ຄະນະປະຕິບັດງານ VUFO ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ

00:00 | 22/11/2023

ຍສໝ - ໃນລະຫວ່າງວັນທີ 21-23 ພະຈິກ 2023, ຄະນະປະຕິບັດງານຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໂດຍທ່ານປະທານ ຟານແອງເຊີນ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ ທະຫານເຂດ 4 ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເຂດປະສົບໄພນໍ້າຖ້ວມ ເທື່ອທຽນເຫ້ວ
ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ

ການຢ້ຽມຢາມເຮັດວຽກຂອງຄະນະ VUFO ແມນ່ເພື່ອແນໃສ່ຮັດແໜ້ນການພົວພັນກັບບັນດາຄູ່ຮ່ວມມື ຍີ່ປຸ່ນ; ​ເປີດ​ກວ້າງ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ກັບ​ບັນດາ​ອົງການ, ຄູ່​ຮ່ວມ​ມື​ໃໝ່ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ຄະນະປະຕິບັດງານ VUFO ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ
ທີ່ການ​ພົບ​ປະ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຍີ່ປຸ່ນ.

​ໃນ​ການ​ຢ້ຽມຢາມ, ຄະນະ​ປະຕິບັດງານ​ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ອົງການເພື່ອນຮ່ວມອາຊີບ; ປະສານສົມທົບກັບ JICA ເພື່ອຈັດຕັ້ງສົນທະນາ ກັບບັນດາຄູ່ຮ່ວມມືຍີ່ປຸ່ນ.

ທີ່ການພົບປະ, JICA ແລະ ບັນດາອົງການຈັດຕັ້ງ ລ້ວນແຕ່ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ບຸລິມະສິດອັນດັບໜຶ່ງຂອງ ຍີ່ປຸ່ນ ໃນບັນດາການເຄື່ອນໄຫວຮ່ວມມືສາກົນ ແລະ ການຊ່ວຍເຫຼືອຈາກອົງການຕ່າງປະເທດທີ່ບໍ່ຂຶ້ນກັບລັດຖະບານ; ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ສະ​ແດງ​ຄວາມ​​ຊົມ​ຊື່ນ ເເລະ ຕີລາຄາສູງ​ກັບການ​ຢ້ຽມຢາມ​ຂອງ​ຄະນະ​ປະຕິບັດງານ, ພິ​ເສດ​ແມ່ນ​ຂໍ້ລິເລີ່ມ ​ແລະ ຂໍ້ສະເໜີແນະຈຳນວນໜຶ່ງທີ່​ປະທານ ຟານ​ແອງ​ເຊີນ ​ໄດ້ແລກປ່ຽນ ທັງລະອຽດ, ທັງແທດຈິງ ​ແລະ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ຮອບດ້ານ ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່ເຂົ້າສູ່ແທດຈິງ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່ແທດຈິງ​ໃຫ້ແກ່​ປະຊາຊົນ ​ແລະ ປະຊາ​ຄົມ​ຂອງ 2 ປະ​ເທດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.