AVSE Global - ມະຫາວິທະຍາໄລດານັ້ງ ໄດ້ລົງນາມໃນຫຼາຍເນື້ອໃນການຮ່ວມມື

10:42 | 16/08/2024

ຍສໝ - ວັນທີ 12 ສິງຫາ, ຢູ່ມະຫາວິທະຍາໄລດານັ້ງ ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາຮ່ວມມື ລະຫວ່າງຫົວໜ່ວຍ ແລະ ອົງການວິທະຍາສາດ ແລະ ຊ່ຽວຊານ ຫວຽດນາມ ຢູ່ຝະລັ່ງ - AVSE Global.

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ
ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

ທ່ານ​ ຮສຈ.ປອ. ຫງວຽນຫງອກວູ້, ອະທິການບໍດີມະຫາວິທະຍາໄລດານັ້ງ ໃຫ້ຮູ້ວ່າ ກ້າວເຂົ້າສູ່ໃນໄລຍະພັດທະນາໃໝ່ ມະຫາວິທະຍາໄລດານັ້ງ ຍິ່ງຖືເປັນສໍາຄັນຍຸດທະສາດການເຊື່ອມໂຍງ, ຮ່ວມມືກັບສາກົນ ເພື່ອເພີ່ມທະວີແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາແບບຍືນຍົງ, ພະຍາຍາມປະຕິບັດແຜນຮ່າງພັດທະນາມະຫາວິທະຍາໄລດານັ້້ງ ກາຍເປັນມະຫາວິທະຍາໄລແຫ່ງຊາດ ຕາມຈິດໃຈມະຕິເລກທີ 26 ແລະ ຂໍ້ສະຫຼຸບເລກທີ 79 ຂອງກົມການເມືອງ.

Quang cảnh buổi lễ kí kết. Ảnh: Báo Quảng Nam  ພາບບັນຍາກາດພິທີລົງນາມ. ພາບ: ໜັງສືພິມ ກວາງນາມ

ບັນຍາກາດພິທີລົງນາມ. ພາບ: ໜັງສືພິມ ກວາງນາມ

ທີ່​ການ​ເຮັດວຽກສອງຝ່າຍ​ໄດ້​ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຄື: ການ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ ​ກອງປະຊຸມສໍາມະນາສາກົນທີ່ມີລະດັບຜົນສະທ້ອນ, ປະກອບສ່ວນ​ກໍ່ສ້າງ, ປະກອບ​ຄຳ​ເຫັນ, ໃຫ້ຄໍາປຶກສາ​ດ້ານ​ນະ​ໂຍບາຍ, ການພັດທະນາ​ເສດຖະກິດ - ສັງຄົມ​ ໃນຂົງເຂດພາກ​ກາງ - ​ເຂດ​ເຕີຍຫງວຽນ ພິເສດແມ່ນ ນະ​ຄອນດາ​ນັ້ງ; ສົມທົບກັນກໍ່ສ້າງ, ບໍາລຸງສ້າງໂດຍອອກໃບ​ຢັ້ງ​ຢືນ, ​ຮ່ວມ​ມື​ກັນບຳລຸງສ້າງ​ສາ​ກົນ.

ສອງຝ່າຍ​ເຊື່ອມຕໍ່ການ​ແລກປ່ຽນ​ນັກ​ສຶກສາ, ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ນັກ​ສຶກສາມະຫາວິທະຍາໄລດານັ້້ງ ​ໄປ​ຝຶກ​ງານ ​ແລະ ລົງຕົວຈິງ​ຢູ່​ຕ່າງປະ​ເທດຕື່ມອີກ, AVSE Global ​ແນະນຳ ​ແລະ ​ເຊື່ອມ​ຕໍ່​ບັນດາ​ນັກວິທະຍາສາດຄົນຫວຽດນາມ ຢູ່​ຕ່າງປະ​ເທດ ​ທີ່​ມີ​ຄວາມ​ປາດ​ຖະໜາ, ​ມີເງື່ອນ​ໄຂ​ ​ແລະ ອຸທິດສ່ວນ​ໃຫ້​ແກ່​ປະ​ເທດຊາດຢ່າງສຸດຈິດສຸດໃຈນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນຈາກ​ບັນດາ​ມະຫາວິທະຍາ​ໄລເຊັ່ນ: ມະຫາວິທະຍາ​ໄລດານັ້້ງ....

ກ່ອນໜ້ານີ້, ວັນທີ 6 ສິງຫາ 2024 ຢູ່ທີ່ນະຄອນໂຮ່ຈີມິນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ AVSE Global ແລະ ມູນນິທິ Startup ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (Startup Vietnam Foundation - SVF). ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ບໍ່​ພຽງ​ແຕ່​ຂອງ​ສອງ​ອົງການ​ເທົ່າ​ນັ້ນ ແຕ່ຍັງ​ແມ່ນໃຫ້ທັງ​ລະບົບ​ນິ​ເວດ​ Startup ນໍາອີກ​.

AVSE Global ແມ່ນອົງການໜື່ງທີ່ບໍ່ຫວັງຜົນກຳໄລ ເຊິ່ງມີສຳນັກງານໃຫຍ່ຢູ່ໃນປາຣີ, ເປັນບ່ອນເຕົ້າໂຮມປັນຍາຊົນ, ນັກຊ່ຽວຊານ ແລະ ນັກວິທະຍາສາດທີ່ມີຊື່ສຽງຈາກທົ່ວໂລກ. ດ້ວຍສະມາຊິກກວ່າ 300 ຄົນໃນ 20 ກວ່າປະເທດ ແລະ ການຊ່ວຍເຫຼືອຂອງນັກຊ່ຽວຊານ 2000 ຄົນ, AVSE Global ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງ ຫວຽດນາມ ໂດຍຜ່ານ 12 ເຄືອຂ່າຍຜູ້ຊ່ຽວຊານ, ກອງປະຊຸມສຳມະນາ ແລະ ເວທີປາໄສນະໂຍບາຍສາກົນ, ບັນດາໂຄງການບຳລຸງສ້າງຂັ້ນສູງ ແລະໂຄງການໃຫ້ຄໍາປຶກສາໃນຂົງເຂດທີ່ສໍາຄັນເຊັ່ນ: ເຄື່ອງໝາຍແຫ່ງຊາດ, ການສຶກສາ ແລະການບຳລຸງສ້າງ ເສດຖະກິດ - ການເງິນ, ການວາງແຜນຜັງຕົວເມືອງແບບຍືນຍົງ, ການຫັນເປັນດີຈີຕອນ ແລະ ພະລັງງານ.

Global Vision Korea ມອບປື້ມໃຫ້ນັກຮຽນເເຂວງ ເບັ໋ນເເຈ່
ປຸກ​ລະ​ດົມ​ໂຄງ​ການ​ຂໍ້​ລິ​ເລີ່ມ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ InnoCity Global Launching 2021

ອ.ສະຫວັດ

ເຫດການ
302 Found

Found

The document has moved here.