ນຳ​ເອົາ​​ອາ​ຫານ ​ກາຍ​ເປັນ​ຂົວ​​ຕໍ່ ​ສອງ​ປະ​ເທດ​ ເປ​ຣູ - ຫວຽດ​ນາມ

16:47 | 27/10/2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 24 ຕຸລາ ຜ່ານມານີ້, ສະຖານເອກອັກຄະລັດຖະທູດ​ເປຣູ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ ໂຮງຮຽນວິຊາຊີບ ອາ​ຊີ - ​ເອີ​ລົບ ​​ຈັດ​ງານ​ວາງສະ​ແດງ “ບັນດາປະເພດ​ອາຫານ ​ແລະ ​ເຄື່ອງ​ດື່ມ​ພື້ນ​ເມືອງ ຂອງ​ເປຣູ” ທີ່ຮ່າ​ໂນ້ຍ. ງານ​ດັ່ງກ່າວ ຈັດຂຶ້ນຢູ່ໃນທ່າມກາງ ງານບຸນ “​ອາຫານ​ເປ​ຣູ​ຢູ່​ຫວຽດນາມ 2023” ​ເພື່ອ​ແນະນຳ ​ແລະ ​ໂຄສະນາພື້ນຖານ​ວັດທະນະທຳທາງດ້ານ​ອາຫານ​ການ​ກິນທີ່​ອຸດົມສົມບູນຂອງ​ເປຣູ ​ໃຫ້​ແກ່​ຊາວ​ຫວຽດນາມ.

ລ​າວ ​ຮຽກ​ຮ້ອງ​ໃຫ້ ອາ​ຊຽນ​ ພ້ອມ​ກັນ​ກະ​ທຳ​ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ
ຂີດ​ໝາຍ​ອາ​ຫານກ​ານ​ກິນ​ທີ່​ພົ້ນ​ເດັ່ນ​ຂອງ​ເຂົ້າ​ຈີ່ ຫວຽດ​ນາມ

ນຳ​ເອົາ​​ອາ​ຫານ ​ກາຍ​ເປັນ​ຂົວ​​ຕໍ່ ​ສອງ​ປະ​ເທດ​ຂອງ​ໂລກ, ເປ​ຣູ - ຫວຽດ​ນາມ

ຕອນ​ຄ່ຳ​ວັນ​ທີ 24 ຕຸລາ ຜ່ານມານີ້, ສະຖານເອກອັກຄະລັດຖະທູດ​ເປຣູ ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ ໂຮງຮຽນວິຊາຊີບ ອາ​ຊີ - ​ເອີ​ລົບ ​​ຈັດ​ງານ​ວາງສະ​ແດງ “ບັນດາປະເພດ​ອາຫານ ​ແລະ ​ເຄື່ອງ​ດື່ມ​ພື້ນ​ເມືອງ ຂອງ​ເປຣູ” ທີ່ຮ່າ​ໂນ້ຍ. ງານ​ດັ່ງກ່າວ ຈັດຂຶ້ນຢູ່ໃນທ່າມກາງ ງານບຸນ “​ອາຫານ​ເປ​ຣູ​ຢູ່​ຫວຽດນາມ 2023” ​ເພື່ອ​ແນະນຳ ​ແລະ ​ໂຄສະນາພື້ນຖານ​ວັດທະນະທຳທາງດ້ານ​ອາຫານ​ການ​ກິນທີ່​ອຸດົມສົມບູນຂອງ​ເປຣູ ​ໃຫ້​ແກ່​ຊາວ​ຫວຽດນາມ.

ເຂົ້າ​ຮ່ວມ​ພິທີດັ່ງກ່າວ ​ມີ​ຜູ້ຕາງໜ້າ​ກົມ ​ການ​ຕະຫຼາດ​ ເອີ​ລົບ - ອາ​ເມ​ລິ​ກາ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ), ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ F&B, ບໍລິສັດ​ທ່ອງ​ທ່ຽວ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ​ແລະ ບັນດາ bartender ກໍ່ຄື ​ພໍ່​ຄົວ​ຢູ່ທີ່ຫວຽດນາມ.

​ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດງານ ໂດຍທ່ານ​ນາງ ຄຣິດແຕວ ອາວີເຣດ ໂຟຣເລດ (Kristell Aviles Flores) ຮອງ​ເອກ​ອັກຄະ​ລັດຖະທູດ ເປຣູ ປະຈຳ ຫວຽດນາມ ໄດ້ສະແດງຄວາມ​ຂອບ​ໃຈ​ມາຍັງບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ, ທ່ານເຊື່ອ​ໝັ້ນ​ວ່າ ​ງານນີ້​ແມ່ນ​ໂອກາດເພື່ອ​ໃຫ້​ປະຊາຊົນຫວຽດນາມ ​ມີຄວາມຮູ້ຄວາມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ອາ​ຫານການກິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ​ເປຣູ ກໍ່ຄືໄດ້ປະກອບສ່ວນ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ບັນດາ​ວິສາຫະກິດ, ພິ​ເສດ​ແມ່ນ​ບັນດາ​ທຸລະກິດ​ໃນ​ຂະ​ແໜງ F&B ​ໄດ້ເຊື່ອມ​ໂຍງ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

Bếp trưởng José María Murga Brescia, Đại sứ Peru tại Việt Nam Augusto Morelli, bếp trưởng Phạm Ngọc Dũng và Phó Đại sứ Peru tại Việt Nam Kristell Aviles Flores tại sự kiện (Từ trái sang phải. Ảnh: Thời Đại) ຫົວໜ້າພໍ່ຄົວ ທ່ານ ໂຈດສ ມາເລຍ ເບສເຄຍ (José María Murga Brescia), ທ່ານອູກັດໂຕ ມໍເລວລີ  (Augusto Morelli) ເອກອັກຄະລັດຖະທູດເປຣູ ປະຈຳ ຫວຽດນາມ, ພໍ່ຄົວ ຟາມງອກຢູ້ງ (Pham Ngoc Dung) ແລະ ທ່ານຄຣິດເຕວ ອາວີເລດ ໂຟຣເລດ  (Kristell Aviles Flores) ຮອງເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ ທີ່ພິທີເປີດງານ (ຈາກຊ້າຍໄປຂວາ).
ຫົວໜ້າພໍ່ຄົວ ທ່ານ ໂຈດສ ມາເລຍ ເບສເຄຍ (José María Murga Brescia), ທ່ານອູກັດໂຕ ມໍເລວລີ (Augusto Morelli) ເອກອັກຄະລັດຖະທູດເປຣູ ປະຈຳ ຫວຽດນາມ, ພໍ່ຄົວ ຟາມງອກຢູ້ງ (Pham Ngoc Dung) ແລະ ທ່ານນາງ ຄຣິດເຕວ ອາວີເລດ ໂຟຣເລດ (Kristell Aviles Flores) ຮອງເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ ທີ່ພິທີເປີດງານ (ຈາກຊ້າຍໄປຫາຂວາ).

ມາໃນງານຄັ້ງນີ້, ບັນດາແຂກທີ່ຖືກເຊີນ ໄດ້ສຳຜັດກັບລົດຊາດອາຫານທີ່ເປັນເອກະລັກສະເພາະຂອງອາຫານພື້ນເມືອງເປຣູ, ພ້ອມດຽວກັນນັ້ນ, ກໍ່ຍັງໄດ້ຊອກຮູ້ກ່ຽວກັບເຕັກນິກໃນການປຸງແຕ່ງອາຫານ ແລະ ການກະກຽມຄັອກເທວ ໂດຍຜ່ານການເຮັດໂດຍພໍ່ຄົວເປຣູ ທ່ານ ໂຈສ ມາເລຍ ມູກາ ເບດສເຄຍ (José María Murga Brescia). ຈາກນັ້ນ, ແຂກໄດ້ຮັບປະທານອາຫານ ທີ່ມີຊື່ສຽງຂອງເປຣູຄື: ຍໍາກ້ອຍປາ, ຍໍາປາດິບ (Tiradito), ມັນຝະລັ່ງເປຣູ Causa limeña ແລະ 2 ເຄື່ອງດື່ມພື້ນເມືອງຂອງປະເທດອາເມລິກາໃຕ້ເຊັ່ນ: Pisco sour ແລະ Chilcano.

ຄຽງຄູ່ກັນ​ນັ້ນ, ດ້ງຍຄວາມຫວັງ​ຢາກຮັດແໜ້ນນໍ້າໃຈສາມັກຄີທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ​ເປຣູ ​ແລະ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 29 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ພໍ່​ຄົວຫວຽດນາມ ທ່ານ ຟາມງອກຢຸ້ງ (Pham Ngoc Dung) ​ແລະ ພໍ່​ຄົວ​​ເປຣູ ທ່ານ José María Murga Brescia ​ໄດ້​ສົມທົບ​ກັນ ​ ​ເພື່ອ​ກະກຽມເຮັດອາຫານ “ປີ້້ງພັນອາຫານທະເລໃສ່ຊອັດເປຣູ” ທີ່ນໍາເອົາອາຫານ ຂອງສອງປະເທດມາປະສົມປະສານກັນ.

ຕະຫຼອດລາຍການ, ສະຖານທູດ ຍັງໄດ້ແນະນໍາລົດຊາດທີ່ເປັນເອກະລັກຂອງກາເຟເອກະລັກພິເສດ (specialty coffee) ທີ່ມສຈາກຍີ່ຫໍ້ກາເຟທີ່ມີຊື່ສຽງຂອງເປຣູ.

Các món ăn được trình bày trong sự kiện (Ảnh: Thời Đại) ອາຫານທີ່ນຳສະແດງໃນງານ (ພາບ:Thi Dai)
ອາຫານທີ່ນຳສະແດງໃນງານ

ພໍ່ຄົວເປຣູ José María Murga Brescia ໃຫ້ຮູ້ວ່າ: "ຂ້້າພະເຈົ້າເຄີຍມາຫວຽດນາມມາກ່ອນນີ້, ແຕ່ທຸກຄັ້ງທີ່ກັບມາຫວຽດນາມ, ຂ້າພະເຈົ້າກໍ່ຍິ່ງເພີ່ມຄວາມປະທັບໃຈຕໍ່ກັບອາຫານຂອງເຂົ້າເຈົ້າຫຼາຍຂື້ນ. ຫຼ້າສຸດຮັບປະທານເຂົ້າປຸ້ນຊິ້ນປີ້ງ (bun cha) ແລະ ຂ້າພະເຈົ້າ່ກໍ່ມັກອາຫານນີ້. ນອກຈາກນັ້ນ, ຊ້າພະເຈົ້າຍັງ ​ມັກ: ​ເຝີ, ​ເຂົ້າ​ຈີ່, ປະເພດເຂົ້າປຸ້ນ,... ອາຫານເກືອບ​ທຸກຊະນິດ​​ຂອງ​ຫວຽດ​ນາມ ແມ່ນ​ແຊບ​ຫຼາຍ.

ຂ້າພະ​ເຈົ້າ​ເຫັນ​ວ່າ ຫວຽດນາມ ​ແລະ ​ເປຣູ ມີ​ສ່ວນ​ປະກອບ​ອາຫານ​ທີ່​ຄ້າຍຄື​ກັນ​ຫຼາຍ​ຢ່າງ, ທັງ​ສອງ​ປະ​ເທດ​ມີ​ອາຫານ​ທະ​ເລ ​ແລະ ຊີ້ນ​ຫຼາຍ​ຢ່າງ. ຫວຽດນາມ ອາດຈະກິນປະເພດຜັກຂຽວ, ຜັກຫອມຫຼາຍກວ່າ, ສ່ວນເປຣູແມ່ນຄວາມຫຼາກຫຼາຍທາງດ້ານປະເພດຫົວ ແລະ ໝາກເຊັ່ນ: ມັນຟລັ່ງ ແລະ ໝາກເຜັດ. ນອກຈາກນັ້ນ, ວິທີປຸງແຕ່ງໃສ່ເຄື່ອງປຸງ ແລະ ສ້າງລົດຊາດຂອງອາຫານ ແມ່ນແຕກຕ່າງກັນເລັກນ້ອຍ. ສະ​ນັ້ນ, ຂ້າພະ​ເຈົ້າ​ເອງ​ຄິດ​ວ່າ ​ເພື່ອ​ເຮັດ​ໃຫ້​ບັນດາ​ອາ​ຫານ​ເປຣູ ແທດ​ເໝາະ​ກັບ​ຫວຽດນາມ, ບັນດາ​ພໍ່​ຄົວ​ສາມາດ​ນຳ​ເອົາປະເພດ​ຜັກ​ຂຽວ ​ແລະ ​ເຄື່ອງ​ປຸງໃສ່​ຕື່ມ​ອີກ”.

​ເມື່ອ​ເວົ້າ​ເຖິງ​ປະສົບ​ການທີ່​ເຮັດ​​ອາຫານ​ເປຣູ, ອາຈານ​ສະຖາບັນອາຊີ - ​ເອີ​ລົບ - ພໍ່​ຄົວ ຟ້າ​ມງອກ​ຢຸງ ​ໃຫ້​ຂໍ້ສັງເກດ​ວ່າ: “ອາຫານ​ເປ​ຣູ​ແມ່ນ​ຄ້າຍຄື​ກັນ​ກັບ​ຫວຽດນາມ, ​ແມ່ນ​ອາຫານ​ທີ່​ມີ​ສ່ວນ​ປະສົມ ​ແລະ ດືງດູດ​​ຈາກ​ຫຼາຍ​ປະ​ເທດ​ຄື ​ເອີ​ລົບ ​ແລະ ຍີ່ປຸ່ນ. ​ຍ້ອນແນວນັ້ນ ບັນດາອາຫານເປຣູ ແມ່ນ​ເໝາະ​ສົມ​ສຳລັບ​ຊາວ​ຫວຽດນາມ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ພໍ່​ຄົວ​ຊາວ​ເປຣູ ກໍ່​ມັກ​ປຸງ​ແຕ່ງ​ອາຫານ​ທີ່​ມີ​ລົດ​ຊາດ​ສົ້ມ​ກວ່າ​ລົດ​ຊາດ​ຫວຽດນາມ, ຂ້າພະ​ເຈົ້າຄິດ​ວ່າ ​ນີ້​ແມ່ນ​ຈຸດ​ທີ່​ຄວນ​ເອົາໃຈໃສ່ ​ເພື່ອ​ເພີ່ມ​ລົດ​ຊາດ​ໃຫ້​ເໝາະ​ສົມ​ກວ່າ.

Các món ăn được trình bày trong sự kiện (Ảnh: Thời Đại) ອາຫານທີ່ນຳສະແດງໃນງານ (ພາບ:Thi Dai)
ອາຫານທີ່ນຳສະແດງໃນງານ

“ສັບປະດາອາຫານ ເປຣູ ຢູ່ ຫວຽດນາມ 2023” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ຕຸລາ. ສືບຕໍ່ລາຍການ, ແຕ່ວັນທີ 26 – 29 ຕຸລາ, ຊາວນະຄອນຫຼວງ ຈະມີໂອກາດໄດ້ສຳຜັດກັບລົດຊາດທີ່ອຸດົມສົມບູນ ແລະ ດຶງດູດໃຈຂອງອາຫານອາເມລິກາໃຕ້ທີ່ມີຊື່ສຽງຂອງໂລກ ດ້ວຍອາຫານພິເສດເຊັ່ນ: Ceviche (ຍໍາອາຫານທະເລແບບເປຣູ), Causa (ເຂົ້າໜົມມັນຕົ້ນພື້ນເມືອງເປຣູ.), Lomo Saltado (ຊີ້ນງົວແບບເປຣູ) ແລະ ອາຫານອື່ນໆອີກຫຼາຍຢ່າງທີ່ຮ້ານອາຫານ Oven D'or (ໂຮງແຮມ Sheraton Hanoi).

ອາຫານເປຣູ ເປັນໜຶ່ງໃນການປະສານສົມທົບທີ່ແກ່ຍາວນັບພັນປີລະຫວ່າງອາຫານຂອງຫຼາຍວັດທະນະທໍາລວມທັງ ອິນຄາ (Inca), ເອີຣົບ (ສະເປນ, ອີຕາລີ, ເຢຍລະມັນ), ອາຊີ (ຍີ່ປຸ່ນ, ຈີນ) ແລະ ອາຟຣິກາ. ດ້ວຍພູມສັນຖານທີ່ມີຄວາມຫຼາກຫຼາຍທີ່ເປັນເອກະລັກ, ສ່ວນປະກອບສໍາລັບອາຫານພື້ນເມືອງເປຣູ ຍັງອຸດົມສົມບູນທີ່ສຸດ, ຈາກຍໍາອາຫານທະເລສົດເຊັ່ນ ceviche ແລະ tiradito ໃນເຂດແຄມຝັ່ງທະເລ, ອາຫານທີ່ເຮັດດ້ວຍຊີ້ນແກະ ແລະ ຊີ້ນງົວ, ໝູຕົ້ມກັບມັນຟລັ່ງ ແລະ ສາລີ ຢູ່ເຂດພູສູງ ແລະ ສຸດທ້າຍແມ່ນອາຫານທີ່ປຸງແຕ່ງຈາກປາ ແລະ ສັດທີ່ຢູ່ໃນເຂດປ່າ ອາເມຊອ່ນ.

ຕັ້ງແຕ່ປີ 2012 ຫາ 2023, ອົງການ World Travel Awards (ລາງວັນການທ່ອງທ່ຽວໂລກທີ່ມີຊື່ສຽງ ຄືລາງວັນ Oscars ຂອງຂະແໜງການທ່ອງທ່ຽວ) ໄດ້ສະເຫນີຊື່ ເປຣູ 10 ຄັ້ງໃນບັນຊີລາຍຊື່ຂອງສະຖານທີ່ທ່ອງທ່ຽວດ້ານອາຫານທີ່ດີທີ່ສຸດຂອງໂລກ ແລະ 9 ຄັ້ງ ໄດ້ເຊີດຊູ ເປຣູ ໃນລາຍຊື່ຈຸດຫມາຍປາຍທາງການທ່ອງທ່ຽວດ້ານອາຫານການກິນ ນໍາໜ້າໃນ ອາເມລິກາໃຕ້. ໃນ​ປີ 2022, ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ ນີ້ເປັນຄັ້ງທີ່ສີ່ ກ່ຽວກັບເຄື່ອງໝາຍ “ຈຸດ​ຫມາຍ​ປາຍ​ທາງ​ດ້ານ​ອາ​ຫານການກິນ ​​ນໍາໜ້າ​ຂອງ​ໂລກ”.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ