ສືບຕໍ່ຊຸກຍູ້ການພົວພັນປະຊາຊົນ ຫວຽດນາມ - UAE

10:40 | 16/08/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສະຫະລັດ ອາຣັບບີ ເອມີເລັດ (UAE) ປະຈຳ ຫວຽດນາມ Bader Almatrooshi, ​ໃນ​ວັນ​ທີ 14 ສິງຫາ ຢູ່ ຮ່າ​ໂນ້ຍ.

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ UAE
ທ່ານນາຍົກລັດຖະມົນຕີ UAE ຢ້ຽມຢາມ ຫໍວາງສະແດງຫວຽດນາມ ຢູ່ EXPO Dubai 2020
ສືບຕໍ່ຊຸກຍູ້ການພົວພັນປະຊາຊົນ ຫວຽດນາມ - UAE

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (ຂວາ) ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Bader Abdulla Almatrooshi, ເອກ​ອັກຄະ​ລັດຖະທູດ UAE ປະຈຳ ຫວຽດນາມ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Bader Abdulla Almatrooshi ແລ້ວ, ​ໃນ​ໄລຍະ​ຜ່ານມາ​, ການ​ພົວພັນ ຫວຽດນາມ - UAE ​ໄດ້​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ປີ 2023, ສອງ​ປະ​ເທດ​ໄດ້ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ສອງຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. UAE ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ແຖວ​ໜ້າ​ຂອງ​ ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກ​ກາງ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງສົ້ນ​ບັນລຸ 4,7 ຕື້ USD ​ໃນ​ປີ 2023. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ UAE ຫວັງ​ຢາກ​ຍູ້ແຮງບັນດາກິດຈະກຳແຫ່ງການຮ່ວມມື​ດ້ານ​ວັດທະນະທຳ, ກິລາ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ທ່ານ ຟານ​ແອງ​ເຊີນ ​ກ່າວປາໄສ​ວ່າ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ສະຖານທູດ UAE ປະຈຳ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຜ່ານ​ຊ່ອງ​ທາງ​ປະຊາຊົນ, ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ການໂອ້ລົມເຈລະຈາ, ການ​​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາຮ່ຳຮຽນ... ພ້ອມ​ກັນ​ນັ້ນ, ທ່ານ​ປະ​ທານ VUFO ກໍ່ປາດ​ຖະ​ໜາ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Bader Abdulla Almatrooshi ເຊື່ອມ​ຕໍ່ VUFO ກັບບັນດາ​ຄູ່​ຮ່ວມ​ມື UAE.

2 ຝ່າຍ​ເຫັນ​ດີ​ເປັນເອກະພາບວ່າ ຈະຮັກສາ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ການ​ເຄື່ອນ​ໄຫວໃນໄລຍະ​ທີ່​ຈະ​ມາ​ເຖິງ.

Hayat-Vax vaccine Covid-19 ທີ່ຜະລິດຢູ່ໃນ UAE ໄດ້ມາຮອດຮ່າໂນ້ຍ

Hayat-Vax vaccine Covid-19 ທີ່ຜະລິດຢູ່ໃນ UAE ໄດ້ມາຮອດຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ທີ່ສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ) ໄດ້ຈັດພິທີມອບຮັບວັກຊີນປ້ອງກັນພະຍາດໂຄວິດ -19 Hayat-Vax ຈໍານວນ 1 ລ້ານໂດສທີ່ຜະລິດຢູ່ສະຫະລັດອາຣັບເອມີເຣດ (UAE) ລະຫວ່າງ G42 Medications Trading LLC (G42) ແລະບໍລິສັດຫຸ້ນສ່ວນການຢາ Vimedimex.

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE

ທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບຢູ່ UAE

ຍສໝ - ເພື່ອກະກຽມໃຫ້ດີທີ່ສຸດໃນ 3 ນັດແຂ່ງຂັນທີ່ຍັງເຫຼືອຢູ່ຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ຢູ່ UAE, ທີມບານເຕະຫວຽດນາມ ສ່ວນຫຼາຍແມ່ນຝຶກແອບດ້ານພາລະກຳລັງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.