ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

14:54 | 28/02/2024

ຍສໝ - ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13.

ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ຫວຽດ​ນາມ ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ຫວຽດ​ນາມ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ເຂດ​ສາມ​ຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ເຂດ​ສາມ​ຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ

ຕອນເຊົ້າວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ທາງພາກໃຕ້ລາວ, ໄດ້ໄຂກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 13. ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າເຊິ່ງເປັນການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ 3 ປະເທດ; ຄະນະປົກຄອງ, ບັນດາພະແໜກ, ຂະແໜງການ ແລະ ວິສາຫະກິດຂອງ 13 ແຂວງ ເຂດ 3 ຫຼ່ຽມພັດທະນາ, ລວມມີ: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ບິ່ງເຟືອກ (ຫວຽດນາມ); ເຊກອງ, ອັດຕະປື, ສາລາວັນ, ຈຳປາສັກ (ສປປ ລາວ) ແລະ Stung Treng, Rattanakiri, Mondul Kiri, Kratie (ປະເທດ ກຳປູເຈຍ).

ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

ບັນດາ​ຜູ້​ແທນ​ຍັງ​ຢືນຢັນ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ລະຫວ່າງ​ວິ​ສາ​ຫະກິດ 3 ປະ​ເທດ​ຢູ່​ເຂດ​ສາມຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ແນ່ນອນ, ​ແຕ່​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ​ເປັນ​ຕົ້ນ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ. ສາມ​ປະ​ເທດ​.

ທ່າແຮງບົ່ມຊ້ອນຫຼາຍດ້ານຍັງບໍ່ໄດ້ຮັບການຂຸດຄົ້ນເປັນຢ່າງດີເຊັ່ນ: ກະສິກຳ, ພະລັງງານ, ໂດຍສະເພາະແມ່ນພະລັງງານສະອາດເຊັ່ນ: ໄຟຟ້ານ້ຳຕົກ, ພະລັງງານລົມ, ພະລັງງານແສງຕາເວັນ, ແຮ່ທາດ, ການທ່ອງທ່ຽວ,… ຍັງບໍ່ທັນໄດ້ນຳໃຊ້ກຳລັງແຮງຂອງຕົນຢ່າງຄົບຖ້ວນ.

ກອງປະຊຸມໄດ້ຕີລາຕາໝາກຜົນແຫ່ງການຊຸກຍູ້ວຽກງານສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງແຕ່ລະປະເທດ ແລະ ຂອງທ້ອງຖິ່ນຕ່າງໆໃນ ບັນດາແຂວງໃນເຂດ CLV; ຜ່ານນັ້ນໄດ້ຕີລາຄາສະພາບການ, ກຳນົດສິ່ງຈຳກັດ, ຄວາມຫຍຸ້ງຍາກ, ກາລະໂອກາດ ແລະ ຍົກອອກມາດຕະການແກ້ໄຂອັນແທດຈິງ, ມີຄວາມສະໜິດຕິດພັນກ່ວາໃນແຕ່ລະຂົງເຂດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອມີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ ໃນການດຶງດູດບັນດາແຫຼ່ງກຳລັງ, ຂຸດຄົ້ນນຳໃຊ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດຢູ່ເຂດ CLV, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວທຸກຍາກ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສາມປະເທດ ຫວຽນາມ - ລາວ - ກຳປູເຈຍ.

ໃນເຂດສາມຫຼ່ຽມພັດທະນາຂຶ້ນກັບລາວ ແລະ ກຳປູເຈຍ, ຫວຽດນາມ ມີ 110 ໂຄງການລົງທຶນດ້ວຍທຶນຈົດທະບຽນລົງທຶນກ່ວາ 3,7 ຕື້ໂດລາສະຫະລັດ (ກວມກ່ວາ 24% ຍອດຈຳນວນໂຄງການ ແລະ ກ່ວາ 44% ທຶນຈົດທະບຽນລົງທຶນຢູ່ລາວ ແລະ ກຳປູເຈຍ ເວົ້າລວມ).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.