Global Vision Korea ມອບປື້ມໃຫ້ນັກຮຽນເເຂວງ ເບັ໋ນເເຈ່

00:00 | 10/11/2023

ຍສໝ - ເພື່ອເປັນການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ອ່ານ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ພິເສດເເມ່ນ​ນັກຮຽນບັນດາ​​ໂຮງຮຽນທີ່ອົງການ Global Vision Korea ​ໄດ້​ອຸປະຖຳ​ຮູບ​ແບບ “ຫໍສະໝຸດ​ເຄື່ອນ​ທີ່” ຢູ່​ໂຮງຮຽນ​ປະຖົມ 10 ​ແຫ່ງ​ຂອງ​ເເຂວງ ເບັ໋ນເເຈ່.

World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ
World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ

ຫວ່າງ​ມໍ່ໆ​ນີ້, ຄະນະ​ຜູ້​ແທນ​ອົງການ Global Vision (ສ.​ເກົາຫຼີ) ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງ ​ແລະ ສະຫະພັນຊາວ​ໜຸ່ມ​ ຫວຽດນາມ ​ແຂວງ ເບັ໋ນເເຈ່.

Global Vision Korea ມອບປື້ມໃຫ້ນັກຮຽນເເຂວງ ເບັ໋ນເເຈ່
ຄະນະ​ຜູ້​ແທນ​ອົງການ Global Vision (ສ.​ເກົາຫຼີ) ເຮັດ​ວຽກ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງ ​ແລະ ສະຫະພັນຊາວ​ໜຸ່ມ​ ຫວຽດນາມ ​ແຂວງ ເບັ໋ນເເຈ່. (ພາບ: ສະຫະພັນຊາວ​ໜຸ່ມ​ ​ແຂວງ ເບັ໋ນເເຈ່)

ທີ່​ການ​ພົບ​ປະ, ຄະນະ​ຊາວ​ໜຸ່ມ​ແຂວງ, ສະຫະພັນຊາວໜຸ່ມຫວຽດນາມ ປະຈຳ​ແຂວງ ​ແລະ ອົງການ​ Global Vision ​ໄດ້​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ຮູບ​ແບບ “ຫໍສະໝຸດ​ເຄື່ອນ​ທີ່” ຢູ່​ເມືອງ ແທ້ງ​ຟຸ໋. ​ໃນ​ປີ 2023, ​ຮູບ​ແບບ “ຫໍສະໝຸດ​ເຄື່ອນ​ທີ່” ໄດ້​ຜັນ​ຂະຫຍາຍ​ຢູ່​ໂຮງຮຽນ​ປະຖົມ 10 ​ແຫ່ງ​ຂອງ​ເມືອງ ແທ້ງ​ຟຸ໋, ມາ​ຮອດ​ປະຈຸ​ບັນ​ສຳເລັດ 9 ໃນຈຳນວນ10 ​ໂຮງຮຽນ (1 ​ໂຮງຮຽນ​ຈະ​ປະຕິບັດ​ໃນ​ເດືອນ ທັນວາ), ດ້ວຍນັກຮຽນ​ເຂົ້າ​ຮ່ວມກວ່າ 21.000 ເທື່ອຄົນ​.ຫໍສະໝຸດ​ເຄື່ອນ​ທີ່​ແມ່ນ​ຮູບ​ແບບ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ, ດຶງ​ດູດ​ນັກຮຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຄວາມ​ສົນ​ໃຈ​ຂອງ​ພໍ່​ແມ່, ​ຄູ​ - ອາ​ຈານ, ປະກອບສ່ວນ​ຊຸກຍູ້ ເເລະ ຍົກສູງທັກ​ສະ​ການອ່ານປຶ້ມ, ສ້າງຄວາມລື້ງເຄີຍໃນການ​​ອ່ານ​ປຶ້ມໃຫ້​ນັກຮຽນ​.

ທີ່​ກອງ​ປະຊຸມ, ອົງການ Global Vision ໄດ້ເຕື້ອງເຖິງການ​ຊ່ວຍເຫຼືອກໍ່ສ້າງພື້ນຖານວັດຖຸທີ່ສະດວກ​ໃຫ້​ໂຮງຮຽນ​ປະຖົມ ເຮື່ອງ​ໝີ່ 2 ລວມມີ: ຫ້ອງ​ຮຽນ 2 ຫ້ອງ, ຫ້ອງ​ພັກຄູ 1 ຫ້ອງ, ຫ້ອງ​ສະໝຸດ 1 ຫ້ອງ. ສອງ​ຝ່າຍ​ໄດ້​ປຶກສາຫາລືກ່ຽວ​ກັບ​ຂໍ້​ສະ​ເໜີ​ເພື່ອ​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດໃນ​ຂົງ​ເຂດ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ, ຄົນ​ເຈັບ, ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ຫຼື ​ເບິ່ງ​ແຍງ​ດູ​ແລ​ຊາວ ສ.​ເກົາຫຼີ ຢູ່ ຫວຽດນາມ ດ້ວຍ​ເງິນ​ເດືອນ​ສູງ ​ແລະ ໝັ້ນຄົງ.

ກ່ອນ​ໜ້າ​ນີ້, ອົງການ​ Global Vision ​ໄດ້​ມອບ​ເຮືອນ​ແຫ່ງຄວາມຮັກ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ຕາ​ແສງ ຕາມ​ເຟືອກ, ​ເມືອງ ​ເຈົາ​ແທ່ງ; ມອບ​ຫ້ອງ​ຄອມ​ພິວ​ເຕີ ​ແລະ ມອບ​ລົດຖີບ​ໃຫ້​ນັກຮຽນ​ທີ່​ມີສະພາບຫຍຸ້ງຍາກທີ່ກຳລັງຮ່ຳຮຽນ​ຢູ່​ໂຮງຮຽນ​ປະຖົມ ​ຕາມເຟືອກ (ຕາແສງ ຕາມ​ເຟືອກ, ​ເມືອງ ​ເຈົາ​ແທ່ງ)...

Global Vision (ສ.ເກົາຫຼີ) ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບຄະນະຊາວໜຸ່ມແຂວງ ແລະ ສະຫະພັນຊາວໜຸ່ມແຂວງ ເບັ໋ນເເຈ່ ຮ່ວມມືປະຕິບັດບັນດາເປົ້າໝາຍພັດທະນາຜົນປະໂຫຍດຊຸມຊົນຢູ່ ເບັ໋ນເເຈ່.

ດີງເລື້ອງ

302 Found

Found

The document has moved here.