ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ

09:37 | 28/10/2023

ຍສໝ - ວັນທີ 27 ຕຸລາ, ຄະນະຊາວໜຸ່ມແຂວງ ກວາງນາມ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ, ກອງທຶນທຶນການສຶກສາ ວື່ອາຢີ່ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ, ເຂດທະເລ, ເຂດທະເລໝູ່ເກາະ ແຂວງກວາງນາມ.

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ
ເຂດຊຸມຊົນ ບາງລາ (ກວາງນາມ): ສ້າງຊີວິດໃຫມ່ ເຂດຊຸມຊົນ ບາງລາ (ກວາງນາມ): ສ້າງຊີວິດໃຫມ່

ທີ່ລາຍການ, ກອງທຶນ​ທຶນການສຶກສາ ວື່ອາຢີ່ງ ໄດ້​ມອບທຶນການ​ສຶກສາຈຳນວນ 80 ທຶນ​ ​ເພື່ອ​ໜູນ​ຊ່ວຍ​ນັກຮຽນຊົນເຜົ່າສ່ວນໜ້ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ; ສະໂມສອນ “ເພື່ອຮ່ວາງຊາ ແລະ ເຈື່ອງຊາ ທີ່ຮັກແພງ” ໄດ້ມອບທຶນການສຶກສາຈຳນວນ 80 ທຶນເພື່ອໜູນຊ່ວຍນັກຮຽນຢູ່ເຂດທະເລ ແລະ ໝູ່ເກາະ ແຂວງ ກວາງນາມ, ແຕ່ລະທຶນການສຶກສາມີມູນຄ່າ 1 ລ້ານດົ່ງ.

ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ
ມອບກະເປົານັກຮຽນ ແລະ ທຶນການສຶກສາໃຫ້ນັກຮຽນ. ພາບ: ໜັງສືພິມ ກວາງນາມ.

ກອງ​ທຶນ​ຍັງ​ໄດ້​ມອບ​ທຶນ​ການ​ສຶກ​ສາ 100 ທຶນ (ແຕ່​ລະທຶນມີມູນຄ່າ 1 ລ້ານ​ດົ່ງ) ​ໃຫ້​ແກ່​ລູກ​ຫຼານ​ຂອງ​ນາຍທະຫານ, ທະ​ຫານ​ປະຊາຊົນອາ​ຊີບ ​ເຂດຕຳຫຼວດທະເລ 2.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ອະດີດ​ຮອງ​ປະທານ​ປະ​ເທດ ນາງ ເຈື່ອງໝີ່ຮວາ - ປະທານ​ກອງ​ທຶນ​ທຶນການສຶກສາ ວື່ອາຢີ່ງ ​ໄດ້​ຍ້ອງຍໍ​​ຄວາມ​ບຸກບືນ ​ແລະ ຄວາມ​​ພະຍາຍາມ​ຂອງ​ບັນດາ​ນັກຮຽນບັນດາ​ຊົ່ນເຜົ່າສ່ວນໜ້ອຍ. ທ່ານນາງ​ກ່າວ​ວ່າ ການ​ໃຫ້​ທຶນ​ການສຶກສາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າມີ​ແຮງ​ໃຈ​ຫຼາຍ​ຂຶ້ນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ມີຄວາມ​ພະຍາຍາມ​ໃນ​ການ​ສຶກສາ.

ກໍ່​ໃນ​ວັນ​ທີ 27 ຕຸລາ, ສະ​ໂມ​ສອນ “ເພື່ອ​ຮ່​ວາງ​ຊາ - ເຈື່ອງ​ຊາ ​ທີ່​ຮັກ​ແພງ” ກໍ່ໄດ້​ຮັບ​ສະ​ມາ​ຊິກ​ຕື່ມ​ອີກຈຳນວນ 71 ຄົນ. ປະຈຸບັນ, ສະໂມສອນມີສະມາຊິກຫຼາຍກວ່າ 4,000 ຄົນໃນ 55 ແຂວງ, ນະຄອນໃນທົ່ວປະເທດ ແລະ ປະເທດເອີຣົບ ແລະ ອາຊີ ຈຳນວນໜຶ່ງທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ທະເລໝູ່ເກາະຂອງບ້ານເກີດເມືອງນອນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.