"ສວນໄມ້ແປກມິດຕະພາບ" - ສັນຍາລັກຂອງຄວາມສາມັກຄີ, ການຮ່ວມມື ແລະ ພ້ອມກັນພັດທະນາ

09:36 | 09/07/2024

ຍສໝ - ວັນທີ 6 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ບັນດາປະເທດປະຈໍາຢູ່ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີເປີດສະຫຼອງ “ສວນໄມ້ແປກມິດຕະພາບ”, ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (ວັນທີ 29 ກໍລະກົດ ປີ 1989 - ວັນທີ 29 ກໍລະກົດ ປີ 2024).

ຮວ່າບິ່ງ-ຫົວພັນ ຍົກລະດັບການພົວພັນມິດຕະພາບ, ການຮ່ວມມື
ສົມທົບກັນກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ

“ສວນໄມ້​ແປກ​ມິດຕະພາບ” ມີ​ເນື້ອ​ທີ່​ກວ່າ 10.000 ຕາ​ແມັດ, ມີ​ຕົ້ນ​ແປກ 700 ກວ່າ​ຕົ້ນ​ ໄດ້​ປູກ​ຢູ່​ເທິງ​ຈອມໂນນພູ 2 ​ແຫ່ງ​ຂອງ​ເຂດ​ທ່ອງ​ທ່ຽວ ສວຍຕຽນ ນະຄອນ ຖູດຶກ. ທີ່​ພິ​ທີເປີດສະຫຼອງ, ຕົ້ນ​ແປກ 35 ຕົ້ນ​ໄດ້​ຮັບ​ການ​ເລືອກມາປູກ ເພື່ອຕິດປ້າຍ​ຊື່​ຂອງກົງ​ສູນ​ໃຫຍ່ 25 ປະ​ເທດ​ຢູ່​ນະ​ຄອນ ​ໂຮ່​ຈີ​ມິນ ແລະ 30 ສະ​ມາ​ຄົມ​ມິດ​ຕະ​ພາບ​ທີ່ເປັນສະມາຊິກຂອງ​ສະ​ຫະ​ພັນບັນດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ ​ໂຮ່​ຈີມິນ.

ບັນດາ​ຜູ້​ແທນ​ໄດ້​ດຳ​ເນີນ​ພິທີ​ເປີດ​ສະຫຼອງ​ສວນ​ໄມ້ແປກ​ມິດຕະພາບ.

ຕາມ​ທ່ານ ໂດ໊ຫວຽດຮ່າ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ບັນດາ​ລາຍການ ​ເພື່ອ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນທີ່ແທດຈິງ. 35 ປີທີ່ຜ່ານມາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປະຕິບັດ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີຊີວິດຊີວາ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ນະໂຍບາຍການຕ່າງປະເທດທີ່ຫັນເປັນຫຼາຍ​ຝ່າຍ, ຫຼາກຫຼາຍຮູບແບບໃນການພົວພັນຕ່າງປະເທດ​ຂອງ​ພັກ ​ແລະ ລັດ.

ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປະຕິບັດ​ວຽກງານການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະຫວ່າງ​ວຽກງານ​ການ​ທູດ​ປະຊາຊົນກັບການພົວພັນຕ່າງປະເທດຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ ຢູ່​ນະຄອນ ​ໂຮ່ຈີ​ມິນ ເປັນຢ່າງດີ, ດ້ວຍ​ຄຳ​ຂວັນ “ຫວຽດນາມ ຢາກ​ເປັນ​ເພື່ອນ​ມິດ​ຂອງ​ທຸກ​ປະ​ເທດໃນ​ປະ​ຊາ​ຄົມ​ສາ​ກົນ, ພະ​ຍາ​ຍາມ​ເພື່ອຄວາມ​ສັນ​ຕິ​ພາບ, ເອ​ກະ​ລາດ ແລະ ການ​ພັດ​ທະ​ນາ”.

“ສວນໄມ້ແປກມິດຕະພາບ” ແມ່ນສັນຍາລັກອັນມີຊີວິດຊີວາແຫ່ງຄວາມສາມັກຄີ, ການຮ່ວມມືລະຫວ່າງປະຊາຊົນນະຄອນ ແລະ ບັນດາອົງການການຕ່າງປະເທດພາຍໃນເມືອງ; ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ຈິດ​ໃຈ​ສົ່ງເສີມ​ປະຊາຊົນ ​ແລະ ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ໃນ​ນະຄອນ​ ຈົ່ງມີ​ສະຕິ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນການ​ດຳລົງ​ຊີວິດ, ຮ່ວມ​ມື​ກໍ່ສ້າງ​ຕົວ​ເມືອງ​ສີຂຽວ, ສະອາດ ແລະ ສວຍ​ງາມ.

“ສວນໄມ້ແປກມິດຕະພາບ” ແມ່ນສັນຍາລັກອັນມີຊີວິດຊີວາແຫ່ງຄວາມສາມັກຄີ, ການຮ່ວມມືລະຫວ່າງປະຊາຊົນນະຄອນ ​ໂຮ່ຈີ​ມິນ ແລະ ບັນດາອົງການການຕ່າງປະເທດພາຍໃນເມືອງ.

ທ່ານ ພອນສີ ບຸນມີໄຊ, ຫົວໜ້າກົງສູນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈໍາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການກໍ່ສ້າງ “ສວນໄມ້ແປກມິດຕະພາບ” ແມ່ນວຽກງານຕົວຈິງ ແລະ ມີຄວາມໝາຍ, ປະກອບສ່ວນເຂົ້າໃນວຽກງານການທູດປະຊາຊົນ; ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ການ​ທູດ​ປະຊາຊົນ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະທານ ​ໂຮ່ຈີ​ມິນ “​ເພື່ອ​ຜົນ​ປະ​ໂຫຍ​ດ 10 ປີ​ແຫ່ງ​ການ​ປູກ​ຕົ້ນ​ໄມ້, ​ເພື່ອ​ຜົນ​ປະ​ໂຫຍ​ດ 100 ປີ​ແຫ່ງ​ການ​ສ້າງຄົນ”.

ທ່ານ​ນາງ ບຸ່ຍ​ທິ​ໂຕ໋​ຈິງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ສວຍຕຽນ ຕີ​ລາ​ຄາ​ວ່າ ຕົ້ນ​ແປກ​ແຕ່​ລະ​ຕົ້ນ​ລ້ວນ​ແຕ່​ໄດ້ຕິດປ້າຍ​ຊື່​ຂອງ​ແຕ່ລະປະ​ເທດ, ກໍ່ຄື​ແຕ່​ລະປ້າຍຊື່​ແມ່ນ​ຕາງໜ້າ​ໃຫ້​ພື້ນຖານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່ລະປະ​ເທດນັ້ນໆ. ການເລືອກ​ເອົາ​ຕົ້ນ​ແປກ​ເປັນ​ຕົ້ນ​ໄມ້​ເພື່ອ​ສ້າງ​ສວນ​ມິດຕະພາບ, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ ​ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ສາກົນ, ຊຸກຍູ້​ຄວາມເປັນສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ພາຍຫຼັງ​ພິທີ, ຜູ້ຕາງໜ້າ​ສະຖານ​ກົງສູນ​ໃຫຍ່​ບັນດາ​ປະ​ເທດ​ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຜູ້​ແທນສະມາຄົມ​ມິດຕະພາບທີ່ເປັນສະມາຊິກຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ເຂົ້າ​ຮ່ວມ​ລາຍການພົບປະ​ແລກປ່ຽນ​ວັດທະນະທຳ, ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ອາຫານ​ພື້ນ​ເມືອງ​ຂອງ​ ຫວຽດນາມ; ໄປ​ຢ້ຽມ​ຢາມ​ເຂດ​ທ່ອງ​ທ່ຽວ ສວຍຕຽນ.

ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ

ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍ​ມິດຕະພາບ ຫວຽດ​ດຶກ ໄດ້​ຈັດ​ຕັ້ງ​ລາຍການເຮັດ​ວຽກ ແລະ ມອບ​ຂອງ​ຂວັນ​ຢູ່​ເມືອງ ດ້ຽນ​ບຽນ​ດົງ, ...

ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ວັນ​ທີ 17 ທັນວາ, ຢູ່​ນະຄອນຫຼວງ​ໂຕ​ກຽວ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຍີ່ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ອາ​ຊຽນ - ຍີ່ປຸ່ນ.

ມິງດຶກ

ເຫດການ
302 Found

Found

The document has moved here.