ຮັບຮູ້ການປະກອບສ່ວນຂອງທ່ານ Jan Erik Støa ໃນການໜູນຊ່ວຍວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ ຫວຽດນາມ

10:38 | 16/08/2024

​ຍສໝ - ໃນ​ໄລຍະ 5 ປີ​ທີ່​ທ່ານດຳລົງຕຳແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ຂອງ​ອົງການອຸປະຖຳປະຊາຊົນ ນອກ​ແວ, ທ່ານ Jan Erik Støa ​ໄດ້​ລິ​ເລີ່​ມ, ຜັນຂະຫຍາຍ ​ແລະ ເປີດກວ້າງບັນດາ​ໂຄງການ​ເກັບກູ້ລະເບີດບໍ່ທັນແຕກຢ່າງ​ຕັ້ງໜ້າ. ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 14 ສິງຫາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ”.

ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ - ໂອຕາລິດ
ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ
ຮັບຮູ້ການປະກອບສ່ວນຂອງທ່ານ Jan Erik Støa ໃນການໜູນຊ່ວຍວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ ຫວຽດນາມ

ທ່ານ ຫງວຽນຫ​ງອກ​ຮຸ່ງ, ຮອງ​ປະທານ VUFO (ຂວາ) ​ໄດ້​ປະດັບ​ຫຼຽນກາລະນຶກ​ໃຫ້​ທ່ານ Jan Erik Støa, ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດອົງການ NPA.

ຕາມ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ, ທ່ານ Jan Erik Støa ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ຮັກສາ ​ແລະ ພັດທະນາ​ບັນດາ​ໂຄງການຂອງອົງການອຸປະຖຳ​ປະຊາຊົນ ນອກ​ແວ (NPA) ຢູ່ ຫວຽດນາມ. ທ່ານໄດ້ສະແຫວງຫາ ແລະ ເປີດກວ້າງແຫຼ່ງອຸປະຖຳຢ່າງຕັ້ງໜ້າສໍາລັບບັນດາການເຄື່ອນໄຫວຂອງ NPA.

ທ່ານ Jan Erik Støa ສຸມ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ໃຫ້ແກ່​ພະນັກງານ, ລັດຖະກອນ ຫວຽດນາມ. ໃນ​ອາຍຸການຂອງທ່ານ, ໂດຍຜ່ານ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ບຸກຄະລາ​ກອນ; ບັນດາການ​ເຄື່ອນ​ໄຫວ​ເສນາທິການ ​ແລະ ​ໃຫ້​ຄຳ​ປຶກສາ, NPA ​ໄດ້​ໜູນ​ຊ່ວຍ​ສູນ​ການກະທຳ ລະເບີດໝາກມິນແຫ່ງຊາດ ຫວຽດນາມ ​ເພື່ອ​ພັດທະນາ​ວິຊາສະເພາະຕາມ​ມາດຕະຖານ​ສາກົນ.

ຄຽງຂ້າງ​ນັ້ນ, ທ່ານ Jan Erik Støa ຍັງຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ທີ່​ຮ່ວມ​ມື​ໃນ​ຂົງ​ເຂດ​ຟື້ນຟູຜົນ​ຮ້າຍ​ຈາກ​ສົງຄາມ. ທ່ານກໍ່ໄດ້​ນຳພາ​ອົງການ NPA ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ປະຊາຊົນ ​ຫວຽດນາມ ​ທີ່ຖືກ​ຜົນ​ກະທົບ​ຈາກ​ພະຍຸ ​ແລະ ​ໄພ​ນ້ຳ​ຖ້ວມ; ການປ້ອງກັນ ໂຄວິດ-19.

ຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ” ທີ່ທ່ານໄດ້ຮັບແມ່ນລາງວັນອັນສະຫງ່າລາສີຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນອັນສຳຄັນຂອງບັນດາບຸກຄົນທີ່ເຮັດເພື່ອສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນບັນດາປະເທດ. .

ທີ່​ພິທີ​ປະດັບ​ຫຼຽນ​ກາລະນຶກ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ Jan Erik Støa ​ແລະ ອົງການ NPA ​ໃນ​ວຽກ​ງານ​ແກ້ໄຂ​ຜົນ​ຮ້າຍ​​​ຈາກ​ສົງຄາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່ ຫວຽດນາມ ​ເອົາ​ໃຈ​ໃສ່ ​ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການຈັດຕັ້ງ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໂດຍສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ຫຼຽນ​ກາລະນຶກ, ທ່ານ Jan Erik Støa ຂອບ​ໃຈ VUFO ທີ່​ໄດ້​ໃຫ້ການ​ ໜູນຊ່ວຍ​ອົງການ​ດັ່ງກ່າວ​ໃນ​ໄລຍະ​ດຳ​ເນີນ​ງານ​ຢູ່ ​ຫວຽດນາມ. ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ​ກ່ຽວ​ກັບ​ແຫຼ່ງອຸປະຖຳ ​ແລະ ລະບຽບ​ການ​ບໍລິຫານ, ​ແຕ່​ທ່ານ​ເຊື່ອ​ໝັ້ນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ

ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ

ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນ​ດັ່ງກ່າວ​ແມ່ນ​ເພື່ອຮັບ​ຮູ້ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ທ່ານສຳລັບການ​ສຶກສາ, ​ເດັກນ້ອຍ ເວົ້າສະເພາະ ...

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ຍສໝ - ທ່ານປະທານ VUFO ຢືນຢັນວ່າ ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຂງແຮງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.