ມູກາງຈາຍ ໄດ້​ຈັດ​ອັນ​ດັບໜື່ງໃນຈໍານວນ 25 ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມ​ທີ່ໜ້າ​ມະຫັດ​ສະ​ຈັນ​

14:20 | 15/08/2024

ຍສໝ - ຕາມ​ເວັບ​ໄຊ​ນັກ​ທ່ອງ​ທ່ຽວ Wanderlust Storytellers, ​ມູກາງຈາຍ, ແຂວງອຽນບ້າຍ ຫວ່າງ​ບໍ່ດົນ​ມາ​ນີ້, ​ໄດ້​ຖືກ​ຈັດ​ອັນ​ດັບ​ທີ 1 ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ 25 ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ​ມະຫັດສະຈັນ.

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ
5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ 5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ
Mù Cang Chải được đánh giá là điểm đến mang vẻ đẹp siêu thực đáng kinh ngạc (Ảnh minh họa).  ມູກາງຈາຍຖືກຕີລາຄາ​ເປັນ​ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມທີ່​ຫນ້າ​ອັດສະຈັນ (ຮູບ​ພາບປະກອບ​)​.

ມູກາງຈາຍ ໄດ້ຮັບການຕີລາຄາ​ເປັນ​ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມທີ່​ມະຫັດສະຈັນ (ຮູບ​ພາບປະກອບ​)​.

ນໍາໜ້າຢູ່ໃນລາຍຊື່ 25 ຈຸດໝາຍ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ງາມ​ມະຫັດສະຈັນ​ນັ້ນ​ແມ່ນ ມູ​ກາງຈາຍ, ໂດຍໄດ້ຮັບການຕີລາຄາເປັນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຫວຽດນາມ. ມີຊື່ສຽງໂດ່ງດັງຍ້ອນທົ່ງນາຂັ້ນໄດທີ່ສວຍສົດງົດງາມທີ່ສຸດ, ມູ​ກາງຈາຍ ຄືຍ້ອມດ້ວຍສີຂຽວຂອງຕົ້ນເຂົ້າໃໝ່ ແລະ ເມື່ອລະດູເຂົ້າສຸກຈະເປັນສີເຫຼືອງງາມຕາ. ໂດຍຜ່ານສອງຝາມືທີ່ມີຄວາມຊໍານິຊໍານານ ແລະ ຄວາມຄິດປະດິດສ້າງ, ຄວາມພາກພຽນຂອງຊາວກະສິກອນ, ພວກເຂົາເຈົ້າໄດ້ສ້າງຮູບພາບທີ່ມີຊີວິດຊີວາທີ່ມີການປ່ຽນແປງຕາມການເວລາ, ສະແດງໃຫ້ເຫັນຄວາມກົມກຽວລະຫວ່າງທໍາມະຊາດ ແລະ ມວນມະນຸດ.

“ມູ​ກາງຈາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ຢູ່​ໃນ​ໂລກ ຍ້ອນ​ຄວາມສວຍສົດ​ງາມ​ທີ່​ຫາ​ຍາກ. ນີ້​ແມ່ນ​ໜຶ່ງ​ໃນ​ຈຸດ​ໝາຍ​ປາຍ​ທາງ​ທີ່ເປັນທີ່ນິຍົມຂອງພວກເຮົາ ​ແລະ ​ຈະ​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ທ່ານ​ມັກ​ຢ່າງ​ແນ່ນອນ!”, ​ເວັບ​ໄຊ​ທ່ອງ​ທ່ຽວ​ນີ້​ຍົກໃຫ້ຮູ້.

​ມູກາງຈາຍ ​ເປັນ​ເມືອງ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ຂອງ​ແຂວງອຽນ​ບ້າຍ, ຫ່າງ​ຈາກ​ໃຈກາງ​ນະຄອນອຽນ​ບ້າຍ180 ກິ​ໂລ​ແມັດ, ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ 300 ກວ່າ​ ກມ. ດິນແດນແຫ່ງນີ້ຕັ້ງຢູ່ຕີນພູ ຮວ່າງລຽນເຊີນ, ໃນລະດັບຄວາມສູງກ່ວາ 2.000 ແມັດຈາກໜ້ານໍ້າທະເລ.

ມາ​ຮອດ​ເມືອງ​ ມູກາງຈາຍ, ນັກ​ທ່ອງ​ທ່ຽວ​ຈະໄດ້​ຊົມ​ຄວາມ​ງາມ​ຂອງ​ເຂດ​ທັດສະນີຍະພາບແຫ່ງ​ຊາດ ​ທົ່ງ​ນາຂັ້ນໄດ​ ມູກາງຈາຍ ດ້ວຍ​ເນື້ອ​ທີ່​ທັງ​ໝົດ 330 ​ເຮັກຕາ, ຕົ້ນຕໍ​ແມ່ນ​ຢູ່ 3 ຕາ​ແສງ ເຈ້ກູ່ຍາ, ລາປ້ານເຕີນ ​ແລະ ເຊ້ຊູ່ຟິ່ງ, ​ບ່ອນທີ່ໄດ້ຮັບການຮັບຮອງຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ເປັນແຫລ່ງທ່ອງທ່ຽວແຫ່ງຊາດໂດຍ ຕັ້ງແຕ່ປີ 2007. ທົ່ງນາຂັ້ນໄດຢູ່ທີ່ນີ້ສວຍງາມຄືກັບດັ່ງລາຍມືຂອງທ້ອງຟ້າ, ເປັນກິດຈະກຳສະຖາປັດຕະຍະກຳທີ່ເຕັມໄປດ້ວຍຄວາມຄິດສ້າງສັນຈາກມືຜູ້ຊຳນານຂອງຊາວເຜົ່າມົ້ງ.

ທົ່ງນາຂັ້ນໄດງາມທີ່ສຸດແມ່ນໃນເດືອນພຶດສະພາ ຫາ ມິຖຸນາ ເມື່ອມີນ້ຳເຂົ້າທົ່ງນາ ແລະ ໃນເດືອນກັນຍາ-ຕຸລາ ເມື່ອເຂົ້າສຸກແລ້ວ ມີສີເຫຼືອງເຫຼື້ອມທົ່ວເນີນພູ. ນັກ​ທ່ອງ​ທ່ຽວ​ມາ​ ມູກາງຈາຍ ​ໃນ​ສອງ​ໄລຍະ​ນີ້​ຈະ​ໄດ້​ເຫັນ​ຕົ້ນເຂົ້າ​ສີຂຽວ​ ແລະ ​ເຂົ້າສຸກເຫຼືອງ​ຢູ່​ບັນດາ​ເນີນ​ພູ​ທີ່​ກວ້າງ​ໃຫຍ່​ໄພສານ.

​ເມື່ອ​ມາ​ຮອດ ມູກາງຈາຍ, ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມຢາມ​ບັນດາ​ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ ​ແລະ ​ເຜົ່າຜູ້ໄທ ​ເພື່ອ​ຊອກ​ຮູ້​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຢູ່​ເຂດ​ພູດ​ອຍ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ດ້ວຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ຊື່​ສຽງ.

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ
5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.