The DOVE Fund ອຸປະຖຳໂຄງການຫ້ອງນ້ຳ 27 ຫ້ອງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

23:04 | 18/07/2024

ຍສໝ - ວັນທີ 16 ກໍລະກົດ, ຄະນະກໍາມະການປະຊາຊົນແຂວງ ກວາງຈີ້ ໄດ້ອອກຂໍ້ຕົກລົງສະບັບເລກທີ 1728/QD-UBND ອະນຸມັດຜ່ານໂຄງການໜູນຊ່ວຍການກໍ່ສ້າງຫ້ອງນໍ້າໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢູ່ແຂວງ ກວາງຈີ້ ທີ່ໄດ້ຮັບອຸປະຖຳຈາກອົງການ The DOVE Fund, ດ້ວຍ​ຍອດ​ຈຳນວນ​ທຶນ 30.190 USD, ​ເທົ່າ​ກັບ 700 ລ້ານ​ດົ່ງ.

ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024
ສປປ ລາວ ວາງຄາດໝາຍຈະດຶງດູດ ນັກທ່ອງທ່ຽວ 2,7 ລ້ານຄົນປີ 2024

ຕາມ​ຂໍ້​ຕົກລົງ​ທີ່ໄດ້ຮັບອະນຸມັດ​ແລ້ວ, ​ໂຄງການ​​ໄດ້​ຮັບການ​ອຸປະຖຳຈາກອົງການ​ The DOVE Fund ເພື່ອ​ໜູນ​ຊ່ວຍ​ກໍ່ສ້າງ​ຫ້ອງ​ນ້ຳ 27 ຫ້ອງໃຫ້ 27 ຄອບຄົວ​ທີ່​ມີຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍຂອງເມືອງ ເຮື່ອງ​ຮວ່າ (19 ຄອບຄົວ) ​ແລະ ດັກ​ຣົງ (08 ຄົວເຮືອນ) ເພື່ອແນໃສ່ສ້າງເງື່ອນໄຂປັບປຸງຄຸນນະພາບຊີວິດ ແລະ ປະກອບສ່ວນຮັບປະກັນສຸຂະອະນາໄມສິ່ງແວດລ້ອມໃນຊຸມຊົນ.

The DOVE Fund ອຸປະຖຳໂຄງການຫ້ອງນ້ຳ 27 ຫ້ອງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

​ໂຄງການ​ດັ່ງກ່າວ​ຈະ​ໜູນ​ຊ່ວຍ​ກໍ່ສ້າງ​ຫ້ອງ​ນ້ຳ 27 ຫ້ອງໃຫ້ 27 ຄອບຄົວ​ທີ່​ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ​ຂອງ​ເມືອງ ເ​ຮື່ອງ​ຮວ່າ ​ແລະ ດັກຣົງ.

​ໂຄງການ​ດັ່ງກ່າວ​ມີ​ໄລຍະ​ປະຕິບັດ​ຮອດ​ທ້າຍ​ເດືອນ ມີນາ ປີ 2025 ດ້ວຍ​ຍອດ​ຈຳນວນ​ທຶນ 30.190 USD, ​ເທົ່າ​ກັບ​ປະມານ 733 ລ້ານ​ດົ່ງ, ​ໃນ​ນັ້ນ ​ທຶນ​ຊ່ວຍ​ເຫຼືອ​ລ້າ​ແມ່ນ 30.190 USD. ບັນດາຄົວເຮືອນທີ່ໄດ້ຮັບຜົນປະໂຫຍດ ແລະ ຊຸມຊົນໃນບ້ານໄດ້ປະກອບສ່ວນດ້ວຍວັດຖຸສິ່ງຂອງ ແລະ ແຮງງານ.

ຫ້ອງນ້ຳ 27 ຫ້ອງໃຫ້ແກ່ 27 ຄອບຄົວໄດ້ກໍ່ສ້າງດ້ວຍຂອບຂະໜາດ: 01 ຫ້ອງນ້ຳ ຫ້ອງອາບ ມີເນື້ອທີ່ 2,63m2; 01 ຂຸມວິດມີບໍລິມາດ 1.54m3.

ຄຽງຂ້າງນັ້ນ, ແຕ່ລະຫ້ອງນ້ຳຍັງໄດ້ອອກແບບຫ້ອງອາບນໍ້າຕື່ມອີກ 01 ຫ້ອງ ກັບຫ້ອງນໍ້າທີ່ຕິດຕັ້ງກອັກນ້ຳ ເຊິ່ງໄດ້ເຊື່ອມຕໍ່ກັບລະບົບນໍ້າແບບໂອໂຕເຂົ້າຄົວເຮືອນ ແລະ ອຸປະກອນທີ່ນໍາມາໃຫ້ປະກອບມີ: ຖັງນໍ້າ 02 ຖັງ, ຕຸກນໍ້າ ແລະ ບ່ອນແຂວນເຄື່ອງນຸ່ງ.

ການ​ອຸປະຖຳ​ຫ້ອງ​ນ້ຳ 27 ຫ້ອງໃຫ້​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ແລະ ເຂດພຸດອຍ ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ຂອງ​ອົງການ The DOVE Fund. ໂດຍຜ່ານ​ນັ້ນ, ກໍ່ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ, ປ່ຽນ​ແປງ​ໃໝ່​ແນວ​ຄິດ ​ແລະ ແບບແຜນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະກອບສ່ວນ​ປະຕິບັດ​ຄາດໝາຍ​ເລກທີ 17 ​ໃຫ້​ດີ ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຮັກສາ​ອະນາ​ໄມ​ສິ່ງ​ແວດ​ລ້ອມ.

ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ

ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025.

ຄູອາຈານຫວຽດນາມ 27 ຄົນ ຮັບໜ້າທີ່ໄປສອນພາສາຫວຽດນາມຢູ່ປະເທດລາວ ຄູອາຈານຫວຽດນາມ 27 ຄົນ ຮັບໜ້າທີ່ໄປສອນພາສາຫວຽດນາມຢູ່ປະເທດລາວ

ຕອນເຊົ້າວັນທີ 16 ພະຈິກ ແມ່ນວັນເຮັດວຽກທໍາອິດຂອງຄູອາຈານຫວຽດນາມ ທີ່ໄປສອນພາສາຫວຽດນາມ ຢູ່ ສປປ ລາວ ໄລຍະ 2021-2023.

ມິງດຶກ

ເຫດການ
302 Found

Found

The document has moved here.