ຫວຽດນາມ ຈະ​ເປີດ​ຫ້ອງການ​ສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ທຳ​ອິດ​ຢູ່ ​ລາວ

11:32 | 14/03/2024

ຍສໝ - ນີ້​ຈະ​ແມ່ນຫ້ອງການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ​ແຫ່ງ​ທຳ​ອິດ​ຂອງ​ການທ່ອງທ່ຽວ​ ຫວຽດນາມ, ໃນຄວາມ​ມານະພະຍາຍາມ ເພື່ອ​ປ່ຽນ​ໃໝ່​ວິທີ​ການ​ສົ່ງ​ເສີມ​, ​ໂຄສະນາການທ່ອງທ່ຽວ.

ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່ ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່
ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

​ຂໍ້​ມູນນີ້ ​ໂດຍ​ທ່ານ ຫງວຽນ​ຈຸງ​ແຄ໋ງ, ຫົວໜ້າກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ໃຫ້ຮູ້ທີ່​ການໂອ້ລົມເຈລະຈາ “​ແກ້​ໄຂເພື່ອຂະ​ແໜງ​ການທ່ອງ​ທ່ຽວ​ສ້າງ​ບາດກ້າວ​ບຸກທະລຸ” ທີີ່​ໄດ້ຈັດຂຶ້ນໃນ​ວັນ​ທີ 12 ມີນາ.

ຕາມ​ທ່ານ ແຄ໋ງ ແລ້ວ, ​ປີ 2024 ຂະ​ແໜງ​ການທ່ອງ​ທ່ຽວ​ມີ​ເປົ້າ​ໝາຍ​ຄວາມຕັ້ງຫວັງສູງ, ເຊິ່ງຈະຕ້ອນຮັບນັກ​ທ່ອງ​ທ່ຽວ​ສາກົນ 17-18 ລ້ານ​ເທື່ອ​ຄົນ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ 110 ລ້ານ​ເທື່ອ​ຄົນ. ແລະ ໜຶ່ງໃນຫຼາຍການແກ້ໄຂການປະຕິບັດແມ່ນ ກົມຫາກໍ່ສຳເລັດການວາງແຜນການທ່ອງທ່ຽວ 2025-2030 ວິໄສທັດຮອດປີ 2045, ພວມລໍຖ້າການອະນຸມັດຈາກນາຍົກລັດຖະມົນຕີ, ການກຳນົດທິດພັດທະນາທົ່ວທັງຂະແໜງ.

ກົມ ກໍໄດ້ກໍານົດຄວາມຕ້ອງການໃນການປ່ຽນແປງວິທີການສົ່ງເສີມການຄ້າ ໂດຍອີງໃສ່ພາກສ່ວນຕ່າງໆເຊັ່ນ ການທ່ອງທ່ຽວຊຸມຊົນ, ການດູແລສຸຂະພາບ, ຊົນນະບົດ, MICE (ການທ່ອງທ່ຽວສົມທົບກັບກອງປະຊຸມ), golf, ການທ່ອງທ່ຽວທາງລົດໄຟ.

ຫວຽດນາມ ຈະ​ເປີດ​ຫ້ອງການ​ສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ທຳ​ອິດ​ຢູ່ ​ລາວ

ຫວຽດ​ນາມ ຈະ​ເປີດ​ຫ້ອງ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແຫ່ງ​ທຳ​ອິດ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ (ລາວ).

ໃນນັ້ນ, ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ຫ້ອງການ​ສົ່ງ​ເສີມການ​ຄ້າ​ການການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ. ຕາມ​ທ່ານ ແຄ໋ງ ແລ້ວ, ນີ້​ແມ່ນ​ຈຸດ​ອ່ອນ​ຂອງ​ ຫວຽດນາມ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ ແລະ ກ່ອນອື່ນໝົດ ແມ່ນເປີດ​​ຫ້ອງການຢູ່​ນະຄອນ​ວຽງ​ຈັນ (ລາວ) ​ເພື່ອ​ເຊື່ອມ​ຕໍ່​ລູກ​ຄ້າ​ຈາກບັນດາ​ທ້ອງ​ຕະຫຼາດ ​ໄທ, ກຳປູ​ເຈຍ...

ທ່ານ ຫງວຽນ​ກວກກີ, ປະທານ​ບໍລິສັດ Vietravel Holdings ​ໃຫ້​ຮູ້​ວ່າ ​ໃນ​ຂະນະ​ທີ່​ພວມ​ລໍຖ້າ​ຫ້ອງການສົ່ງ​ເສີມ​ການທ່ອງທ່ຽວ ຫວຽດນາມ ຢູ່​ຕ່າງປະ​ເທດ, ຂະແໜງການທ່ອງທ່ຽວ​ ສາມາດໝູນໃຊ້ຫ້ອງການ​ຜູ້ຕາງໜ້າຂອງບັນດາວິ​ສາ​ຫະກິດ​ ທີ່ພວມມີຢູ່ແລ້ວຢູ່ຕ່າງປະ​ເທດ. ວິ​ສາ​ຫະກິດ​ນີ້ ຫາກໍເປີດຫ້ອງການຢູ່ ອີນເດຍ ຄຽງຄູ່ກັບບັນດາບ່ອນທີ່ມີຢູ່ແລ້ວຄື ອົດ​ສະ​ຕາ​ລີ​, ອາ​ເມລິ​ກາ​, ຝຣັ່ງ....

ນັກເຕະບານ ບຣາຊິນ ກຸ່ມໜຶ່ງ ຈະເຂົ້າມານະຄອນ ດານັງ

ທີ່ການໂອ້ລົມເຈລະຈາ, ທ່ານນາງ ຫງວຽນທິຮວ່າຍອານ, ຮອງຜູ້ອຳນວຍການພະແນກທ່ອງທ່ຽວນະຄອນ ດານັງ ໄດ້ເປີດເຜີຍພາຍຫຼັງການຕ້ອນຮັບ ທ່ານເສດຖີເງິນຕື້ Bill Gates ວ່າ ໃນເດືອນ ເມສາ ນະຄອນ ດານັງ ຈະແມ່ນຈຸດນັດພົບຂອງບັນດານັກເຕະບານທີ່ມີຊື່ສຽງຂອງ ບຣາຊິນ ເຊັ່ນ: Kaka, Lucio, Ronaldo... ໃນງານແລກປ່ຽນກັບແຟນບານ.

ໃນ​ໄລຍະທີ່ຜ່ານມາ, ນະຄອນ ດານັງ ​ແມ່ນ​ຈຸດໝາຍ​ປາຍທາງ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ລາຍ​ຈ່າຍ​ສູງ, ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ມາ​ພັກເຊົາ, ແຂກ​ MICE ມາ​ປະຊຸມ, ​ແຂກ​ຖ່າຍລາຍການ​ສະ​ແດງ... ອັນຳດ້ນຳມາເຊິ່ງຄຸນຄ່າຮັບຮູ້ພາບພົດ, ເປັນ​ຈຸດໝາຍ​ປາຍທາງຊັ້ນສູງ, ປະກອບສ່ວນ​ເຂົ້າ​ໃນ​ການດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ.

ນີ້​ແມ່ນ​ສັນຍານ​ທີ່​ດີ ​ແລະ ຕີລາຄາປະສິດທິ​ຜົນ​ຂອງວຽກ​ງານ​ສື່ສານສົ່ງເສີມໄດ້ສ່ວນໃດໜຶ່ງ ຂອງຂະແໜງການ​ທ່ອງ​ທ່ຽວ​ຂອງ​ນະຄອນ​ໃນ​ຊຸມ​ປີ​ທີ່ຜ່ນມານີ້.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານມະຫາ​ເສດຖີ​ເຕັກ​ໂນ​ໂລ​ຢີແຖວໜ້າຂອງ​ໂລກ Bill Gates ​ໄດ້​ມາ​ຍັງນະຄອນ​ ດານັງເປັນ​ເວລາ​ຍາວ​ນານ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​​ໃນ​ການ​ສະໜອງ​ການ​ບໍລິການ​ການ​ຕ້ອນຮັບແຂລະດັບສູງ, ພ້ອມກັນນັ້ນ ກໍ​ຢືນຢັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ແບບ​ລົງຕົວຈິງ ອີງຕາມຄຸນຄ່າຫຼັກແຫຼ່ງແກ່ນສານຂອງວັດທະນະທຳປະຫວັດສາດ ​ແລະ ​ທຳ​ມະ​ຊາດ.

“ນອກ​ຈາກຄົນຮັ່ງມີທີ່ສຸດ​ແລ້ວ, ພວກ​ຂ້າພະ​ເຈົ້າ ​ຍັງ​ມຸ່ງ​ໄປ​ເຖິງ​ບັນດາ​ຜະລິດ​ຕະພັນທີ່ຈັດ​ງານ​ແຕ່ງດອງ​ຂອງແຂກ​ ອິນ​ເດຍ ​ແລະ ບັນດາ​ຄູ່​ບ່າວ​ສາວ​ສາກົນ​ທີ່​ປາດ​ຖະໜາ​ຢາກ​ຈັດ​ງານ​ແຕ່ງ​ດອງ​ຢູ່ ຫວຽດນາມ ​ແລະ ມີ​ສື່​ມວນ​ຊົນ​ຕາມທິດ​ທາງນີ້", ທ່ານນາງ ຮວ່າຍອານ ແບ່ງປັນທິດທາງຂອງຂະແໜງການທ່ອງທ່ຽວ.

ມິງດຶກ

ເຫດການ
302 Found

Found

The document has moved here.