ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໄດ້ສົ່ງຈົດໝາຍອວຍພອນທີມບານເຕະຍິງຫວຽດນາມພາຍຫຼັງຍາດໄດ້ຫຼຽນຄຳ Seagames 30

09:30 | 10/12/2019

ຍສໝ - ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5.

ພາຍຫຼັງຍາດໄດ້ຊະນະຕໍ່ທິມບານເຕະ ໄທ ໃນນັດແຂ່ງຂັນຮອບຊີງຊະນະເລີດ ບານເຕະຍິງ Seagames 30 ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວາ, ທິມບານເຕະຍິງຫວຽດນາມ ໄດ້ຮັບຫຼຽນຄໍາ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ. ວັນທີ 9 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ສົ່ງຈົດໝາຍຊົມເຊີຍຄະນະນັກກິລາຫວຽດນາມ ແລະ ທິມບານເຕະຍິງ.

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໄດ້ສົ່ງຈົດໝາຍອວຍພອນທີມບານເຕະຍິງຫວຽດນາມພາຍຫຼັງຍາດໄດ້ຫຼຽນຄຳ Seagames 30

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໄດ້ສົ່ງຈົດໝາຍອວຍພອນທີມບານເຕະຍິງຫວຽດນາມພາຍຫຼັງຍາດໄດ້ຫຼຽນຄຳ Seagames 30

ໃນຈົດໝາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັ້ກວ່າ: ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5, ທັງນີ້ກໍເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30. ນອກຈາກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍໍຊົມເຊີຍບັນດາຜົນງານອັນດີເລີດຂອງບັນດານັກກິລາຫວຽດນາມ ພ້ອມດ້ວຍຄະນະຄູຝຶກບັນລຸໄດ້ໃນງານມະຫາກໍາກິລາຄັ້ງນີ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.