ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

18:36 | 02/01/2024

ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ

ຫວຽດນາມ ຫາກໍ່ເປີດນໍາໃຊ້ 4 ໂຄງການຄົມມະນາຄົມຈຸດສຸມ ຢູ່ທັງສອງພາກຂອງປະເທດ. ນີ້ແມ່ນເຫດການພິເສດ, ຍ້ອນວ່າເປັນຄັ້ງທຳອິດໃນເວລາດຽວກັນ, ກະຊວງຄົມມະນາຄົມຂົນສົ່ງ ແລະບັນດາເຈົ້າຂອງໂຄງການໄດ້ເປີດນຳໃຊ້ບັນດາໂຄງການໃນເວລາດຽວກັນໃນຂົງເຂດທີ່ແຕກຕ່າງກັນ, ລວມມີ: 1 ທ່າອາກາດສະຍານ, 2 ເສັ້ນທາງດ່ວນ ແລະ 1 ຂົວສາຍກາບ (ສາຍເຄເບີ້ນ) ທີ່ມີຂອບຂະໜາດໃຫຍ່. ການເປີດນຳໃຊ້ບັນດາໂຄງການນີ້ແມ່ນມີຄວາມໝາຍອັນໃຫຍ່ຫຼວງດ້ານເສດຖະກິດ, ສ້າງການເຊື່ອມຕໍ່, ແມ່ນກຳລັງໜູນການເຕີບໂຕສຳລັບເຂດ ເວົ້າສະເພາະ ແລະປະເທດຊາດ ເວົ້າລວມ.

ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີເປີດນຳໃຊ້ 4 ໂຄງການຄົມມະນາຄົມຈຸດສຸມ. ພາບ: VOV

ລວມຍອດເງິນລົງທຶນຂອງ 4 ໂຄງການທີ່ກ່າວມາຂ້າງເທິງນັ້ນ ຂຶ້ນເຖິງເກືອບ 18.000 ຕື້ດົ່ງ (ເກືອບ 775 ລ້ານໂດລາສະຫະລັດ). ນີ້ແມ່ນບັນດາໂຄງການຈຸດສຸມຂອງຂະແໜງຄົມມະນາຄົມສຸດທ້າຍທີ່ໄດ້ເປີດນຳໃຊ້ໃນປີ 2023 ຖືກຕາມແຜນການ.

ບັນດາໂຄງການກໍ່ສ້າງສຳຄັນຂອງຊາດ

ທັງ 4 ໂຄງການທີ່ເປີດນຳໃຊ້ໃນວັນທີ 25 ທັນວາ ລ້ວນແຕ່ແມ່ນບັນດາໂຄງການຄົມມະນາຄົມສຳຄັນ, ສວມບົດບາດແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ຂອງພາກ ແລະຂອງປະເທດ. ການເປີດນຳໃຊ້ທັງໝົດ 4 ໂຄງການແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ, ຂອງຂະແໜງຄົມມະນາຄົມຂົນສົ່ງໃນການເຮັດສຳເລັດເປົ້າໝາຍບຸກທະລຸກ່ຽວກັບພື້ນຖານໂຄງລ່າງ.

ໃນນັ້ນ, ໂຄງການລົງທຶນກໍ່ສ້າງເປີດກວ້າງທ່າອາກາດສະຍານດ້ຽນບຽນ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 22 ມັງກອນ 2022, ແມ່ນໜຶຶ່ງໃນບັນດາໂຄງການກໍ່ສ້າງເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (1954 - 2024). ດ້ວຍບົດບາດແມ່ນສະໜາມບິນໜຶ່ງດຽວຂອງ 6 ແຂວງຊາຍແດນທາງທິດຕາເວັນຕົກສ່ຽງເໜືອ, ພາຍຫຼັງທີ່ສະໜາມບິນດ້ຽນບຽນ ສຳເລັດ, ແຂວງດ້ຽນບຽນ ແລະທົ່ວເຂດຕາເວັນຕົກສ່ຽງເໜືອ ຈະມີເງື່ອນໄຂເປີດກວ້າງການເຊື່ອມຕໍ່ດ້ວຍທາງອາກາດກັບບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຕາມການກຳນົດທິດຮ່ວມມືພັດທະນາຂອງລັດຖະບານ ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ໄດ້ເຫັນດີເປັນເອກະພາບ.

ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ພິທີເປີດນຳໃຊ້ທ່າອາກາດສະຍານດ້ຽນບຽນ. ພາບ: VOV

ຢູ່ພາກໃຕ້, ເສັ້ນທາງສາຍດ່ວນໝີທ້ວນ-ເກີ່ນເທີ ແລະຂົວໝີທ້ວນ 2 ແມ່ນສອງໂຄງການສຸດທ້າຍຂອງເສັ້ນທາງສາຍດ່ວນເໜືອ-ໃຕ້ ທິດຕາເວັນອອກ ໄລຍະແຕ່ນະຄອນໂຮ່ຈີມິນ ໄປຮອດນະຄອນເກີ່ນເທີ ມີຄວາມຍາວ 120 km. ຖ້າເປີດນຳໃຊ້ສອງໂຄງການນີ້ກໍ່ຈະປະກອບສ່ວນສ້າງເຄືອຂ່າຍຄົມມະນາຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງໃຫ້ສຳເລັດ ແລະທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາແຂວງຢູ່ເຂດຕາເວັນຕົກສ່ຽງໃຕ້ ເວົ້າລວມ ແລະບັນດາແຂວງຕ່ຽນຢາງ, ຫວິງລອງ, ດົ່ງທາບ ເວົ້າສະເພາະ.

"ການລົງທຶນກໍ່ສ້າງເສັ້ນທາງດ່ວນໝີທ້ວນເກີ່ນເທີ ໄດ້ຊ່ວຍສ້າງເງື່ອນໄຂໃນການໄປມາຂອງປະຊາຊົນ ກໍ່ຄືການພັດທະນາການຜະລິດ, ປະຕິບັດການຂົນສົ່ງສິນຄ້າຂອງບັນດາວິສາຫະກິດ ແລະປະຊາຊົນຢ່າງສະດວກກວ່າ, ເຮັດໃຫ້ລະດັບການພັດທະນາຂອງບັນດາແຂວງຢູ່ໃນເຂດນັບມື້ນັບໄວກວ່າ".

ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ບຸກທະລຸກ່ຽວກັບພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ຂົວໝີທ້ວນ 2 ດ້ວຍເງິນລົງທຶນກວ່າ 5.000 ຕື້ດົ່ງ. ພາບ: VOV

ພິເສດ, ຂົວໝີທ້ວນ 2 ແມ່ນໝາກຜົນທີ່ເຫັນໄດ້ຊັດຂອງການຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອນຳໃຊ້ ແລະເປັນເຈົ້າຂອງບັນດາເຕັກໂນໂລຢີໃໝ່, ສະແດງໃຫ້ເຫັນຄຸນທາດ, ເຈດຈຳນົງ, ສະຕິປັນຍາ ແລະຄວາມຄາດຫວັງບືນຕົວຂຶ້ນຂອງຊາວ ຫວຽດນາມ. ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ "ຂົວໝີທ້ວນ 1, ການອອກແບບ ແລະການກໍ່ສ້າງສ່ວນຫຼາຍແມ່ນຄົນຕ່າງປະເທດ, ຈ້າງຄົນຕ່າງປະເທດ, ໃຫ້ຄຳປຶກສາກໍ່ແມ່ນຄົນຕ່າງປະເທດ. ສ່ວນຂົວໝີທ້ວນ 2, ຄົນຫວຽດນາມ ຕິດຕາມກວດກາ ແລະເຮັດທຸກສິ່ງທຸກຢ່າງເລີຍ. ສິ່ງນີ້ ແມ່ນສຳຄັນທີ່ສຸດຍ້ອນວ່າ ພວກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະພວກເຮົາເຮັດໄດ້ທຸກວຽກທີ່ຫຍຸ້ງຍາກ".

ສະຫງວນແຫຼ່ງກ້ອນກຳລັງໃຫຍ່ໃຫ້ແກ່ການພັດທະນາໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ

ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ໄດ້ເນັ້ນໜັກວ່າ: ການສຳເລັດພື້ນຖານໂຄງລ່າງແມ່ນໜຶ່ງໃນ 3 ຂອດບຸກທະລຸ, ໃນນັ້ນພື້ນຖານໂຄງລ່າງຄົມມະນາຄົມ, ໂດຍສະເພາະແມ່ນການເພີ່ມຂຶ້ນຢ່າງໄວວາຂອງເຄືອຂ່າຍເສັ້ນທາງດ່ວນເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ມີຄວາມໝາຍພິເສດສຳຄັນ. ຕາມກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ແລ້ວ, ໄລຍະຜ່ານມາ, ການກໍ່ສ້າງບັນດາໂຄງການເສັ້ນທາງດ່ວນໃນທົ່ວປະເທດໄດ້ມີການພັດທະນາກ້າວກະໂດດຂັ້ນ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລ້ວ, ຫວຽດນາມ ຍາມໃດກໍ່ສະຫງວນແຫຼ່ງກຳລັງຢ່າງໃຫຍ່ຫຼວງດ້ວຍການລົງທຶນຫຼາຍຮູບການ ແລະນະໂຍບາຍທີ່ເໝາະສົມເພື່ອປຸກລະດົມສັງຄົມສຳລັບການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ການລົງທຶນທີ່ມີຈຸດສຸມ: "ການລົງທຶນພາກລັດແມ່ນໜຶ່ງໃນບັນດາກໍາລັງໜູນແຫ່ງການເຕີບໂຕ, ສະນັ້ນ, ພວກເຮົາຄວນຊຸກຍູ້ການລົງທຶນພາກລັດ, ໃນນັ້ນໂດຍສະເພາະແມ່ນບັນດາໂຄງການກໍ່ສ້າງຈຸດສຸມແຫ່ງຊາດກ່ຽວກັບການຄົມມະນາຄົມ, ປະກອບສ່ວນຊຸກຍູ້ການເຕີບໂຕ; ສ້າງພື້ນຖານພັດທະນາໃໝ່, ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳຢູ່ບັນດາເຂດທີ່ມີໂຄງການໄປຜ່ານ".

ຫວຽດນາມ ໄດ້ຫັນໜຶ່ງໃນ 3 ບຸກທະລຸຂອງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 2021 - 2030 ໃຫ້ປະກົດຜົນເປັນຈິງ. ການເປີດນຳໃຊ້ 4 ໂຄງການຄົມມະນາຄົມສຳຄັນກ່ຽວກັບທາງດ່ວນ, ສະໜາມບິນ, ຂົວສາຍກາບ ເວົ້າສະເພາະ ແລະການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ເວົ້າລວມ ແມ່ນບາດກ້າວບຸກລະລຸເພື່ອໃຫ້ຫວຽດນາມ ກ້າວໄປເຖິງເປົ້າໝາຍທີ່ໄກກວ່າໃນການພັດທະນາເສດຖະກິດ-ສັງຄົມ.

ບູນມີ

ເຫດການ
302 Found

Found

The document has moved here.