ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

19:42 | 30/11/2019

ຍສໝ - ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (1959 - 2019) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.

ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (1959 - 2019) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ໄດ້ມອບໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. (ພາບ: vnexpess)

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເນັ້ນໜັກວ່າ, ຫວຽດນາມ ພວມສ້າງຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 – 2030), ວິໄສທັດຮອດປີ 2045 ດ້ວຍຄວາມຫວັງຢາກນຳປະເທດໃຫ້ພັດທະນາຢ່າງວັດທະນາຖາວອນ, ທ່ານນາຍົກລັດຖະມົນຕີຖືວ່າ, ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ກໍຄືມີການກະທຳຢ່າງເດັດດ່ຽວເພື່ອແນໃສ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ພິເສດແມ່ນເສີມຂະຫຍາຍຢ່າງແຮງແຫຼ່ງພູມປັນຍາ ແລະ ກຳລັງປະດິດຄິດສ້າງຂອງຊາວຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ ພວກເຮົາຕ້ອງມີບາດກ້າວຫັນປ່ຽນທາງດ້ານຍຸດທະສາດ ເພື່ອຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາ, ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ສົມທົບກັບການພັດທະນາເຕັກໂນໂລຊີໃນບາງຂະແໜງການ, ຂົງເຂດໃໝ່ທີ່ມີທ່າແຮງ. ຕ້ອງກຳນົດວ່າ ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແມ່ນພື້ນຖານເພື່ອຊຸກຍູ້ການພັດທະນາປະເທດຢ່າງວ່ອງໄວ ແລະ ໝັ້ນຄົງ… ນີ້ແມ່ນຄຳຮຽກຮ້ອງ, ຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຖັນແຖວພະນັກງານຄຸ້ມຄອງ ແລະ ພະນັກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ.

ກ່ອນທີ່ຈະເຂົ້າຮ່ວມພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕັດແຖບຜ້າ ເປີດງານວາງສະແດງຜົນງານໄລຍະ 60 ປີຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.