ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ

15:30 | 25/09/2019

ທ້າຍອາທິດທີ່ຜ່ານມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນຮ່ວມກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮວ່າໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າເຂດຊາຍແດນຫົວພັນ-ແທັງຮວ່າປີ 2019 ແລະ ວາງທິດທາງການຮ່ວມມືປີ 2020 ຢູ່ທີ່ຫໍວັດທະນະທຳແຂວງຫົວພັນໂດຍການເຂົ້າຮ່ວມຝ່າຍແຂວງຫົວພັນ

ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າເຂດຊາຍແດນຫົວພັນ-ແທັງຮວ່າປີ 2019.(ພາບ:ຂ່າວຫົວພັນ)

ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການປະສານສົມທົບວຽກງານການປົກປັກຮັກສາຊັບພະຍາ ກອນປ່າໄມ້, ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າເຂດຊາຍແດນລະຫວ່າງສອງແຂວງຫົວພັນແທັງຮວ່າ ສ ສ ຫວຽດນາມໄລຍະປີ 2016 – 2020 ແລະ ເພື່ອຮັບປະກັນຄວາມປອດໄຟຂອງປ່າໄມ້, ເສີມຂະຫຍາຍເສດຖະກິດດ້ານປ່າໄມ້, ປະກອບສ່ວນເຂົ້າໃນການພັດທະນາບ້ານໃນເຂດຊົນນະບົດ, ຮັບປະກັນເຮັດໃຫ້ຊາຍແດນຂອງ 2 ແຂວງມີຄວາມສະຫງົບ, ເສີມສ້າງຄວາມສາມັກຄີໄມຕີຈິດມິດຕະພາບ, ສັນຕິພາບ ແລະ ການຮ່ວມມືຮອບດ້ານ, ດັ່ງນັ້ນວັນທີ 20 ກັນຍາ 2019 ນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນຮ່ວມກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮວ່າໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າເຂດຊາຍແດນຫົວພັນ-ແທັງຮວ່າປີ 2019 ແລະ ວາງທິດທາງການຮ່ວມມືປີ 2020 ຢູ່ທີ່ຫໍວັດທະນະທຳແຂວງຫົວພັນໂດຍການເຂົ້າຮ່ວມຝ່າຍແຂວງຫົວພັນນໍາໂດຍທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ຝ່າຍແຂວງແທັງຮວ່າ ສ ສ ຫວຽດນາມນໍາໂດຍທ່ານ ມາຍ ຮຶວ ຟຸກ ຮອງຫົວໜ້າກອງກວດກາປ່າໄມ້ແຂວງແທັງຮວ່າ ສ ສ ຫວຽດນາມ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນໍາ.

ແຂວງຫົວພັນມີເນື້ອທີ່ປ່າໄມ້ທັງໝົດ 1.291.736 ເຮັກຕາ, ປະກອບມີ 10 ເມືອງ ສະພາບພູມສັນຖານສ່ວນໃຫຍ່ເປັນເຂດພູສູງຊັນກວມເອົາ 85% ຂອງເນື້ອທີ່ທັງໝົດ, ອັດຕາປົກຫຸມຂອງປ່າໄມ້ເທົ່າກັບ 57%, ມີຊາຍແດນຕິດຈອດກັບ 3 ແຂວງຂອງ ສ ສ ຫວຽດນາມຄື: ແຂວງເງ້ອານ, ແຂວງເຊິນລາ ແລະ ແຂວງແທັງຮວ່າຊື່ງມີຄວາມຍາວທັງໝົດ 568 ກິໂລແມັດ, ໃນນັ້ນມີ 3 ເມືອງທີ່ຕິດຈອດກັບແຂວງແທັງຮວ່າຄື: ເມືອງສົບເບົາ, ເມືອງວຽງໄຊ ແລະ ເມືອງຊໍາໃຕ້. 1 ປີຜ່ານມາກອງກວດກາປ່າໄມ້ແຂວງຫົວພັນກວດພົບການເຄື່ອນຍ້າຍເຄື່ອງປ່າຂອງດົງທີ່ຜິດລະບຽບກົດໝາຍ ແລະ ຍຶດໄດ້ 23ກວ່າໂຕນ, ຮູບການລະເມີດແມ່ນເຄື່ອນຍ້າຍເກີນເອກະສານອະນຸຍາດ ແລະ ກວດພົບການເຄື່ອນຍ້າຍໄມ້ຫວງຫ້າມປະເພດໄມ້ດູ່ທີ່ຜິດລະບຽບກົດໝາຍໄດ້ 9 ກວ່າແມັດກ້ອນ ແລະ ເມືອງສົບເບົາກວດພົບການລັກລອບຂຸດຄົ້ນໄມ້ຈຳນວນ 7 ຕົ້ນ, ບໍລິມາດ 3 ແມັດກ້ອນ, ກວດພົບການເຄື່ອນຍ້າຍເຄື່ອງປ່າຂອງດົງບໍ່ມີເອກະສານຕາມລະບຽບການຈຳນວນ 1,2 ໂຕນ, ຍຶດອາວຸດລ່າເນື້ອຈາກຄົນຫວຽດນາມໄດ້ 1 ກະບອກ ແລະ ຄົນລາວທີ່ເຄື່ອນໄຫວຢູ່ຕາມຊາຍແດນໄດ້ 7 ກະບອກ ແລະ ຈັກຕັດໄມ້ 1 ເຄື່ອງ, ເມືອງວຽງໄຊພົບເຫັນໄມ້ຈໍານວນ 16 ຕັບ, ບໍລິມາດ 5.913 ແມັດກ້ອນນອກຈາກນັ້ນຍັງກວດພົບການລັກລອບຕັດໄມ້່ປ່ອງລຽບຕາມຊາຍແດນໃນບາງເຂດຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ່າວ ຫົວພັນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.