ການຢ້ຽມຢາມຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສ້າງກໍາລັງໜູນໃໝ່ໃຫ້ແກ່ຫວຽດນາມ-ອິນເດຍ

14:38 | 01/08/2024

ຍສໝ - ນີ້ແມ່ນການຢ້ຽມຢາມອິນເດຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຕໍາແໜ່ງຜູ້ນໍາໜ້າລັດຖະບານຫວຽດນາມ.

ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ

ໂດຍໄດ້ຮັບຄໍາເຊີນຂອງທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມທາງລັດຖະກິດ ຢູ່ອິນເດຍ ແຕ່ວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາ.

ນີ້ແມ່ນການຢ້ຽມຢາມອິນເດຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຕໍາແໜ່ງຜູ້ນໍາໜ້າລັດຖະບານຫວຽດນາມ. ການຢ້ຽມຢາມມີຄວາມໝາຍສຳຄັນ, ແນໃສ່ຢັ້ງຢືນແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ທີ່ຖືອິນເດຍ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າ, ເປັນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ.

ການຢ້ຽມຢາມຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສ້າງກໍາລັງໜູນໃໝ່ໃຫ້ແກ່ຫວຽດນາມ-ອິນເດຍ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ. ພາບ: TTXVN

ນັບແຕ່ໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1972 ແລະເປັນຕົ້ນແມ່ນນັບແຕ່ຍົກໄດ້ລະດັບມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016 ມາຮອດປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ-ອິນເດຍ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງໂດຍຜ່ານການຮັກສາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນ, ໃນຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ.

ສອງຝ່າຍໄດ້ຮັກສາ ແລະເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ຄື: ຄະນະກໍາມະການປະສົມ ຫວຽດນາມ-ອິນເດຍ ຂັ້ນລັດຖະມົນຕີການຕ່າງປະເທດ, ອະນຸກຳມະການການຄ້າປະສົມ ຫວຽດນາມ-ອິນເດຍ, ການປຶກສາຫາລືດ້ານການເມືອງ ແລະການເຈລະຈາຍຸດທະສາດ, ການເຈລະຈາຄວາມໝັ້ນຄົງ, ການເຈລະຈານະໂຍບາຍການປ້ອງກັນຊາດ, ການເຈລະຈາຄວາມໝັ້ນຄົງທາງທະເລ...

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນຂົງເຂດທີ່ເປັນເສົາຄໍ້າ, ສຳຄັນ ແລະຍຸດທະສາດໃນການພົວພັນສອງຝ່າຍ ຫວຽດນາມ-ອິນເດຍ ໂດຍເລື່ອງສອງປະເທດໄດ້ລົງນາມໃນຖະແຫຼງການວິໄສທັດລວມກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ແລະບົດບັນທຶກຊ່ວຍຈໍາກ່ຽວກັບການໜູນຊ່ວຍພະລາທິການ (ເດືອນມິຖຸນາ 2022). ຄຽງຂ້າງນັ້້ນ, ສອງຝ່າຍກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ການຮັກສາສັນຕິພາບສະຫະປະຊາຊາດ; ອຸດສາຫະກໍາປ້ອງກັນຊາດ; ຕ້ານການກໍ່ການຮ້າຍ; ຄວາມປອດໄພດ້ານໄຊເບີ...

ການຮ່ວມມືດ້ານເສດຖະກິດ-ການຄ້າ ໄດ້ຟື້ນຟູ ແລະພັດທະນາຢ່າງຕັ້ງໜ້າພາຍຫຼັງໂລກລະບາດ, ວົງເງິນການຄ້າສອງສົ້ນໃນປີ 2023 ບັນລຸກວ່າ 14 ຕື້ໂດລາສະຫະລັດ. ໄລ່ຮອດເດືອນພຶດສະພາ 2024, ວົງເງິນການຄ້າລະຫວ່າງສອງປະເທດບັນລຸເກືອບ 5,94 ຕື້ໂດລາສະຫະລັດ, ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງອິນເດຍ ບັນລຸ 3,56 ຕື້ໂດລາສະຫະລັດ ແລະການນຳເຂົ້າຈາກ ອິນເດຍ ບັນລຸເກືອບ 2,38 ຕື້ໂດລາສະຫະລັດ. ປະຈຸບັນ ອິນເດຍ ມີ 380 ໂຄງການລົງທຶນທີ່ຍັງມີຜົນສັກສິດດ້ວຍຍອດຈຳນວນທຶນ 1,067 ຕື້ໂດລາສະຫະລັດ, ຢືນອັນດັບທີ 24 ໃນຈຳນວນ 144 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ.

ດ້ວຍທ່າແຮງຫຼາຍຢ່າງ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍໃນການຮ່ວມມືດ້ານການຄ້າ-ການລົງທຶນ. ຫວ່າງມໍ່ໆມານີ້, ມີກຸ່ມບໍລິສັດໃຫຍ່ຂອງອິນເດຍ ຈຳນວນໜຶ່ງ ພວມລົງທຶນເຂົ້າຫວຽດນາມ ໃນຂົງເຂດຍຸດທະສາດ ຄື: ພະລັງງານທົດແທນ, ອຸດສາຫະກຳປຸງແຕ່ງ, ການຢາ, ພື້ນຖານໂຄງລ່າງ, logistics. ຝ່າຍຫວຽດນາມ, ສາຍການບິນ Vietjet ໄດ້ເປີດຖ້ຽວບິນໂດຍກົງເຖິງນະຄອນໃຫຍ່ຂອງອິນເດຍຕື່ມອີກ, ບໍລິສັດ VinFast ໄດ້ເລີ່ມລົງມືກໍ່ສ້າງໂຮງງານປະກອບ ແລະຜະລິດລົດໂອໂຕຢູ່ ລັດ Tamil Nadu, ປະເທດອິນເດຍ ດ້ວຍທຶນທີ່ໃຫ້ຄໍາໝັ້ນສັນຍາແມ່ນ 2 ຕື້ໂດລາສະຫະລັດ.

ນອກຈາກນັ້ນ, ສອງປະເທດຍັງມີການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງໃນຂົງເຂດ: ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ວັດທະນະທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດຂອງສະຫະປະຊາຊາດ. ສອງຝ່າຍໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນຫຼາຍຢ່າງກ່ຽວກັບບັນຫາພາກພື້ນ ແລະສາກົນ. ຫວຽດນາມ ສະໜັບສະໜູນ ອິນເດຍ ປະຕິບັດນະໂຍບາຍ “ການກະທໍາທິດຕາເວັນອອກ”, ຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນ, ໜູນຊ່ວຍການພັດທະນາອະນຸ ພາກພື້ນແມ່ນໍ້າຂອງ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ (MGC). ອິນເດຍ ຖືເປັນສໍາຄັນການພົວພັນກັບຫວຽດນາມ, ຖືອາຊຽນ ແມ່ນເສົາຄໍ້າ ແລະພື້ນຖານຂອງນະໂຍບາຍ “ການກະທໍາທິດຕາເວັນອອກ”. ອິນເດຍ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາກົນໄກໂດຍອາຊຽນ ຊັກຈູງ; ສະໜັບສະໜູນຄວາມສາມັກຄີ, ເປັນເອກະພາບ ແລະຍົກສູງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ. ການຮ່ວມມືທີ່ສະໜິດຕິດພັນລະຫວ່າງ ຫວຽດນາມ ແລະອິນເດຍ ຈະປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ.

ດ້ວຍຜົນງານທີ່ບັນລຸໄດ້ ແລະຄວາມມານະພະຍາຍາມລວມຂອງສອງຝ່າຍ, ການພົວພັນຫວຽດນາມ-ອິນເດຍ ມີພື້ນຖານອັນໜັກແໜ້ນເພື່ອນັບມື້ນັບພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ. ການຢ້ຽມຢາມອິນເດຍ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍຫວນຄືນບາດກ້າວພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ແລກປ່ຽນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະອິນເດຍ ເລິກເຊິ່ງຂຶ້ນກວ່າເກົ່າ.

ບູນມີ

ເຫດການ
302 Found

Found

The document has moved here.