ລາວ ສ້າງເສັ້ນທາງລົດເມ BRT ຕື່ມອີກ

14:05 | 08/06/2024

ຍສໝ - ຜູ້ຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດເມ BRT ແຫ່ງທໍາອິດທີ່ນະຄອນຫຼວງ ວຽງຈັນ (ລາວ) ໄດ້ເລີ່ມລົງມືກໍ່ສ້າງຂັ້ນທໍາອິດ, ຄາດວ່າຈະໃຫ້ສໍາເລັດໃນທ້າຍ ປີ 2024.

ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ
ເປີດຫຼາຍກາລະໂອກາດການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາຣີ ຕື່ມອີກ

ວັນ​ທີ 5 ມິຖຸນາ​, ສຳນັກ​ຂ່າວສານ​ປະ​ເທດ ​ລາວ ​ລາຍ​ງານ​ວ່າ, ຜູ້​ຮັບ​ເໝົາ​ໄດ້​ເລີ່​ມລົງມື​ກໍ່ສ້າງເສັ້ນທາງລົດເມ BRT ແຫ່ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ ວຽງ​ຈັນ.

ບັນດາ​ຫົວໜ່ວຍ​ຈະ​ກໍ່ສ້າງ​ເລນທາງ​ລົດ​ເມ​ໃໝ່ໃຫ້ສຳລັບລົດເມ ​ແລະ ບ່ອນລໍຖ້າ ​ເພື່ອ​ບໍລິການ​ຜູ້​ໂດຍສານ​ທີ່​ຈະເດີນທາງດ້ວຍ​ລົດ​ເມ BRT ເຊິ່ງຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້.

ລາວ ສ້າງເສັ້ນທາງລົດເມ BRT ຕື່ມອີກ

ປະສົມຮູບພາບຂອງໂຄງການເສັ້ນທາງລົດເມ BRT ແຫ່ງທຳອິດຢູ່ ລາວ (ພາບ: ADB).

ກ່ອນໜ້ານີ້ ໃນ ປີ 2016, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ໄດ້ລົງນາມໃນຫຼາຍສັນຍາການກໍ່ສ້າງເສັ້ນທາງລົດເມ ແລະ ລະບົບ BRT ພາຍໃນຂອບເຂດໂຄງການຂົນສົ່ງຕົວເມືອງແບບຍືນຍົງ ນະຄອນຫຼວງ ວຽງຈັນ ເຊິ່ງໄດ້ຮັບການອະນຸມັດໃນປີ 2016 ດ້ວຍມູນຄ່າທັງໝົດ 99,7 ລ້ານກວ່າ USD (2,5 ພັນກວ່າຕື້ດົ່ງ).

ຕາມ​ເນື້ອ​ໃນ​ຂອງ​ສັນຍາ, ລາວ​ ຈະ​ສ້າງ​ເສັ້ນທາງ​ລົດ​ເມ BRT ​​ຈາກ​ສວນ ເຈົ້າຟ້າ​ງຸ່ມ ​ໄປ​ ປະ​ຕູ​ໄຊ (ປະມານ 4 ກິ​ໂລ​ແມັດ) ​ແລະ ​ເສັ້ນທາງ BRT ອີກ​ສາຍ​ໜຶ່ງ​ຈາກ ​ປະ​ຕູ​ໄຊ ຫາ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ (ເກືອບ 10 ກິ​ໂລ​ແມັດ).

ນອກຈາກນັ້ນ, ອຳນາດການປົກຄອງນະຄອນ ຍັງໄດ້ກໍ່ສ້າງບ່ອນຈອດລົດເມຢູ່ເສັ້ນທາງໄປສະໜາມບິນສາກົນ ວັດໄຕ (ນະຄອນຫຼວງ ວຽງຈັນ), ຈາກນັ້ນ ຈຶ່ງໄດ້ເປີດເສັ້ນທາງລົດເມໃໝ່ເຊື່ອມຕໍ່ເຂດທາງທິດຕາເວັນຕົກ ແລະ ທາງທິດເໜືອຂອງນະຄອນຫຼວງ ວຽງຈັນ.

ລາວ ສ້າງເສັ້ນທາງລົດເມ BRT ຕື່ມອີກ

ສະຖານທີ່ກໍ່ສ້າງເສັ້ນທາງລົດເມ BRT ນະຄອນຫຼວງ ວຽງຈັນ (ພາບ: ສຳນັກຂ່າວສານປະເທດ ລາວ).

ນະຄອນ​ຈະ​ກໍ່ສ້າງ​ບ່ອນ​ຈອດ​ລົດ​ເມ​ແຫ່ງ​ໃໝ່, ສູນ​ບຳລຸງ​ສ້າງ, ສ້ອມ​ແປງ​ລົດ​ເມ ແລະ ສູນບໍລິຫານລົດເມ BRT, ພ້ອມໄດ້​ຕິດ​ຕັ້ງ​ໄຟ​ຈະລາຈອນ 41 ​ແຫ່ງ ​ໃນ 5 ​ເມືອງ​ກາງ​ຄື: ສີ​ໂຄດ​ຕະບອງ, ສີ​ສັດຕະ​ນາກ, ຈັນທະ​ບູລີ, ​ໄຊ​ເສດ​ຖາ ​ແລະ ​ເມືອງ ​ໄຊທານີ.

​ໂຄງການ​ຂົນ​ສົ່ງ​ຕົວ​ເມືອງ​ແບບ​ຍືນ​ຍົງ​ຂອງ​ນະຄອນຫຼວງ​ ວຽງ​ຈັນ ​ແມ່ນ​ໄດ້​ຮັບ​ການອຸປະຖຳຈາກ​ທະນາຄານ​ພັດທະນາ​ ອາຊີ (ADB), ທະນາຄານ​ການລົງທຶນ ​ເອີຣົບ (EIB), ກອງທຶນ​ພັດທະນາ​ສາກົນ OPEC, ກອງທຶນການ​ລົງທຶນ​ ອາຊີ​ ຂອງ​ສະຫະພາບ ​ເອີຣົບ (EU-AIF), ກອງທຶນສິ່ງແວດລ້ອມທົ່ວໂລກ (GEF) , ກອງທຶນເຕັກໂນໂລຊີກ້າວໜ້າ, ລັດຖະບານ ລາວ ແລະ ພາກເອກະຊົນ.

EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ມັງກອນ, ຢູ່​ຮ່າ​ໂນ້ຍ, ສະຫະສະມາຄົມວິສາຫະກິດ ​ເອີ​ລົບ​ ປະຈຳ​ຫວຽດນາມ (EuroCham) ​ໄດ້​ຈັດ​ພິທີ​​ໄຂ​ງານ​ວາງສະ​ແດງ​ປຶ້ມຂາວ​ປະຈຳ​ປີ​ ຄັ້ງ​ທີ 15.

ທ່ານໝໍສະເພາະຂະແໜງຕັບ ມີໂອກາດເພື່ອຮ່ວມມືກັບມະຫາວິທະຍາໄລ ອາເມລິກາ ຕື່ມອີກ ທ່ານໝໍສະເພາະຂະແໜງຕັບ ມີໂອກາດເພື່ອຮ່ວມມືກັບມະຫາວິທະຍາໄລ ອາເມລິກາ ຕື່ມອີກ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ ​ທີ່ໄດ້ສົນທະນາໃນການພົບປະລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ມະຫາວິທະຍາ​ໄລ​ ແພດສາດ Johns Hopkins (ອາ​ເມ​ລິ​ກາ), ວັນທີ 18 ທັນວາ ຢູ່ ຮ່າໂນ້ຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.