ໂມຊຳບິກ ໄດ້ສະແດງຄວາມຍ້ອງຍໍຫວຽດນາມ ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ

10:07 | 26/11/2020

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດໂມຊຳບິກ, ໄດ້ສະແດງຄວາມຫວັງວ່າ ຫວຽດນາມຈະສືບຕໍ່ແບ່ງປັນປະສົບການທີ່ໄດ້ມາຈາກຜົນສຳເລັດຂອງຕົນ ເພື່ອຊ່ວຍໃຫ້ ໂມຊຳບິກ ໄດ້ເຄື່ອນໄຫວໄດ້ໄວກ່ວາເກົ່າໃນວິວັດການເຊື່ອມໂຍງ.

ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ
ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ ນີ​ເຊ​ເຣຍ ແລະ ຫວຽດ​ນາມ ຄວນ​ຍູ​້​ໄວ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ

ຕາມທ່ານນາງ Verónica Nataniel - ລັດຖະມົນຕີການຕ່າງປະເທດໂມຊຳບິກ ແລ້ວ, ຫວຽດນາມ ໄດ້ສຳເລັດບົດບາດເປັນປະທານອາຊຽນ 2020 ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນຖານະທີ່ເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນລວມທັງບັນດາຂໍ້ລິເລີ່ມແທດກັບຕົວຈິງ ສຳຫຼັບຄວາມສະຫງົບ ແລະ ຄວາມໝັ້ນຄົງໃນອາຟຣິກກາ.

ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ ເລຮູຍຮ່ວາງ ແລະ ທ່ານນາງ Verónica Nataniel - ລັດຖະມົນຕີການຕ່າງປະເທດໂມຊຳບິກ. (ພາບ: TTXVN)

ທ່ານນາງ Verónica Nataniel ໄດ້ຢັ້ງຢືນວ່າໂມຊຳບິກ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ; ຫວັງວ່າສອງປະເທດສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ ໃນໄລຍະຈະມາເຖິງ, ພິເສດແມ່ນການແລກປ່ຽນນັກຊ່ຽວຊານດ້ານກະສິກຳ ແລະ ການສຶກສາ ແລະ ສາທາລະນະສຸກ; ຫວັງວ່າຫວຽດນາມສືບຕໍ່ຊຸກຍູ້ບັນດາວິສາຫະກິດ ໃນການລົງທຶນ ຢູ່ ໂມຊຳບິກ.

ທ່ານນາງລັດຖະມົນຕີ Nataniel ກໍ່ຕີລາຄາສູງບັນດາຜົນງານທີ່ໜ້າປະທັບໃຈ ຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ຫວຽດນາມແມ່ນແບບຢ່າງທີ່ຕ້ອງຮຽນຮູ້ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ແລະ ພັດທະນາເສດຖະກິດ - ສັງຄົມ.

ສ່ວນ ທ່ານ ເລຮູຍຮ່ວາງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກ ກໍ່ໄດ້ປຶກສາຫາລືກັບທ່ານລັດຖະມົນຕີ Nataniel ເພື່ອນຳເອົາສາຍພົວພັນອັນເປັນມູນເຊື້ອ ຫວຽດນາມ - ໂມຊຳບິກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ, ພິເສດແມ່ນເພີ່ມທະວີການຮ່ວມມື ໃນການແລກປ່ຽນປະສົບການກ່ຽວກັບກິດຈະກຳການຕ່າງປະເທດ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ,ທ່ານ ເລຮູຍຮ່ວາງ ກໍ່ໃຫ້ຮູ້ວ່າດ້ວຍຍອດຈຳນວນເງິນລົງທຶນ 600 ລ້ານໂດລາ, ການຮ່ວມມືດ້ານໂທລະຄົມມະນາຄົມ Movitel ຢູ່ໂມຊຳບິກ ເຊິ່ງບໍລິສັດໂທລະຄົມກອງທັບ Viettel ເຂົ້າຮ່ວມແມ່ນໂຄງການລົງທຶນໃຫຍ່ທີ່ສຸດຂອງຫວຽດນາມຢູ່ອາຟຼິກາ ໃນປະຈຸບັນ.

ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນທີ 3-4 ເດືອນຕຸລາ, ຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ເອີຣົບ ແລະ ອາຟຣິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງປະເທດເຈົ້າພາບ ໄດ້ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມຈໍາ​ນວນ 340 ຄົນກັບຄືນປະເທດຢ່າງປອດໄພ.

ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ລວມຢູ່​ສະ​ພາ​ຄວາມໝັ້ນຄົງ ກ່ຽວກັບ ສະພາບ​ການ​ຢູ່​ ອາຟະ​ລິ​ກາ ກາງ

ຍສໝ - ວັນທີ 14 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມອອນລາຍ ກ່ຽວກັບສະຖານະການຢູ່ອາຟະລິກາກາງ ແລະ ບັນດາການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດ ໃນຂົງເຂດນີ້ (UNOCA).

ໂມຊຳບ ກ ໄດ ສະແດງຄວາມຍ ອງຍ ຫວຽດນາມ ເປ ນສະມາຊ ກບ ປະຈ າການຂອງສະພາຄວາມໝ ນຄ ງ ນີ​ເຊ​ເຣຍ ແລະ ຫວຽດ​ນາມ ຄວນ​ຍູ​້​ໄວ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ

ຍສໝ - ຕອນຄ່ຳວັນທີ 29 ຕຸລາ, ຕາມເວລາຮ່າໂນ້ຍ ໃນການໄປປະຕິບັດງານຢູ່ ນີເຊເຣຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ເຮັດວຽກ ກັບທ່ານ Adams Oshiomhole ປະທານພັກສະມັດຊາໃຫຍ່ບັນດາຜູ້ທີ່ກ້າວໜ້າ (APC) - ພັກກຳອຳນາດ ຢູ່ ນີເຊເຣຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.