ຫວຽດນາມ ຈະຈັດພິທີເປີດ ສົກຮຽນໃໝ່ ຢ່າງເປັນເອກະພາບ ໃນທົ່ວປະເທດ ວັນທີ 5 ກັນຍາ

10:32 | 14/08/2019

ຍສໝ - ພິທີເປີດສົກຮຽນໃໝ່ ດ້ວຍພິທີການຕ່າງໆ: ຮັບນັກຮຽນ, ເຄົາລົບທຸງ, ຮ້ອງເພງຊາດ, ອ່ານຈົດໝາຍ ຂອງປະທານປະເທດ; ອາດຈະຈັດກິດຈະກຳ ວັດທະນະທຳ, ສິລະປະ ແລະ ກິລາ ຈຳນວນໜຶ່ງ ທີ່ ແທດເໝາະ ກັບສະພາບການຕົວຈິງຂອງໂຮງຮຽນ ແລະ ກາຍຍະພາບຂອງນັກຮຽນ ເພື່ອສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ຟົດຟື້ນ ຂອງວັນເປີດສົກຮຽນໃໝ່ - ການພາເດັກນ້ອຍນັກຮຽນ ໄປ ໂຮງຮຽນຂອງປວງຊົນ.

ຫວຽດນາມ ຈະຈັດພິທີເປີດ ສົກຮຽນໃໝ່ ຢ່າງເປັນເອກະພາບ ໃນທົ່ວປະເທດ ວັນທີ 5 ກັນຍາ

(ພາບປະກອບ: baochinhphu.vn)

ກະຊວງສຶກສາ ແລະ ບຳລຸງສ້າງຫາກໍ່ໄດ້ໜັງສືແຈ້ງການ ຢ່າງເປັນທາງການ ເຖິງ ຫົວໜ້າ ພະແນກສຶກສຶກສາ ແລະ ບຳລຸງສ້າງແຂວງ, ນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາກິດຈະກຳກໍ່ຄືການເຄື່ອນໄຫວ ໃນສົກຮຽນ 2019-2020.

ກະຊວງສຶກສາ ແລະ ບຳລຸງສ້າງ ຮຽກຮ້ອງມາຍັງ ຫົວໜ້າ ພະແນກສຶກສາ ແລະ ບຳລຸງສ້າງແຂວງ, ນະຄອນ ດຳເນີນການຄົ້ນຄ້ວາ ແລະ ຜັນຂະຫຍາຍ ຢ່າງກວ້າງຂວາງ-ເລິກເຊິ່ງ ເຖູິງພະນັກງານຄຸ້ມຄອງທຸກທົ່ວໜ້າ, ຄູອາຈານ ແລະ ນັກຮຽນ, ນັກສຶກສາທຸກຄົນ, ກ່ຽວກັບ ຄຳສັ່ງແນະນຳ ຂອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ໃນພາລະກິດສຳຄັນ ໃນສົກຮຽນ 2019-2020 ຂອງ ຂະແໜງການສຶກສາ.

ພ້ອມດຽວກັນນີ້, ກໍ່ສັ່ງໃຫ້ສະຖາບັນການສຶກສາ ຈັດກິດຈະກຳຕ່າງໆ ເພື່ອຄຳນັບຮັບຕ້ອນນັກຮຽນໃນວັນທຳອິດຂອງສົກຮຽນໃໝ່; ຈັດຕັ້ງ ໃຫ້ນັກຮຽນຊອກຮູ້ກ່ຽວກັບປະເພນີ ແລະ ກິດຈະກຳ ຂອງໂຮງຮຽນ; ເຜີຍແຜ່ກົດລະບຽບ ແລະ ລະບຽບການຕ່າງໆຂອງໂຮງຮຽນ; ແນະນຳການເຄື່ອນໄຫວດ້ານການສຶກສາ, ແຜນງານການສຶກສາ, ວິທີການຮຽນ - ການສອນ ຂອງໂຮງຮຽນ ແລະ ຫ້ອງຮຽນ.

ພິທີເປີດສົກຮຽນ 2019-2020 ຈະຈັດເປັນເອກະພາບກັນໃນຂອບເຂດທົ່ວປະເທດ ຄືໃນຕອນເຊົ້າຂອງວັນທີ 5 ກັນຍາ 2019. ພິທີເປີດດ້ວຍພິທີການກໍ່ຄືວາລະການເປີດສົກຮຽນ: ການຮັບນັກຮຽນ, ເຄົາລົບທຸງຊາດ, ຮ້ອງເພງຊາດ, ອ່ານຈົດໝາຍ ຂອງປະທານປະເທດ; ອາດຈະຈັດກິດຈະກຳວັດທະນະ ທຳ, ສິລະປະ ແລະ ກິລາ ຈຳນວນໜຶ່ງ ທີ່ ແທດເໝາະກັບສະພາບການຕົວຈິງ ຂອງໂຮງຮຽນແລະ ສະພາບຈິດໃຈກໍ່ຄືກາຍຍະພາບ ຂອງນັກຮຽນເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟື້ນ ຂອງວັນເປີດສົກຮຽນໃໝ່ - ການພາເດັກນ້ອຍນັກຮຽນ ໄປ ໂຮງຮຽນຂອງປວງຊົນ.

ພິເສດສຳລັບສະຖາບັນການສຶກສາລະດັບອະນຸບານ, ຈະຈັດຕັ້ງການເປີດສົກຮຽນໃນຮູບແບບ "ວັນເປີດສົກຮຽນໃໝ່ຂອງນ້ອງນ້ອຍ" ໃນຢ່າງສອດຄ່ອງ, ສ້າງສັນ, ເໝາະສົມກັບ ສະພາບຈິດໃຈກໍ່ຄືກາຍະພາບຂອງເດັກ. ໝາຍເຫດ ບໍ່ໃຫ້ອ່ານບົດສະຫຼຸບລາຍງານ ກ່ຽວກັບກິດຈະກຳຂອງໂຮງຮຽນ, ຮັບປະກັນສຸຂະພາບຂອງນັກຮຽນ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຄຽງຄູ່ກັນນັ້ນ, ກໍ່ຍັງໄດ້ຊີ້ນຳສະຖາບັນການສຶກສາຕ້ອງໄດ້ຄວບຄຸມ ແລະ ຮັກສາຮີດຄອງປະເພນີໃນການຮຳ່ຮຽນ ພາຍຫຼັງພິທີເປີດສົກຮຽນໃໝ່; ປະກາດໃຊ້ແຜນການສຶກສາໃນໂຮງຮຽນຕະຫຼອດປີ, ຮັບປະກັນເນື້ອໃນຂອງແຜນງານການສຶກສາຕາມທີ່ໄດ້ກຳນົດໄວ້, ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ ແລະ ສະພາບຂອງໂຮງຮຽນ. ການຈັດຕັ້ງກິດຈະກຳ ໃນການເປີດສົກຮຽນໃໝ່ ຕ້ອງເໝາະ ສົມກັບ ນັກຮຽນ, ເງື່ອນໄຂຂອງໂຮງຮຽນ, ຕິດພັນກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ຮັບປະກັນການປະຕິບັດຕົວຈິງ ແລະ ມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນ ແລະ ແຮງຈູງໃຈໃນການຮຽນນັກສຶກສາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.