັນຂະຫຍາຍທີ່ລະອຽດ, ມີລຳດັບຂັ້ນຕອນ ແລະ ກຳນົດເວລາທີ່ຈະແຈ້ງ, ສ້າງພື້ນຖານອັນສຳຄັນເພື່ອໃຫ້ບັນດາອົງການ, ກົມກອງຂອງສອງປະເທດ ປະສານງານຜັນຂະຫຍາຍໃນປີ 2026 ແລະ ໃນໄລຍະຕໍ່ໜ້າ, ແນໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ພະລັງງານ ລະຫວ່າງ ຫວຽດນາມ ແລະ ລາວ.
| ການແບ່ງປັນຂໍ້ມູນ, ກຳນົດທິດທາງການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນປີ 2026 ຍສໝ - ໃນວັນທີ 2 ເມສາ ທີ່ຮ່າໂນ້ຍ, ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ປະສານງານກັບຄະນະກຳມະການອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແບ່ງປັນຂໍ້ມູນຂ່າວສານປີ 2026 ກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ເພື່ອແນໃສ່ໃຫ້ຂໍ້ມູນ ແລະ ຄຳແນະນຳຢ່າງທັນການສຳລັບອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ຫວຽດນາມ. |
| ພົບປະກັບນັກສຶກສາລາວ ທີ່ແຂວງແທງຮວາ ໃນໂອກາດບຸນປີໃໝ່ 2026 ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງແທງຮວ່າ ໄດ້ຈັດງານພົບປະກັບນັກສຶກສາລາວ 184 ຄົນທີ່ກຳລັງຮຽນຢູ່ໃນແຂວງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດປີ 2026. ເຫດການນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງແຂວງໃນການເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ. |

