ທ່ານເອກອັກຄະລັດຖະທູດ Iain Frew: ຫວຽດນາມ-ອັງກິດ ເພີ່ມທະວີການຮ່ວມມືສອງຝ່າຍ

13:07 | 24/01/2024

ທ່ານເອກອັກຄະລັດຖະທູດ Iain Frew: ຫວຽດນາມ-ອັງກິດ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ. ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.
ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ປີ 2023 ເປັນຂີດໝາຍບັນດາຄວາມຄືບໜ້າກະໂດດຂັ້ນໃນການພົວພັນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ. ເນື່ອງໃນໂອກາດປີໃໝ່ 2024, ທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກອັງກິດ ປະຈຳ ຫວຽດນາມ Iain Frew ໄດ້ຕອບສຳພາດຕໍ່ສໍານັກຂ່າວສານຫວຽດນາມ ກ່ຽວກັບແງ່ຫວັງການຮ່ວມມືສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດການຄ້າ ແລະການຫັນປ່ຽນພະລັງງານ.

ທ່ານເອກອັກຄະລັດຖະທູດ Iain Frew: ຫວຽດນາມ-ອັງກິດ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານເອກອັກຄະລັດຖະທູດ ສະຫະພັນລາຊະອານາຈັກອັງກິດ ປະຈຳ ຫວຽດນາມ Iain Frew. ພາບ: baochinhphu.vn

ປີ 2023 ເປັນຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາຊະອານາຈັກອັງກິດ. ທ່ານຕີລາຄາແນວໃດກ່ຽວກັບບັນດາຜົນງານການຮ່ວມມືລະຫວ່າງສອງປະເທດ, ແງ່ຫວັງການຮ່ວມມືໃນປີ 2024 ແລະໃນຊຸມປີຕໍ່ໄປມີຄືແນວໃດ?

ໜຶ່ງໃນບັນດາຜົນງານພົ້ນເດັ່ນໃນການພົວພັນລະຫວ່າງລາຊະອານາຈັກອັງກິດ ແລະຫວຽດນາມ ແມ່ນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ອັງກິດ-ຫວຽດນາມ ປີ 2010 ແລະຖະແຫຼງການຮ່ວມໃໝ່ວ່າດ້ວຍຄູ່ຮ່ວມມືຍຸດທະສາດ ດ້ວຍ 7 ຂົງເຂດຮ່ວມມືບູລິມະສິດ, ຢັ້ງຢືນການມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນລະດັບສູງກວ່າໃນ 10 ປີຕໍ່ໄປໃນປີ 2020. ການພົວພັນຄູ່ຮ່ວມມືຍຸດທະສາດນີ້ກວມລວມຫຼາຍຂົງເຂດຮ່ວມມື ແລະສອງປະເທດໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດດ້ວຍຫຼາຍກິດຈະກຳໃນປີຜ່ານມາໃນບັນດາຂົງເຂດການຄ້າ, ການສຶກສາ, ພິເສດແມ່ນການພັດທະນາແບບຍືນຍົງ.

ປີນີ້, ສອງປະເທດໄດ້ຈັດຕັ້ງການຢ້ຽມຢາມທາງການເມືອງຂັ້ນສູງຫຼາຍຄັ້ງ, ຄື: ການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີກະຊວງສິ່ງແວດລ້ອມ, ອາຫານ ແລະບັນດາບັນຫາຊົນນະບົດ ລາຊະອານາຈັກອັງກິດ (ເດືອນເມສາ 2023), ການຢ້ຽມຢາມຂອງທ່ານລັດຖະມົນຕີອັງກິດ ຮັບຜິດຊອບ Scotland (ເດືອນຕຸລາ 2023), ບັນດາການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີຮັບຜິດຊອບການຄ້າ, ການພົວພັນຕ່າງປະເທດ ແລະການປ້ອງກັນຊາດ ແລະພິເສດແມ່ນການຢ້ຽມຢາມລາຊະອານາຈັກອັງກິດ ຂອງທ່ານປະທານປະເທດ ຫວໍວັນເຖືອງ ເນື່ອງໃນໂອກາດພິທີຂຶ້ນຄອງລາດຂອງເຈົ້າຊີວິດ Charles III ໃນເດືອນພຶດສະພາ 2023. ບັນດາກິດຈະກໍານີ້ສ່ອງແສງລະດັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສຳຄັນຂອງການພົວພັນດ້ານການເມືອງລະຫວ່າງສອງປະເທດພວກເຮົາ.

ປະຈຸບັນ, ສອງປະເທດພວມດຳເນີນການຮ່ວມມືໃນບາງຂົງເຂດລະອຽດ. ການຄ້າສອງຝ່າຍເພີ່ມຈາກ 29% ຂຶ້ນເປັນ 6,9 ຕື້ປອນ (ປະມານ 8,72 ຕື້ໂດລາສະຫະລັດ) ໃນປີ 2022. ໝາກຜົນດັ່ງກ່າວບັນລຸໄດ້ຍ້ອນວ່າສັນຍາການຄ້າເສລີລະຫວ່າງ ລາຊະອານາຈັກອັງກິດ ແລະຫວຽດນາມ ທີ່ມີຜົນສັກສິດຢ່່າງເປັນທາງການກ່ອນໜ້ານີ້ສອງປີ ແລະປີນີ້, ດ້ວຍການໜູນຊ່ວຍຂອງ ຫວຽດນາມ, ລາຊະອານາຈັກອັງກິດ ໄດ້ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ຄຽງຂ້າງກັນນັ້ນ, ການຮ່ວມມືດ້ານການສຶກສາສອງຝ່າຍກໍ່ບັນລຸໄດ້ຄວາມຄືບໜ້າຢ່າງແທ້ຈິງ. ປະຈຸບັນມີນັກສຶກສາຫວຽດນາມ ຈຳນວນ 11.000 ຄົນພວມຮ່ຳຮຽນຢູ່ລາຊະອານາຈັກອັງກິດ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອເຫັນວ່າ ການພົວພັນສອງຝ່າຍລະຫວ່າງບັນດາໂຮງຮຽນມັດທະຍົມຕອນປາຍ ແລະມະຫາວິທະຍາໄລໃນຂົງເຂດການສຶກສາເຕັກນິກ ແລະສອນວິຊາຊີບນັບມື້ນັບພັດທະນາ. ການສຶກສາແມ່ນບັນຫາທີ່ບັນດາຄອບຄົວຫວຽດນາມ ເອົາໃຈໃສ່ທີ່ສຸດ ແລະລາຊະອານາຈັກອັງກິດ ກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນຂົງເຂດນີ້, ສະນັ້ນ ສາມາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.

ຂ້າພະເຈົ້າ ຕີລາຄາສູງການຮ່່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ. ເມື່ອເດືອນກຸມພາ 2023, ກຳປັ່ນທະຫານເຮືອລາຊະອານາຈັກອັງກິດ ທີ່ມີຊື່ວ່າ HMS Spey ໄດ້ມາຢ້ຽມຢາມສັນຖະວະໄມຕີນະຄອນໂຮ່ຈີມິນ. ການພົວພັນຮ່ວມມືໃນບັນດາຂົງເຂດ, ຄື: ຄວາມໝັ້ນຄົງໃນການເດີນທະເລກໍ່ໄດ້ຮັບການເພີ່ມທະວີ ແລະສອງປະເທດພວມມຸ່ງໄປສູ່ການຮ່ວມມືໃນຂົງເຂດຫັນການປ້ອງກັນຊາດເປັນທັນສະໄໝ.

ອັງກິດໄດ້ສິ້ນສຸດການເຈລະຈາເຂົ້າຮ່ວມ CPTPP ໃນວັນທີ 31 ມີນາ ແລະລົງນາມໃນອະນຸສັນຍາເຂົ້າຮ່ວມໃນວັນທີ 16 ກໍລະກົດ. ສັນຍານີ້, ພ້ອມກັບສັນຍາການຄ້າເສລີ ຫວຽດນາມ-ອັງກິດ (UKVFTA), ຈະມີຜົນກະທົບຄືແນວໃດຕໍ່ການພົວພັນການຄ້າສອງຝ່າຍ?

ພວກຂ້າພະເຈົ້າກໍ່ພາກພູມໃຈເມື່ອຫວຽດນາມ ແມ່ນປະເທດເຈົ້າພາບຂອງຮອບເຈລະຈາສຸດທ້າຍ ເພື່ອຕົກລົງໃຫ້ລາຊະອານາຈັກອັງກິດ ເຂົ້າຮ່ວມສັນຍາ CPTPP. ຂ້າພະເຈົ້າຖືວ່າ ຂໍ້ຕົກລົງນີ້ຈະສ້າງພື້ນຖານທີ່ໝັ້ນແກ່ນໃຫ້ການພົວພັນດ້ານການຄ້າທີ່ມີປະສິດທິຜົນ ແລະໝັ້ນແກ່ນລະຫວ່າງສອງປະເທດ.

ສັນຍາການຄ້າເສລີລະຫວ່າງລາຊະອານາຈັກອັງກິດ ແລະຫວຽດນາມ ກໍ່ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ການຄ້າສອງຝ່າຍພັດທະນາ. ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການເພີ່ມທະວີການເຄື່ອນໄຫວດ້ານການຄ້າໃນສອງປີຜ່ານມາ, ແລະສັນຍາ CPTPP ຈະໜູນຊ່ວຍສ້າງເງື່ອນໄຂສະດວກເພື່ອໃຫ້ພວກເຮົາບັນລຸໄດ້ຄວາມເສລີດ້ານພາສີອາກອນໃນບາງຂົງເຂດລະອຽດ. ເປັນອັນວ່າ, ວົງເງິນສົ່ງອອກເຂົ້າສານໄປຍັງລາຊະອານາຈັກອັງກິດ ຈະເພີ່ມຂຶ້ນ, ມີຜະລິດຕະພັນກະເສດຫຼາຍປະເພດຂອງຫວຽດນາມ ຈະສົ່ງອອກໄປຍັງ ອັງກິດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ປະກາດແຜນການລະດົມແຫຼ່ງກຳລັງເພື່ອປະຕິບັດຖະແຫຼງການການເມືອງສ້າງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານທີ່ສະເໝີພາບ (JETP) ລະຫວ່າງຫວຽດນາມ ແລະກຸ່ມບັນດາຄູ່ຮ່ວມມືສາກົນ (IPG). ທ່ານຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງຫວຽນາມ ໃນການຫັນປ່ຽນພະລັງງານ ແລະການຮ່ວມມື ຫວຽດນາມ-ລາຊະອານາຈັກອັງກິດ ໃນຂົງເຂດນີ້?

ຄຳໝັ້ນສັນຍາເຊິ່ງຫວຽດນາມ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍົກອອກທີ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມຂອບສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP 26) ຢູ່ Glasgow ກ່ຽວກັບການປ່ອຍອາຍພິດລົງລະດັບ 0 ໃນປີ 2050 ແມ່ນພະຍານຫຼັກຖານທີ່ສຳຄັນກ່ຽວກັບບົດບາດນຳພາຂອງຫວຽດນາມ ໃນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະພວກເຮົາໄດ້ເຫັນສິ່ງດັ່ງກ່າວໃນສອງປີຜ່ານມາ.

ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ຂອງຫວຽດນາມ ໄດ້ຮັບການຢັ້ງຢືນດ້ວຍເລື່ອງຫວຽດນາມ ສ້າງຕັ້ງຄະນະຊີ້ນຳແຫ່ງຊາດໃຫ້ຂົງເຂດນີ້. ປີກາຍ, ຫວຽດນາມ ໄດ້ຍົກລະດັບປະກອບສ່ວນໂດຍປະເທດຕັດສິນເອງ. ຫວຽດນາມ ກໍ່ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ອາດສາມາດເວົ້າໄດ້ວ່າ ຫວຽດນາມ ໄດ້ມີບັນດາບາດກ້າວທີ່ສຳຄັນ ແລະປີນີ້, ພວກເຮົາ ກໍ່ໄດ້ເຫັນບັນດາຄວາມຄືບໜ້າໃນການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານທີ່ສະເໝີພາບ (JETP). ນີ້ແມ່ນຂໍ້ຕົກລົງລະຫວ່າງບັນດາປະເທດ G7 ແລະຫວຽດນາມ ເພື່ອໜູນຊ່ວຍ, ປັບປຸງວິວັດທະນາການຫັນປ່ຽນພະລັງງານສີຂຽວຂອງຫວຽດນາມ ດ້ວຍບ້ວງເງິນລົງທຶນທີ່ມີມູນຄ່າ 15,5 ຕື້ໂດລາສະຫະລັດ.

ພ້ອມກັນນັ້ນ, ຫວຽດນາມ ກໍ່ພວມປະຕິບັດການປ່ຽນແປງກ່ຽວກັບຂໍ້ກຳນົດ ແລະສ້າງຂອບນິຕິກຳທີ່ເໝາະສົມເພື່ອຫັນປ່ຽນເປັນພະລັງງານທົດແທນ, ຄື: ໄຟຟ້າພະລັງງານແຮງລົມ ແລະພະລັງງານແສງຕາເວັນ, ວິວັດທະນາການຫັນປ່ຽນນີ້ໄດ້ເລີ່ມຕົ້ນ. JETP ຈະຊ່ວຍຍູ້ໄວຄວາມຄືບໜ້າດັ່ງກ່າວ. Đồng thời, Việt Nam cũng đang thực hiện các thay đổi về quy định và tạo ra khuôn khổ phù hợp để chuyển sang năng lượng tái tạo như điện gió ngoài khơi và năng lượng mặt trời, quá trình chuyển đổi này đã bắt đầu. JETP sẽ giúp đẩy nhanh tiến độ đó.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ບູນມີ

302 Found

Found

The document has moved here.