ປະທານສະພາແຫ່ງຊາດ ໃຫ້ກຽດຕອນຮັບຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

00:54 | 13/05/2019

ໃນວັນທີ 21 ມັງກອນ 2019 ຢູ່ສະພາແຫ່ງຊາດ ສປປ ລາວ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 20-23 ມັງກອນ ນີ້.

ປະທານສະພາແຫ່ງຊາດ ໃຫ້ກຽດຕອນຮັບຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນມາຍັງ ທ່ານ ອິສທວານ ຈໍກອບ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ທັງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນ ມິດຕະ ພາບທີ່ເປັນມູນເຊື້ອ ໃນໄລຍະຜ່ານມາລະຫວ່າງ ສປປ ລາວ ແລະ ສ.ຮົງກາລີ. ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີບັນຍາກາດອັດໃໝ່.

ພ້ອມດຽວກັນ, ທ່ານ ອິສທວານ ຈໍກອບ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ສປປ ລາວ, ພ້ອມທັງຢືນ ຢັນຈະສືບຕໍ່ໃຫ້ ການຮ່ວມມືກັບ ສປປ ລາວ ກໍຄື ການຮ່ວມມືຂອງສອງ ສະພາແຫ່ງຊາດ ລາວ ແລະ ສ.ຮົງກາລີ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນໂອກາດດຽວກັນ, ທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ ພ້ອມຄະນະ ກໍ່ໄດ້ເຂົ້າພົບປະສອງຝ່າຍ ກັບ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ.

ທ່ານ ບຸນປອນ ບຸດຕະນະວົງ ໄດ້ກ່າວວ່າ: ນັບແຕ່ສອງປະເທດ ໄດ້ສ້າງສາຍພົວພັນນຳກັນ, ສອງລັດຖະບານ ກໍ່ໄດ້ເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ ໃນການພົວພັນ ແລະ ການຮ່ວມມື ຈຳນວນ 40 ກວ່າສະບັບ, ຊຶ່ງກວມເອົາຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການສະໜອງເງິນກູ້ ໃຫ້ໂຄງການຮ່ວມມື ລາວ-ຮົງກາລີ ແລະ ຂະແໜງ ການອື່ນໆ. ພ້ອມນີ້, ກໍ່ຍັງໄດ້ມີການແລກປ່ຽນ ຂໍ້ມູນຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດນິຕິບັນຍັດນຳກັນ, ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ສອງລັດຖະບານ ໃນການ ຈັດຕັ້ງປະ ຕິບັດບັນດາສັນຍາ ທີ່ກ່ຽວຂ້ອງໃນຂົງເຂດ ເສດຖະກິດ-ການລົງທຶນ, ການໃຫ້ທຶນການສຶກສາແກ່ລາວ ແລະ ບັນດາໂຄງການຮ່ວມມື ລາວ-ຮົງກາລີຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.