ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່

17:50 | 22/02/2024

ຍສໝ - ແຕ່​ວັນ​ທີ 8 – 18 ກຸມພາ (ຄື​ແຕ່​ວັນ​ທີ 29 ເດືອນ 12 ຫາ​ວັນ​ທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຈຳນວນ​ນັກ​ທ່ອງ​ທ່ຽວໃນບໍລິເວນແຂວງ ດ້ຽນບຽນ ໄດ້ເພີ່ມ​ຂຶ້ນ 3,8 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ
ແຂວງ ດ້ຽນບຽນ ແລະ ແຂວງຫຼວງພະບາງ ປະສານສົມທົບໃນການຕ້ານອາດຊະຍາກຳ ແຂວງ ດ້ຽນບຽນ ແລະ ແຂວງຫຼວງພະບາງ ປະສານສົມທົບໃນການຕ້ານອາດຊະຍາກຳ

ປີ 2024, ແຂວງ ດ້ຽນບຽນ ເປັນເຈົ້າພາບຈັດປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ແລະ ສ້າງເປັ້າໝາຍຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 1,3 ລ້ານ​ເທື່ອຄົນ ດ້ວຍ​ລາຍຮັບທັງໝົດປະມານ 2.200 ຕື້​ດົ່ງ. ຕາມ​ຫ້ອງການຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ, ພະ​ແນ​ກວັດທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງແລ້ວ, ພຽງ​ແຕ່​ໃນ​ໂອກາດ​ບຸນເຕັດ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ທີ່ມາ​ຢ້ຽມຢາມ ດ້ຽນບຽນ ​ໄດ້​ເພີ່ມ​ຂຶ້ນຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ​ໄລຍະ​ເວລາພັກເຊົາຢູ່ຂອງ​ນັກ​ທ່ອງ​ທ່ຽວ ໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ນີ້​ໄດ້​ຮັບ​ຖື​ວ່າ​ເປັນສັນຍານທີ່ດີ​, ເລີ່ມຕົ້ນສີສັນໃໝ່ໃຫ້ປີທ່ອງທ່ຽວຂອງແຂວງ ດ້ຽນບຽນ.

ທ່ານ ຟ້າ​ມວັນ​ຖັງ, ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ການທ່ອງທ່ຽວ ​ໃຫ້​ຮູ້​ວ່າ ແຕ່​ວັນ​ທີ 8 – 18 ກຸມພາ (ຄື​ແຕ່​ວັນ​ທີ 29 ເດືອນ 12 ຫາ​ວັນ​ທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຈຳນວນ​ນັກ​ທ່ອງ​ທ່ຽວໃນບໍລິເວນແຂວງ ດ້ຽນບຽນ ໄດ້ເພີ່ມ​ຂຶ້ນ 3,8 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ໃນນັ້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ໃນວັນພັກບຸນເຕັດປີມະໂລງ 2024 ບັນລຸ​ເກືອບ 84.000 ເທື່ອຄົນ. ເປັນໜ້າສົນໃຈແມ່ນ, ແຂກພັກເຊົາ​ບັນລຸ​ເກືອບ 23.000 ຄັ້ງ; ສະມັດຕະພາບນຳໃຊ້ຫ້ອງຢູ່​ໃນ​ຮາກຖານ​ທີ່ພັກເຊົາ ບັນລຸສະເລ່ຍ​ຫຼາຍ​ກ​່​ວາ 40%. ຍອດ​ລາຍ​ຮັບ​ຈາກ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວບັນລຸ​ເກືອບ 150 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 3,84 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່

ຮູບ​ແຕ້ມ Panorama ກ່ຽວກັບ ບັ້ນຮົບ ດ້ຽນບຽນຟູ ຢູ່ຫໍພິພິທະ​ພັນ​​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ

ພົ້ນເດັ່ນແມ່ນຫໍພິພິທະ​ພັນ​​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຝູ ​ແລະ ບັນດາຈຸດຮ່ອງຮອຍຂຶ້ນກັບປລະບົບຮ່ອງຮອຍສະໜາມຮົບ ດ້ຽນບຽນ​ຝູ, ໃນໂອກາດບຸນເຕັດທີ່ຜ່ານມາ ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 8.000 ເທື່ອຄົນ. ທ່ານ​ນາງ ຫວູທິຕຽດງາ, ຜູ້ອຳນວຍການ​ຫໍພິພິທະ​ພັນ ​ໃຫ້​ຮູ້​ວ່າ ຫົວໜ່ວຍນີ້ປິດພຽງແຕ່ວັນທີ 1 ບຸນເຕັດ (ໄລ່ຕາມຈັນທະປະຕິທິນ), ສ່ວນມື້ທີ່ຍັງເຫຼືອແມ່ນເປີດໃຫ້ລູກຄ້າໄດ້ເຂົ້າຊົມປົກກະຕິ. ​ເນື່ອງ​ໃນ​ໂອກາດ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ພາຍ​ນອກ​ແຂວງ​ມາ​ຢ້ຽມ​ຊົມ​ຫໍພິພິທະ​ພັນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະແຈ້ງ.

ໂດຍເລືອກເອົາ ດ້ຽນບຽນ ເປັນສະຖານທີ່ທ່ອງທ່ຽວໃນຕົ້ນປີໃໝ່, ທ່ານ ຫງວຽນວັນຮຸ່ງ (ເມືອງ ໂງກວ່ຽນ, ນະຄອນ ຫາຍຟ່ອງ) ພ້ອມກັບຄອບຄົວໄດ້ມີບັນດາການລົງຕົວຈິງທີ່ໜ້າຈັບໃຈ ເມື່ອໄປຮອດດິນແດນປະຫວັດສາດແຫ່ງນີ້. ທ່ານ​ ຮຸ່ງ ໃຫ້ຮູ້ວ່າ ຄອບ​ຄົວ​ຂອງ​ຕົນ ​ໄດ້​ຈອງ​ປີ້ຍົນຈາກ​ ໂນຍ​ບ່າຍ​ ໄປ​ ດ້ຽນບຽນ​ ແຕ່ກ່ອນແລ້ວ, ທຸກ​ຄົນກໍມີຄວາມກະຕືລືລົ້ນຍ້ອນ​ບໍ່​ເຄີຍ​ໄປ​ ດ້ຽນບຽນ. ໃນເວລາພັກເຊົາຢູ່ທີ່​ນີ້, ຄອບຄົວ​ ​​ກໍໄດ້​ໄປຖະຫວາຍທູບທຽນຢູ່​ວິຫານບູຊານັກຮົບສະຫຼະຊີວິດເພື່ອຊາດຢູ່​ສະໜາມຮົບ ດ້ຽນບຽນຝູ, ສຸສານນັກຮົບສະຫຼະຊີວິດເພື່ອຊາດ A1, ​ໄປ​ຢ້ຽມຢາມ​ອະນຸສາວະລີ​ໄຊຊະນະ, ອຸມົງ ເດືກ໋າດ, ຫໍພິພິທະ​ພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ..., ຊິມບັນດາອາຫານທີ່ເຂັ້ມຂຸ້ນໄປດ້ວຍລັກສະນະສະເພາະດ້ານວັດທະນະທໍາຂອງຊົນເຜົ່າໃນບໍລິເວນ. ນີ້ແມ່ນການ​ເດີນ​ທາງທ່ອງທ່ຽວທີ່​ໜ້າ​ຈົດ​ຈຳ​ຫຼາຍ​​ສຳ​ລັບ​​ຄອບ​ຄົວ​ຂອງ​ລາວ ກັບບັນດາການລົງຕົວຈິງທີ່ມີຄວາມ​ແຕກ​ຕ່າງ​ຢ່າງແທ້ຈິງ...

ເຂດທ່ອງທ່ຽວພັກຕາກອາກາດ Him Lam Resort, ສະ​ເລ່ຍ​ແຕ່​ລະ​ມື້​ທີ່ຜ່ານມາໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 3.000 ເທື່ອຄົນ. ທ່ານ ບຸ່ຍ​ແອງ​ຕ໋ຽນ, ອຳນວຍການກຸ່ມການ​ຄ້າ ​ແລະ ການ​ບໍລິການ​ຂອງ Him Lam Resort ໃຫ້​ຮູ້​ວ່າ ກ່ອນບຸນເຕັດ, ແຂກ​ທ່ອງ​ທ່ຽວ​ໄດ້​ຈອງ​ຫ້ອງ​ພັກ​ຫຼາຍ​ກວ່າ 70%. ໃນ​ໄລ​ຍະ​ບຸນດອກບານທີ່ຈະດຳເນີນໃນ​​ເດືອນ ມີນາ ແລະ ງານ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ໃນ​ເດືອນ ​ພຶດ​ສະ​ພາ ນັ້ນ, ປະ​ມານ 70% ຂອງ​ຫ້ອງ​ພັກ​ໄດ້​ຮັບ​ການ​ຈອງ​ຈາກ​ນັກ​ທ່ອງ​ທ່ຽວແລ້ວ. ກ່ອນ​ໜ້າ​ນີ້, ໜ່ວຍ​ງານ​ໄດ້​ເປັນເຈົ້າການລົງ​ທຶນຫຼາຍ​ຕື້​ດົ່ງ​ເພື່ອ​ຍົກ​ລະດັບ, ດັດແປງບາງລາຍການ, ຍົກ​ລະດັບ​ຮາກຖານວັດຖຸໃຫ້ທັນສະໄໝ ເພື່ອຕອບສະໜອງຄວາມ​ຕ້ອງການ​ຂອງ​ລູກ​ຄ້າທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ເພື່ອສືບ​ຕໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ແຕ່​ຕົ້ນ​ປີ, ພິ​ເສດ​ແມ່ນ​ນັບ​ແຕ່​ນີ້​ຮອດ​ວັນ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ ກໍໄດ້​ວາງ​ອອກ ແລະ ຜັນ​ຂະ​ຫຍາຍ​ຫຼາຍ​ແຜນ​ການ​ຄື: ປະຕິບັດບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ, ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ 8 ແຂວງພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ເປີດກວ້າງ ແລະ ນະຄອນໂຮ່ຈິມິນ ໃນປີ 2024; ແຜນການຈັດຕັ້ງບັນດາການ​ເຄື່ອນ​ໄຫວ​ໂຄສະນາ​ກ່ຽວ​ກັບ​ພິທີ​ເປີດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ດ້ຽນບຽນ ​ແລະ ງານບຸນ​ດອກ​ບານ ປີ 2024...

ຕາມນັ້ນແລ້ວ, ແຂວງຈະຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ; ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ສົ່ງເສີມ ​ແລະ ບັນດາ​ເຫດການ​ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຂອງ​ບັນດາ​ແຂວງ, ນະຄອນ ​ໃນ​ປີ 2024. ດ້ຽນບຽນ ກໍຮ່ວມມືໃນບຳລຸງສ້າງຊັບພະຍາກອນມະນຸດການທ່ອງທ່ຽວ​ຢ່າງ​ຕັ້ງໜ້າ; ສຸມ​ໃສ່​ເພີ່ມທະວີການໂຄສະນາ, ແນະນຳ​ກຳລັງບົ່ມຊ້ອນ, ທ່າແຮງ, ປາຍທາງທ່ອງທ່ຽວຂອງ​ທ້ອງ​ຖິ່ນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ກໍຄືບັນດາ​ທຶນ​ລົງທຶນເຂົ້າໃນຂົງເຂດທ່ອງທ່ຽວ...

ມິງດຶກ

ເຫດການ
302 Found

Found

The document has moved here.