ມີ 80 ກວ່າຮ້ານໂຄສະນາເຜີຍແຜ່ອາຫານການກິນ ນິງທ້ວນ

18:55 | 04/01/2024

ຍສໝ - ແຕ່ວັນທີ 26 ຫາວັນທີ 31 ທັນວາ, “ງານບຸນອາຫານການກິນ ນິງທ້ວນ - ຕ້ອນຮັບປີໃໝ່ 2024” ດ້ວຍ 80 ຮ້ານຂາຍເຄື່ອງແມ່ນເຫດການວັດທະນະທຳອາຫານການກິນເຊິ່ງຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ເຂດສະໜາມຫລວງ 16 ເມສາ, ນະຄອນ ຟານຣາງ - ທາບຈາມ, ແຂວງ ນິງທ້ວນ.

ທະຫານ 80 ຄົນ ຂອງກອງທັບປະຊາຊົນລາວ ໄດ້ສຳເລັດການຝຶກຊ້ອມວຽກງານພະລາທິການຢູ່ຫວຽດນາມ ທະຫານ 80 ຄົນ ຂອງກອງທັບປະຊາຊົນລາວ ໄດ້ສຳເລັດການຝຶກຊ້ອມວຽກງານພະລາທິການຢູ່ຫວຽດນາມ
ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງ​ການສ້າງແຜນ​ຮ່າງ ກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງ​ການສ້າງແຜນ​ຮ່າງ ກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ

ນີ້​ແມ່ນເຫດການ​ວັດທະນະທຳ​ອາຫານ​ການ​ກິນທີ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ແຂວງ ນິງທ້ວນ ​ເພື່ອ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ເຍື່ອງ​ອາຫານ​ທີ່ພິເສດສະເພາະ​​ຂອງ​​ບັນດາ​ທ້ອງ​ຖິ່ນ​ໃນແຂວງ ນິງທ້ວນ, ບັນດາ​ພາກ​ພື້ນ​ໃນ​ທົ່ວ​ປະ​ເທດ ​ແລະ ບັນດາປະເທດໃນໂລກ.

ງານບຸນຍັງສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນ ເພື່ອຕ້ອນຮັບປີໃໝ່ 2024, ເປັນພື້ນທີ່ລົງພຶດຕິກຳຕົວຈິງ, ວັດທະນະທຳອາຫານການກິນຂອງຊາວທ້ອງຖິ່ນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ກຳລັງແຜ່ກະຈາຍຢ່າງ​ແຮງ​ເພື່ອ​ຊຸກຍູ້​ ເຜີຍແຜ່ການທ່ອງທ່ຽວ ​ແລະ ອາຫານ ນິງທ້ວນ, ສ້າງ​ເຄື່ອງ​ໝາຍ​ການຄ້າອາຫານການກິນ ນິງທ້ວນ ທີ່ເປັນເອກະລັກພິເສດ, ອຸດົມໄປດ້ວຍລັກສະນະຈຳເພາະ​ວັດທະນະທຳ​ຂອງ​ບັນດາຊົນ​ເຜົ່າ​ໃນ​ແຂວງ.

ມີ 80 ກວ່າຮ້ານໂຄສະນາເຜີຍແຜ່ອາຫານການກິນ ນິງທ້ວນ
ພາບປະກອບ

ລະອຽດ, “ງານບຸນອາຫານ ນິງທ້ວນ - ຕ້ອນຮັບປີໃໝ່ 2024” ໄດ້ດຳເນີນແຕ່ວັນທີ 26 – 31 ທັນວາ, ຢູ່ເຂດສະໜາມຫລວງ 16 ເມສາ, ຟານຮາງ - ທາບຈ່າມ ດ້ວຍຮ້ານອາຫານ ແລະ ຮ້ານວາງສະແດງຜະລິດຕະພັນ OCOP, ຜະລິດຕະພັນສະເພາະຂອງແຂວງ ນິງທ້ວນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ 80 ກວ່າຮ້ານ .

ປະຊາຊົນ​​ໄດ້​ສຳ​ຜັດ​ ແລະ​ ຊິມອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ກວ່າ 100 ຢ່າງ; ໄດ້ຊົມບັນດາລາຍການສະແດງກ່ຽວກັບສິລະປະການຄົວກິນຂອງບັນດາພໍ່ຄົວທີ່ມີຊື່ສຽງ; ເບິ່ງວີດີໂອໂຄສະນາຮູບພາບບັນດາເຂດວັດຖຸດິບທີ່ເປັນເອກະລັກຂອງແຂວງ ນິງທ້ວນ ຄື: ໝາກອາງຸຸ່ນ, ໝາກກະທັນ, ອາຫານທະເລ, ຫອຍນາງລົມ, ແບ້, ແກະ, ໜໍ່ໄມ້ຝລັ່ງ,… ຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນ OCOP, ຜະລິດຕະພັນພິເສດສະເພາະ, ຜະລິດຕະພັນ ແລະ ອຸປະກອນທີ່ກ່ຽວຂ້ອງເຖິງເຮືອນຄົວ, ເຄື່ອງໃຊ້ຕ່າງໆ, ວັດຖຸດິບສໍາລັບການປຸງແຕ່ງການກິນດື່ມ, ...

ອາຫານການກິນສົມທົບກັບການທ່ອງທ່ຽວໄດ້ສ້າງລະບົບຜະລິດຕະພັນການທ່ອງທ່ຽວທີ່ອຸດົມສົມບູນ, ພິເສດສະເພາະນັບແຕ່ການປູກຝັງ, ການເກັບກ່ຽວ, ປຸງແຕ່ງຕະຫຼອດຮອການເຮັດຕົວຈິງ ແລະ ອື່ນໆ, ປະກອບສ່ວນຍົກສູງມູນຄ່າການຜະລິດກະສິກຳ-ປ່າໄມ້ - ການປະມົງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ແຮງງານ, ກໍ່ສ້າງ ​ແລະ ພັດ​ທະ​ນາ​ເຄື່ອງ​ໝາຍ​​ອາ​ຫານ ນິງ​ທ້ວນ, ປະ​ກອບ​ສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວທີ່​ມາ​ຢ້ຽມ​ຢາມ ນິງ​ທ້ວນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.