ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

13:58 | 26/01/2024

ຍສໝ - ວັນ​ທີ 23 ມັງກອນ​ນີ້, ກອງ​ປະຊຸມ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ອາ​ຊຽນ ຄັ້ງ​ທີ 59 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ
ແຫຼມເຊີນ​ຈ່າ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດດຶງໃຈ ໃຫ້ແກ່ນັກທ່ອງທ່ຽວ​ມາ​ຢ້ຽມ​ຢາມດ່າໜັງ ແຫຼມເຊີນ​ຈ່າ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດດຶງໃຈ ໃຫ້ແກ່ນັກທ່ອງທ່ຽວ​ມາ​ຢ້ຽມ​ຢາມດ່າໜັງ

ດ້ວຍຫົວຂໍ້ “ການທ່ອງທ່ຽວມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ - ເພື່ອອະນາຄົດ ອາຊຽນ ແບບຍືນຍົງ”, ກອງປະຊຸມໄດ້ປຶກສາຫາລື ແລະ ອັບເດດການຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025.

ໃນວັນທີ 23 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດກອງປະຊຸມບັນດາອົງການທ່ອງທ່ຽວລະດັບຊາດ ອາຊຽນ ຄັ້ງທີ 59. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ເປັນຫົວໜ້າຄະນະ.

ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

ດ້ວຍຫົວຂໍ້ “ການທ່ອງທ່ຽວມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ - ເພື່ອອະນາຄົດ ອາຊຽນ ແບບຍືນຍົງ”, ກອງປະຊຸມໄດ້ປຶກສາຫາລື ແລະ ອັບເດດການຜັນຂະຫຍາຍແຜນຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ບັນດາຂໍ້ຕົກລົງກ່ຽວຂ້ອງເຖິງການທ່ອງທ່ຽວທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແລະ 43; ໝາກຜົນຂອງບົດລາຍງານຂອງຄະນະກຳມະການທ່ອງທ່ຽວ ອາຊຽນ ແລະ ບັນດາບັນຫາອື່ນໆກ່ຽວຂ້ອງເຖິງບັນດາຄູ່ຮ່ວມມື, ຄູ່ເຈລະຈາ, ກໍ່ຄືກະກຽມ ແລະ ປຶກສາຫາລືໂຄງການດຳເນີນງານ ແລະ ຖະແຫຼງການດ້ານສື່ສານຂອງກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ ຄັ້ງທີ 27 ພ້ອມກັບບັນດາກອງປະຊຸມກ່ຽວຂ້ອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຍົກອອກບາງການກຳນົດທິດ ແລະ ແນວຄວາມຄິດໃຫ້ແກ່ການຮ່ວມມືໃນພາກພື້ນ, ຖືວ່າ ໄປຄຽງຄູ່ກັບບັນດາຕະຫຼາດຄື: ອາເມລິກາ, ອັງກິດ, ອົດສະຕາລີ ແລະ ອິນເດຍ ແລະ ບັນດາບັ້ນເຄື່ອນໄຫວພາຍໃນກຸ່ມ, ອາຊຽນ ຄວນເອົາໃຈໃສ່ເຖິງບັນດາການເຄື່ອນໄຫວລວມຢູ່ 3 ປະເທດຄູ່ຮ່ວມມື, ເຊິ່ງລວມມີ: ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ; ພ້ອມທັງ, ໝູນໃຊ້ທ່າແຮງຂອງບັນດາຄູ່ຮ່ວມມື, ຄູ່ເຈລະຈາ ເພື່ອໂຄສະນາການທ່ອງທ່ຽວ ອາຊຽນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ກໍ່ຄວນມານະພະຍາຍາມຫຼາຍກ່ວາເພື່ອພັດທະນາ, ຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກຫຼາຍກ່ວາອີກ, ໃນນັ້ນ ອາຊຽນ ອາດສາມາດພ້ອມກັນຈັດງານບຸນລວມຂອງພາກພື້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.