ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ

12:47 | 09/01/2024

ຍສໝ - ວັນ​ທີ 21 ທັນວາ, ຄະນະຜູ້ແທນການທູດ ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ​ ​ໄດ້​ແຈ້ງການການຄັດ​ເລືອກໂຮງຮຽນ​ເພື່ອ​ຮັບ​ຜູ້​ຊ່ວຍ​ການ​ສອນ​ພາສາ​ອັງກິດ Fulbright ​ໃນ​ສົກ​ຮຽນ 2024 - 2025. ບັນດາຜູ້ຊ່ວຍສອນມີໜ້າທີໃນການສອນທັກສະການຟັງ ແລະ ການເວົ້າ. ພ້ອມ​ກັນ​ນັ້ນ ກໍ​ແມ່ນບັນດານັກການທູດ​ວັດທະນະທຳ ​ອາ​ເມ​ລິ​ກາ​ ປະຈຳ​ ຫວຽດນາມ.

ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ
ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ໂຄງການຜູ້ຊ່ວຍການສອນພາສາອັງກິດ Fulbright ສະໜອງໃຫ້ບັນດາໂຮງຮຽນມັດທະຍົມລົງເລິກຂະແໜງ, ວິທະຍາໄລ ແລະ ມະຫາວິທະຍາໄລຢູ່ ຫວຽດນາມ ທີ່ບໍ່ນອນຢູ່ໃນສອງນະຄອນໃຫຍ່ຄື ຮ່າໂນ້ຍ ແລະ ໂຮ່ຈີມິນ ມີໂອກາດໄດ້ຮັບຜູ້ຊ່ວຍສອນພາສາອັງກິດ ທີ່ເປັນເຈົ້າຂອງພາສາ. ລາຍການດັ່ງກ່າວເພື່ອຈຸດປະສົງຫນູນຊ່ວຍການສອນ ແລະ ການຮຽນພາສາອັງກິດໃນໂຮງຮຽນທີ່ຮັບເອົາຜູ້ຊ່ວຍສອນ.

ບັນດາຜູ້ຊ່ວຍສອນແມ່ນບັນດາຜູ້ທີ່ຮຽນຈົບມະຫາວິທະຍາໄລຢູ່ ອາເມລີກາ ຈະເຂົ້າຮ່ວມການສອນພາສາອັງກິດຢູ່ໂຮງຮຽນຕ່າງໆຕັ້ງແຕ່ເດືອນກັນຍາ 2024 ຫາທ້າຍເດືອນພຶດສະພາ 2025. ພວກເຂົາມີໜ້າທີ່ໃນການສອນທັກສະການຟັງ ແລະ ການເວົ້າ. ພ້ອມ​ກັນ​ນັ້ນ ກໍແມ່ນບັນດານັກການທູດວັດທະນະທຳ ອາເມລິກາ ປະຈຳ ຫວຽດນາມ, ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ຝ່າຍ.

ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ
ຜູ້ຊ່ວຍການສອນພາສາອັງກິດ Fulbright ສະໜອງໃຫ້ບັນດາໂຮງຮຽນມັດທະຍົມ, ວິທະຍາໄລ ແລະ ມະຫາວິທະຍາໄລຢູ່ ຫວຽດນາມ ບໍ່ນອນຢູ່ໃນສອງນະຄອນໃຫຍ່ຄື ຮ່າໂນ້ຍ ແລະ ໂຮ່ຈີມິນ

ລາຍການ​ຊ່ວຍ​ສອນ​ພາສາ​ອັງກິດ Fulbright ​ໄດ້​ເລີ່​ມຜັນຂະຫຍາຍແຕ່​ປີ 2008 ມຸ່ງໄປເຖິງເປົ້າ​ໝາຍ​ຊຸກຍູ້​ການ​ຮຽນ​ພາສາ​ອັງກິດ​ຢູ່ ຫວຽດນາມ ​ແລະ ສ້າງ​ໂອກາດ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ນັກ​ສຶກສາ ອາ​ເມ​ລິ​ກາ ກັບ​ບັນດາ​ນັກ​ສຶກສາ ຫວຽດນາມ ​ແລະ ບັນດາ​ໂຮງຮຽນທີ່ຮັບເອົາຜູ້ຊ່ວຍສອນ. ຜ່ານ​ນັ້ນ ກໍ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ ແລະ​ ການ​ຮ່ວມ​ມື​ສອງ​ຝ່າຍ.

ບັນດາໂຮງ​ຮຽນ​ ຫວັງວ່າການ​ຮັບ​ຜູ້​ຊ່ວຍ​ການ​ສອນ​ພາ​ສາ​ອັງ​ກິດ ​ຕ້ອງສົ່ງສຳເນົາເອກະສານເຖິງໂຄງການ Fulbright ຢູ່​ຫວຽດ​ນາມ ກ່ອນ​ວັນ​ທີ 15 ມີ​ນາ 2024.

ເພື່ອຮູ້ຕື່ມຂໍ້ມູນລາຍລະອຽດກ່ຽວກັບລາຍການ ແລະ ລົງທະບຽນຮັບເອົາ ຜູ້ຊ່ວຍສອນພາສາອັງກິດ, ກະລຸນາເຂົ້າໃນເວັບໄຊ: https://vn.usembassy.gov/education/fulbright-program-in-vietnam/.

ມິງດຶກ

ເຫດການ
302 Found

Found

The document has moved here.