ຊາວຫວຽດນາມຢູ່ຕ່າງປະເທດ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຊາດ

06:00 | 02/09/2023

ຍສໝ - ວັນທີ 2 ກັນຍາ, ພາບພົດຂອງທຸງຊາດ ຫວຽດນາມ ໄດ້ສາຍໃນຈອມທາດ Namsan ແລະ ສຳນັກງານອົງການຄຸ້ມຄອງຢູ່ໃຈກາງນະຄອນຫຼວງ ເຊີອຸນ, ປະເທດ ສ ເກົາຫຼີ ແຕ່ເວລາ 19 ໂມງ 30 ນາທີ - 23 ໂມງ 00, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2023).

ການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ - ອຸສເບກີສະຖານ ການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ - ອຸສເບກີສະຖານ
HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ

ກ່າວຄຳເຫັນທີ່ເຫດການ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຊີ້ແຈ້ງຄວາມໝາຍຂອງເຫດການປະຫວັດສາດວັນທີ 2 ກັນຍາ 1945 ສຳລັບປະຊາຊົນ ຫວຽດນາມ, ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ, ເປີດໄລຍະໃໝ່ໃນປະຫວັດສາດຂອງປະເທດຊາດ.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເກົາຫຼີ ຫງວຽນຫວູຕຸ່ງ ແລ້ວ, ເຫດການນີ້ ຍິ່ງເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫຼີ ເລິກເຊິ່ງຂຶ້ນຕື່ມ, ຊ່ວຍຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ສ ເກົາຫຼີ ໃນສະພາບການຮ່ວມມືເສດຖະກິດ, ການເມືອງ, ວັດທະນະທຳ ແລະ ການທູດສອງປະເທດ ລ້ວນແຕ່ໄດ້ຮັບການຍູ້ແຮງ.

ຊາວຫວຽດນາມຢູ່ຕ່າງປະເທດ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຊາດ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ກູ​ບາ ເລແທັງຕຸ່ງ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄດ້​ວາງ​ພວງ​ມາ​ລາ​ລະ​ລຶກ​ປະ​ທານ ໂຮ່​ຈີ​ມິນ.

ໃນຂະນະນັ້ນ, ເນື່ອງໃນໂອກາດນີ້, ຢູ່ ລາຮາວານ, ສະຖານທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຈັດພິທີອາໄລຫາປະທານໂຮ່ຈີມິນ ຢູ່ສວນສາທາລະນະໃສ່ຊື່ເພີ່ນ ຢູ່ນະຄອນຫຼວງ ລາຮາວານ. ກ່າວຄຳເຫັນທີ່ເຫດການ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຊີ້ແຈ້ງຄວາມໝາຍຂອງເຫດການປະຫວັດສາດວັນທີ 2 ກັນຍາ 1945 ສຳລັບປະຊາຊົນ ຫວຽດນາມ, ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ, ເປີດໄລຍະໃໝ່ໃນປະຫວັດສາດຂອງປະເທດຊາດ.

ຊາວຫວຽດນາມຢູ່ຕ່າງປະເທດ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງວັນຊາດ

ວັນທີ 2 ກັນຍາ, ຢູ່ ສ.ເຊັກໂກ, ສະມາຄົມວັດທະນະທຳ - ສິລະປະ ຫວຽດນາມ ຢູ່ ສ. ເຊັກໂກ ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳ ອະນຸລັກຮັກສາ ແລະ ພັດທະນາບັນດາຮູບແບບວັດທະນະທຳຂອງ ຫວຽດນາມ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງເອົາ. ລາຍການເພື່ອແນໃສ່ເຊື່ອມຕໍ່ບັນດາຈຸດຍອດຢ້ຽມຂອງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸໂດຍ UNESCO ເຊີດຊູ, ຄື: ກວານເຫາະບັກນິງ, ຂັບຊວານ ຝູເທາະ, ຂັບ ວີ້ຢ້ຳ ເງະຕິ້ງ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.