ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ UAE

07:00 | 07/06/2023

ຍສໝ - ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ UAE ​ແມ່ນ​ເນື້ອ​ໃນ​ຂອງ​ການ​ເຮັດ​ວຽກ​ໃນ​ວັນ​ທີ 5 ມິຖຸນາ​ນີ້ ລະຫວ່າງ​ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ UAE ທ່ານ Thani bin Ahmed Al Zeyoudi.

ທ່ານນາຍົກລັດຖະມົນຕີ UAE ຢ້ຽມຢາມ ຫໍວາງສະແດງຫວຽດນາມ ຢູ່ EXPO Dubai 2020 ທ່ານນາຍົກລັດຖະມົນຕີ UAE ຢ້ຽມຢາມ ຫໍວາງສະແດງຫວຽດນາມ ຢູ່ EXPO Dubai 2020
ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ວັນທີ 05 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນໂດຍທ່ານລັດຖະມົນຕີຜູ້ຮັບຜິດຊອບການຄ້າຕ່າງປະເທດຂອງກະຊວງເສດຖະກິດບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE) Thani bin Ahmed Al Zeyoudi ນຳໜ້າ, ໄດ້ໄປ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ.

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ UAE

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ ​ແລະ UAE

ໜຶ່ງໃນບັນດາຈຸດສຸມເຊິ່ງ 2 ຝ່າຍໄດ້ເປັນເອກະພາບຊຸກຍູ້ໃນໄລຍະຈະມາເຖິງແມ່ນ ສັນຍາການຄ້າເສລີ (FTA) ດ້ວຍຊື່ທີ່ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ UAE. ທີ່ການເຮັດວຽກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ໄດ້ສະເໜີໃຫ້ຊຸກຍູ້ການເຈລະຈາສັນຍາ CEPA ຫວຽດນາມ - UAE. ເປັນເອກະພາບບາງເນື້ອໃນສຳຄັນໂດຍໄວ ເພື່ອມານະພະຍາຍາມກ້າວໄປເຖິງເປົ້າໝາຍລົງນາມໃນເອກະສານຢ່າງໄວເທົ່າທີ່ໄວໄດ້, ນຳມາເຊິ່ງກາລະໂອກາດ ແລະ ປະສິດທິຜົນຢ່າງແທດຈິງໃຫ້ແກ່ວິສາຫະກິດ 2 ປະເທດ. ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດ UAE ຄົ້ນຄວ້າ, ລົງທຶນໃສ່ບາງຂົງເຂດຢູ່ ຫວຽດນາມ, ຄື: ພະລັງງານທົດແທນ; ພະລັງງານສະອາດ; ອຸດສາຫະກຳເຄມີ; ກໍ່ສ້າງເຂດອຸດສາຫະກຳຢູ່ບາງເຂດເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງ ຫວຽດນາມ…

ສ່ວນທ່ານ Thani bin Ahmed Al ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; UAE ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ວິວັດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາ CEPA ໃຫ້ສຳເລັດໂດຍໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.