ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ

10:03 | 25/04/2023

ຍສໝ - ວັນທີ 21 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ.

ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະທາງໄກ ກັບຫົວໜ້າ ຄະນະຈັດຕັ້ງ ແລະ ນະໂຍບາຍສູນກາງພັກກອມມູນິດກູບາ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະທາງໄກ ກັບຫົວໜ້າ ຄະນະຈັດຕັ້ງ ແລະ ນະໂຍບາຍສູນກາງພັກກອມມູນິດກູບາ

ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງພັກກອມມູນິດ ຫວຽດນາມ ກັບ ພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນມິດຕະພາບຢູ່ ຫວຽດນາມ ແຕ່ວັນທີ 20-24 ເມສາ.

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ. (ພາບ: TTXVN)

ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນ, ຕີລາຄາກ່ຽວກັບສະພາບການສາກົນ ແລະ ເລື່ອງຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດ ແນໃສ່ປະຕິບັດພາລະໜ້າທີ່, ບົດບາດຄົ້ນຄວ້າ, ໃຫ້ຄຳປຶກສາຍຸດທະສາດ, ຈັດຕັ້ງການປະຕິບັດການພົວພັນຕ່າງປະເທດຂອງພັກ, ຕິດຕາມກວດກາ, ຊີ້ນຳການແນະນຳກ່ຽວກັບການຕ່າງປະເທດປະຊາຊົນໃຫ້ເປັນຢ່າງດີ. ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດຂອງ 2 ປະເທດໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາຂອງລັດ ຫວຽດນາມ ແລະ ລັດ ລາວ ມອບໃຫ້ໝູ່ຄະນະ ແລະ ພະນັກງານຂອງ 2 ຄະນະພົວພັນຕ່າງປະເທດຈຳນວນໜຶ່ງທີ່ມີຜົນງານດີເດັ່ນໃນເລື່ອງປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ໃນຂອບເຂດການຢ້ຽມຢາມ, 2 ຄະນະພົວພັນຕ່າງປະເທດສູນກາງພັກຂອງ 2 ປະເທດ ແລະ ແຂວງ ເທື່ອທຽນເຫ້ວ ຈະຈັດງານພົບປະແລກປ່ຽນມິດຕະພາບດ້ວຍຫົວຂໍ້ “ເຂັ້ນຂຸ້ນໄປດ້ວຍຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ”, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດສຸສານແຫ່ງຊາດ ຖະໜົນເລກ 9.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.